6 ບັນຫາເຄັ່ງຮ້ອນກ່ຽວກັບອັດຕາເງິນເຟີ້ ທີ່ສະພາແຫ່ງຊາດສະເໜີໃຫ້ລັດຖະບານແກ້ໄຂ

ໃນວາລະດຳເນີນ ກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ທີດຳເນີນໄປໃນວັນທີ 29 ມິຖຸນາ 2023 ນີ້, ທ່ານ ລີເບີ ລີບົວປາວ ປະທານກຳມາທິການແຜນການ – ການເງິນ ແລະ ການກວດສອບ ສະພາແຫ່ງຊາດ ໄດ້ຕາງໜ້າໃຫ້ຄະ ນະປະຈຳສະພາແຫ່ງຊາດ ມີຄຳເຫັນຕໍ່ບົດລາຍງານຂອງລັດຖະບານ ກ່ຽວກັບການຈັດຕັ້ງປະຕິບັດວາລະແຫ່ງຊາດ ວ່າດ້ວຍການແກ້ໄຂ ຄວາມຫຍຸ້ງຍາກທາາງດ້ານເສດຖະ ກິດ-ການເງິນ ທີ່ສະເໜີໂດຍ ທ່ານ ຄຳເຈນ ວົງໂພສີ ລັດຖະ ມົນຕີກະຊວງແຜນການ ແລະ ການລົງທຶນ ໂດຍສະເໜີໃຫ້ລັດຖະບານ ເອົາໃຈໃສ່ຮີບຮ້ອນໃນການແກ້ໄຂບັນຫາເງິນເຟີ້ ດ້ວຍການຄົ້ນຄວ້າ ແລະ ປະຕິບັດລະບົບມາດຕະການທີ່ຄົບຊຸດ ໃຫ້ເປັນຮູບປະທຳການເລັ່ງແກ້ໄຂບັນຫາເງິນເຟີ້ ຄວນດຳເນີນໄປຢ່າງເຄັ່ງຮ້ອນ ເພາະມາຮອດປັດຈຸບັນ ໄດ້ສົ່ງຜົນກະທົບບໍ່ຫນ້ອຍ ຕໍ່ປະຊາຊົນ,
ທ່ານ ລີເບີ ລີບົວປາວ ຢ້ຳອີກວ່າ: ໃຫ້ຮີບຮ້ອນ
– ຄົ້ນຄວ້ານະໂຍບາຍນຳໃຊ້ປະລິມານເງິນ M2 (ເງິນທີ່ບໍ່ຢູ່ໃນລະບົບທະນາຄານ) ທີ່ເພີ່ມຂຶ້ນ ເພື່ອຊຸກຍູ້ສົ່ງເສີມການຜະ ລິດທຸລະກິດ ໃຫ້ຂະຫຍາຍຕົວ ກໍຄື ຊຸກຍູ້ການເຕີບໂຕຂອງເສດຖະກິດ
– ຄຸ້ມຄອງອັດຕາແລກປ່ຽນເຮັດໃຫ້ເງິນກີບແຂງຄ່າຂຶ້ນ ດ້ວຍການປະຕິບັດກົດໝາຍວ່າດ້ວຍການຄຸ້ມຄອງເງິນຕາຕ່າງປະເທດ ໃຫ້ເຂັ້ມງວດ ແລະ ມີຜົນສັກສິດ
– ມີນະໂຍບາຍງົບປະມານລົງທຶນ ເພື່ອຊຸກຍູ້ສົ່ງເສີມການຜະລິດ ແລະ ຊຸກຍູ້ການເຕີບໂຕເສດຖະກິດ
– ວາງມາດຕະການສົ່ງເສີມການຜະລິດ ເພື່ອຕອບສະໜອງຄວາມຕ້ອງ ການຕະຫລາດພາຍໃນໃຫ້ພຽງພໍ
– ປະຕິບັດມາດຕະການດັດສົມ ສິນຄ້ານຳເຂົ້າ-ສົ່ງອອກ, ລາຄາສິນຄ້າຍຸດທະສາດ ແລະ ສິນຄ້າທີ່ຈຳເປັນຕໍ່ຄ່າຄອງຊີບ ແລະ ຊີວິດການເປັນຢູ່ ຂອງປະຊາຊົນໃຫ້ດີຂຶ້ນກວ່າເກົ່າ
– ວາງມາດຕະການດ້ານຈິດຕະສາດສັງຄົມ ໂດຍສະເພາະວຽກການໂຄສະນາ, ຊຸກຍູ້ສົ່ງເສີມໃຫ້ປະຊາຊົນນຳໃຊ້ຜະລິດຕະພັນພາຍໃນ ແລະ ເງິນກີບ.