ຊາກເຮືອດຳນ້ຳໄທທັນ ຖືກນຳຂຶ້ນມາຈາກພື້ນທະເລ ແລະ ພົບຊິ້ນສ່ວນມະນຸດໃນເຮືອ
June 29, 2023 - 3:45 PM
ສຳນັກຂ່າວຕ່າງປະເທດລາຍງານວັນທີ 29 ມິຖຸນາ 2023 ນີ້ວ່າ: ໜ່ວຍງານຮັກສາຄວາມສະຫງົບແຄມຝັ່ງທະເລ ຂອງສະຫະລັດອາເມລິກາ ຢືນຢັນວ່າ ພົບຊິ້ນສ່ວນມະນຸດທີ່ເກັບກູ້ຂຶ້ນມາຈາກຊາກເຮືອດຳນ້ຳ ໄທທັນ ທີ່ລະເບີດ ໃນວັນທີ 18 ມິຖຸນາ 2023 ຜ່ານມາ.
ຊາກເຮືອດຳນ້ຳຖືກນຳຂຶ້ນມາຈາກລະດັບຄວາມເລິກ 3.810 ແມັດ ທີ່ຢູ່ໃຕ້ພື້ນຜິວມະຫາສະໝຸດອັດລັງຕິກເໜືອ ຫ່າງຈາກຊາກເຮືອໄທທານິກ 488 ແມັດ, ຊິ້ນສ່ວນຕ່າງໆຖືກເກັບກູ້ໂດຍຫຸ່ນຍົນດຳນ້ຳຄວບຄຸມໄລຍະໄກ ຢູ່ເທິງເຮືອ Horizon Arctic, ຊາກເຮືອໄທທັນຖືກເຄື່ອນຍ້າຍມາເຖິງເມືອງເຊນຈອນ ລັດນິວຟັນແລນ ປະເທດການາດາ, ເພື່ອໃຫ້ຜູ້ຊ່ຽວຊານກວດສອບຫາສາເຫດປ້ອງກັນ ເພື່ອບໍ່ໃຫ້ເກີດຂຶ້ນອີກ, ສຳລັບຊິ້ນສ່ວນຂອງມະນຸດຈະຖືກສົ່ງໄປກວດສອບໃນສະຫະລັດອາເມລິກາ.