ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ

ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ -                                                     - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ
ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ - kitchen vibe - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ

ວັນທີ 30 ມິຖຸນາ 2023, ພິທີອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປ້ອງກັນຄວາມສະຫງົບ ຢ່າງເປັນທາງການ, ໂດຍການເຂົ້າຮ່ວມຂອງ ທ່ານ ທອງສະຫວັນ ພົມວິຫານ ຫົວໜ້າຄະນະພົວພັນຕ່າງປະເທດສູນກາງພັກ, ທ່ານ ພົຕ ວັນທອງ ກອງມະນີ ກຳມະການສູນກາງພັກ ຮອງລັດຖະມົນຕີ ຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ແລະ ມີປະທານອົງການພະພຸດທະສາສະໜາສູນກາງ.

ທ່ານ ພົຈວ ສຸວັນນີ ສີສຸພາບມີໄຊ ຮອງຫົວໜ້າກົມໃຫຍ່ການເມືອງ ກະຊວງ ປກສ ຜູ້ຊີ້ນຳໂຄງການຫລໍ່ຮູບປັ້ນຈຳລອງ ປະທານ ໄກສອນ ພົມວິຫານ ໄດ້ກ່າວຮັບ ໂດຍມີບາງຕອນທ່ານກ່າວວ່າ: “ຮູບປັ້ນຫລໍ່ຈໍາລອງ ປະທານໄກສອນ ພົມວິຫານ ທີ່ນຳມາປະດິດສະຖານທີ່ວິທະຍາຄານປ້ອງກັນຄວາມສະຫງົບ ເປັນການຊ່ວຍເຫລືອລ້າຈາກລັດຖະບານ ສສ ຫວຽດນາມ ກໍຄືກະຊວງ ປກສ ແຫ່ງ ສສ ຫວຽດນາມ ລວມມູນຄ່າທັງໝົດ 3.500.000.000 ກີບ, ມີລວງສູງ 7,50 ແມັດ ຫລໍ່ດ້ວຍທອງສຳລິດ ເພື່ອເປັນການຈາລຶກຄຸນງາມຄວາມດີ, ພ້ອມກັນສືບທອດ ແລະ ເສີມຂະຫຍາຍພາລະກິດປະຕິວັດຂອງຜູ້ນຳທີ່ແສນເຄົາລົບຮັກຂອງປວງຊົນລາວບັນດາເຜົ່າ ຮໍ່າຮຽນເອົາຄຸນສົມບັດສິນທຳປະຕິວັດອັນສະຫຼາດສ່ອງໃສ, ຄວາມກະຕັນຍູຮູ້ບຸນຄຸນ ແລະ ຜົນງານອັນໃຫຍ່ຫລວງຂອງປະທານ ໄກສອນ ພົມວິຫານ ທີ່ໄດ້ອຸທິດຕະຫລອດຊີວິດໃຫ້ແກ່ການປະຕິວັດ ແລະ ປະເທດຊາດ”.

ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ
ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ - Visit Laos Visit SALANA BOUTIQUE HOTEL - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ

ຈາກນັ້ນ, ກໍໄດ້ດຳເນີນພິທີທາງສາສະໜາ ໂດຍບັນດາທ່ານທີ່ເຂົ້າຮ່ວມໄດ້ພ້ອມກັນລາດທະນາ ພະສົງສູດ 9 ອົງ, ສູດໄຊມຸງຄຸນ ແລະ ໄຊຍັນໂຕ ສະຫລອງຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ.

ພາຍຫລັງສຳເລັດພິທີທາງສາສະໜາ ກໍໄດ້ພ້ອມກັນເປີດແຖບຜ້າ ແລະ ວາງກະຕ່າດອກໄມ້ ຕໍ່ໜ້າຮູບປັ້ນປະທານ ໄກສອນ ພົມວິຫານ.

ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ - 5 - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ
ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ - 3 - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ
ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ - 4 - ອັງເຊີນຮູບປັ້ນ ປະທານ ໄກສອນ ພົມວິຫານ ຂຶ້ນປະດິດສະຖານແທ່ນ ທີ່ວິທະຍາຄານການເມືອງ ປກສ ຢ່າງເປັນທາງການ