8 ຂໍ້ສຳຄັນທີ່ ຄະນະປະຈໍາສະພາແຫ່ງຊາດ ເນັ້ນໃຫ້ລັດຖະບານເອົາໃຈໃສ່ແກ້ໄຂບັນຫາຢາເສບຕິດທີ່ມີຢູ່ ແລະ ເກີດຂຶ້ນໃໝ່ ນ້ຳໃບກະທ່ອມ, ກາເຟມ່ວນ, ປຸ່ມເປົ້າອາຍແກັດ


ທ່ານ ພົນໂທ ສຸວອນ ເລືອງບຸນມີ ຮອງປະທານສະພາແຫ່ງຊາດ ຕາງໜ້າຄະນະປະຈຳສະພາແຫ່ງຊາດ ປະກອບຄຳເຫັນໃສ່ບົດລາຍງານຄວາມຄືບໜ້າການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດ ເພື່ອເລັ່ງໃຫ້ລັດຖະບານ ແກ້ໄຂໃຫ້ສຳເລັດຕາມຄາດໝາຍ ຕໍ່ກອງປະຊຸມສະໄໝສາມັນເທືອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 29 ມິຖຸນາ 2023.ວ່າ: ກ້າວເຂົ້າສູ່ໄລຍະທ້າຍຂອງວາລະແຫ່ງຊາດ ສຳລັບທິດທາງແຜນການໃນການແກ້ໄຂບັນຫາຢາເສບຕິດ ໄລຍະ 6 ເດືອນທ້າຍປີ 2023 ເພື່ອຮັບປະກັນໃຫ້ບັນລຸຕາມຄາດໝາຍທີ່ວາງໄວ້, ຄະນະປະຈຳສະພາແຫ່ງຊາດ ມີບາງທັດສະນະຕໍ່ລັດຖະບານຄື:
1. ສືບຕໍ່ເພີ່ມທະວີຍົກສູງບົດບາດ ແລະ ຄວາມສາມາດໃນການນໍາພາ-ຊີ້ນໍາ ຂອງຄະນະພັກ ແລະ ອົງການລັດແຕ່ລະຂັ້ນ ໃນການຈັດຕັ້ງປະຕິບັດການແກ້ໄຂບັນຫາຢາເສບຕິດໃຫ້ແຂງແຮງຂຶ້ນກວ່າເກົ່າ ໂດຍເຮັດໃຫ້ວຽກງານດັ່ງກ່າວ ກາຍເປັນໜ້າທີ່, ພັນທະ ແລະ ຄວາມຮັບຜິດຊອບຂອງທຸກພາກສ່ວນໃນສັງຄົມ; ຖືເອົາບັນຫາແກ້ໄຂຢາເສບຕິດ ເປັນມາດຕະຖານເງື່ອນໄຂໜຶ່ງ ໃນຂະບວນການຮັກຊາດ ແລະ ພັດທະນາ, ສ້າງໜ່ວຍພັກປອດໃສ, ເຂັ້ມແຂງ, ໜັກແໜ້ນ ຕິດພັນກັບວຽກງານກໍ່ສ້າງຮາກຖານການເມືອງ.
2. ສືບຕໍ່ສ້າງຄວາມຮັບຮູ້ໃຫ້ສັງຄົມ ດ້ວຍການສຶກສາອົບຮົມ, ໂຄສະນາເຜີຍແຜ່ລະບຽບກົດໝາຍ, ຜົນຮ້າຍ ແລະ ຄວາມອັນຕະລາຍຂອງຢາເສບຕິດ ດ້ວຍຫລາຍຮູບແບບ, ຫລາຍວິທີຕື່ມ ຕິດພັນກັບການໂຄສະນາຕົວແບບດີເດັ່ນໃນການຕ້ານຢາເສບຕິດ, ຂະບວນການສ້າງຄອບຄົວ, ບ້ານ, ສຳນັກງານ-ອົງການ, ໂຮງຮຽນ, ໂຮງແຮມ, ຮ້ານບັນເທີງ ແລະ ຮ້ານອາຫານ ປອດຢາເສບຕິດ ໃຫ້ຫລາຍຂຶ້ນ;
3. ສືບຕໍ່ປັບປຸງບັນດານິຕິກໍາ ທີ່ຈຳເປັນ ຮັບໃຊ້ໃຫ້ແກ່ການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂບັນຫາຢາເສບຕິດໃຫ້ຄົບຖ້ວນ, ລະອຽດ, ຈະແຈ້ງ, ເປັນຕົ້ນ ນິຕິກຳ ເພື່ອຈັດຕັ້ງປະຕິບັດໂທດປະຫານຊີວິດ, ນິຕິກຳຮັບໃຊ້ໃຫ້ແກ່ການແກ້ໄຂບັນຫາຢາເສບຕິດປະເພດທີ່ເກີດຂຶ້ນໃໝ່ເຊັ່ນ: ນ້ຳໃບກະທອມ, ກາເຟມ່ວນ, ຢາສູບໄຟຟ້າ, ປຸ່ມເປົ້າອາຍແກັດກະຕຸ້ນປະສາດ ແລະ ອື່ນໆ;
4. ສືບຕໍ່ການປັບປຸງກົງຈັກການຈັດຕັ້ງ, ແບບແຜນວິທີເຮັດວຽກຂອງພາກສ່ວນເຈົ້າໜ້າທີ່ກ່ຽວຂ້ອງ, ລວມທັງການປະກອບວັດຖຸ, ອຸປະກອນ, ພາຫະນະເຕັກນິກຕ່າງໆ ເພື່ອຮັບໃຊ້ວາລະແຫ່ງຊາດ ໂດຍສະເພາະສຸມໃສ່ ຂັ້ນເມືອງ, ຂັ້ນບ້ານ ໃຫ້ຫລາຍຂຶ້ນ ເພື່ອມີກຳລັງແຮງພຽງພໍ ໃນການປະຕິບັດການແກ້ໄຂບັນຫາຢາເສບຕິດ ຢູ່ຂັ້ນຮາກຖານ ໃຫ້ມີຄຸນນະພາບ ແລະ ມີປະສິດທິຜົນດີຂຶ້ນ;
5. ເອົາໃຈໃສ່ສ້າງຄວາມເຂັ້ມແຂງດ້ານວິຊາສະເພາະ ໃຫ້ເຈົ້າໜ້າທີ່ ທີ່ກ່ຽວຂ້ອງ ຕໍ່ການແກ້ໄຂຄະດີຢາເສບຕິດ ໃຫ້ມີຄວາມເດັດຂາດ, ໂປ່ງໃສ ແລະ ເປັນມືອາຊີບ ໂດຍສະເພາະແມ່ນການປາບປາມ ຫົວໂປ່ໂຕການ ໃຫ້ມີການລົງໂທດ ຢ່າງເຂັ້ມງວດ, ເດັດຂາດ ຕາມກົດໝາຍ. ຄຽງຄູ່ກັນນັ້ນ, ຕ້ອງເດັດຂາດ ໃນການແກ້ໄຂບັນຫາຢາເສບຕິດ ທີ່ຕິດພັນກັບການກໍ່ໃຫ້ເກີດປາກົດການຫຍໍ້ທໍ້ໃນສັງຄົມເຊັ່ນ: ຂີ້ລັກ, ງັດແງະ, ປຸ້ນຈີ້, ຄາດຕະກຳ, ຄ້າປະເວນີ, ຄ້າມະນຸດ, ການຟອກເງິນ, ການພະນັນທີ່ຜິດກົດໝາຍທຸກຮູບແບບ ແລະ ອື່ນໆ ເພື່ອເຮັດໃຫ້ສັງຄົມມີຄວາມສະຫງົບ;
6. ໃຫ້ສົມທົບແໜ້ນ ລະຫວ່າງ 3 ຂະແໜງການ (ປ້ອງກັນຄວາມສະຫງົບ, ສາທາລະນະສຸກ, ແຮງງານ-ສະຫວັດດີການສັງຄົມ) ເພື່ອແບ່ງຄວາມຮັບຜິດຊອບກັນຢ່າງລະອຽດ, ຈະແຈ້ງ ໃນການບຳບັດ-ປິ່ນປົວ ຜູ້ທີ່ຖືກເຄາະຮ້າຍ ກໍຄືຜູ້ເສບຢາໃຫ້ມີຄຸນນະພາບ, ນັບທັງການເຝິກສີມືແຮງງານ, ສ້າງອາຊີບໃຫ້ເຂົາເຈົ້າ ເມື່ອເວລາບຳບັດ-ປິ່ນປົວອອກໄປແລ້ວ ໃຫ້ມີວຽກເຮັດງານທຳ, ບໍ່ກັບໄປຫຍຸ້ງກ່ຽວກັບຢາເສບຕິດອີກ;
7. ກະຊວງປ້ອງກັນຄວາມສະຫງົບ ແລະ ພາກສ່ວນທີ່ກ່ຽວຂ້ອງ ຊອກຫາທາງອອກ ແລະ ວິທີການແກ້ໄຂບັນຫາຄວາມແອອັດຂອງຜູ້ຕ້ອງຫາຢູ່ສະຖານທີ່ຄຸມຂັງ ຊົ່ວຄາວຢູ່ຂັ້ນເມືອງ, ຂັ້ນແຂວງ ແລະ ສົມທົບກັບຂະແໜງສາທາລະນະສຸກ ໃນການປະຕິບັດນະໂຍບາຍດ້ານມະນຸດສະທຳ ຕໍ່ຜູ້ຕ້ອງຫາ, ນັກໂທດ ໃນຄະດີຢາເສບຕິດ ແລະ ຄະດີອື່ນໆ ໃຫ້ເຂົາເຈົ້າໄດ້ຮັບການປິ່ນປົວສຸຂະພາບໃນເວລາເຈັບເປັນ; ນັບທັງຄົ້ນຄວ້າເພີ່ມອັດຕາກິນໃຫ້ມີຄວາມເໝາະສົມ;
8. ສືບຕໍ່ເພີ່ມທະວີໃນການຮ່ວມມືກັບສາກົນ ເພື່ອດຶງດູດເອົາການສະໜັບສະໜູນ, ຊ່ວຍເຫລືອທາງດ້ານເຕັກນິກ, ວິຊາການ, ແລກປ່ຽນຂໍ້ມູນ-ຂ່າວສານ ແລະ ທຶນຮອນ ຈາກບັນດາປະເທດເພື່ອນມິດ ໃຫ້ມີປະສິດທິພາບ ແລະ ປະສິດທິຜົນດີຂຶ້ນກວ່າເກົ່າ.