ລິເວີພູລ ທຸ້ມ 70 ລ້ານເອີໂຣ ຈ່າຍຄ່າຊີກສັນຍາ ໂຊບອສໄລ
July 1, 2023 - 4:00 PM

ກອງໜ້າທີມຊາດ ຮັງກາຣີ ກຽມເກັບກະເປົ໋າຍ້າຍເຂົ້າຖິ່ນແອນຟິວ. ຫລັງຈາກທີ່ ຫົງແດງ ຕົກລົງທີ່ຈະຈ່າຍເງິນໃຫ້ ໄລບຊິກ ປະມານ 70 ລ້ານເອີໂຣ.
ນັກເຕະອາຍຸ 22 ປີ ມີຜົນງານທີ່ຫນ້າປະທັບໃຈສໍາລັບ ໄລບຊິກ, ຍິງໄປ 20 ປະຕູ ແລະ 22 ແອສຊີສ ຕະຫລອດສອງລະດູການໃນບຸນເດສລິກາ.
ກ່ອນໜ້ານີ້, ຫົງແດງໄດ້ຄວ້າ ແມັກອະລິສເຕີ ຈາກ ໄບຣຕັນ ໃນຊ່ວງຕົ້ນເດືອນມິຖຸນາ ແລະ ຖ້າຫາກວ່າການເຈລະຈາເງື່ອນໄຂສ່ວນຕົວເປັນໄປໄດ້ດີ ໂຊບອສໄລ ຈະກາຍເປັນການເສີມທັບທີສອງຂອງ ເຈເກັນ ຄລັອບ ໃນລະດູຮ້ອນນີ້.