ກະຊວງເຕັກໂນໂລຊີ ແລະ ການສື່ສານ ສຸມໃສ່ປະຕິບັດ 14 ແຜນງານ ເພື່ອພັດທະນາເຕັກໂນໂລຊີ ຫັນເປັນທັນສະໄໝ


ທ່ານ ບໍ່ວຽງຄຳ ວົງດາລາ ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໄດ້ຊີ້ແຈງຕໍ່ກອງປະຊຸມ ສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ໃນວັນທີ 28 ມິຖຸນາ ວ່າ: ໃນໄລຍະຜ່ານມາ ກຕສ ໄດ້ສົມທົບກັບບັນດາກະຊວງ, ຂະແໜງການ ສຸມໃສ່ຈັດຕັ້ງປະຕິບັດບັນດາແຜນງານທີ່ໄດ້ກຳນົດໄວ້ໃນແຜນພັດທະນາເສດຖະກິດດີຈີຕອນແຫ່ງຊາດ 14 ແຜນງານ ເປັນຕົ້ນ, ການປັບປຸງດ້ານນິຕິກຳ, ປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດີຈີຕອນ, ສ້າງການເຊື່ອມໂຍງເຊື່ອມຈອດ, ສ້າງລັດຖະບານດີຈີຕອນ, ສ້າງລະບົບການຊຳລະດ້ວຍດີຈີຕອນ, ພັດທະນາຊັບພະຍາກອນມະນຸດດ້ານດີຈີຕອນ, ສົ່ງເສີມການດຳເນີນທຸລະກິດ MSME ແລະ ການບໍລິການ, ສົ່ງເສີມການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂຊຊີດີຈີຕອນ, ສົ່ງເສີມການພັດທະນາກະສິກຳໃໝ່ດ້ວຍລະບົບເຕັກໂນໂລຊີດີຈີຕອນ,ສ້າງລະບົບໂລຈີສຕິກ ສໍາລັບການພັດທະນາເສດຖະກິດດີຈີຕອນ, ສ້າງຄວາມປອດໄພທາງດ້ານດີຈີຕອນ, ສ້າງຄວາມພ້ອມເພື່ອສ້າງເມືອງອັດສະລິຍະ, ສ້າງກອງທຶນພັດທະນາໂທລະຄົມມະນາຄົມ ແລະ ການຫັນເປັນດີຈີຕອນ ແລະ ຮ່ວມມືດ້ານດີຈີຕອນກັບຕ່າງປະເທດ.
ສະເພາະ ການປັບປຸງ ແລະ ຂະຫຍາຍໂຄງລ່າງພື້ນຖານເຕັກໂນໂລຊີດີຈີຕອນ ກຕສ ໄດ້ສຸມໃສ່ປັບປຸງ, ຂະຫຍາຍລະບົບເຕັກນິກສູນຂໍ້ມູນ (DATA CENTER) ໃຫ້ສາມາດຮອງຮັບຄວາມຕ້ອງການໃນການຫັນເປັນດີຈີຕອນ, ສຳເລັດການສະໜອງລະບົບໂຄງລ່າງພື້ນຖານສູນຂໍ້ມູນ ລະບົບຄຣາວ ແລະ ລະບົບເຄືອຂ່າຍ ເພື່ອຮັບປະກັນການເຮັດວຽກຂອງລະບົບການບໍລິຫານລັດດ້ວຍເອເລັກໂຕຣນິກ; ສົມທົບກັບກະຊວງການເງິນ ເພື່ອປະຕິບັດການຈັດເກັບລາຍຮັບຫັນເປັນທັນສະໄໝ ແບບດີຈີຕອນ ໃນການປັບປຸງຍົກລະດັບວຽກງານລາຍຮັບພາສີ ຊຶ່ງອັນພົ້ນເດັ່ນແມ່ນການຍົກ ລະບົບແຈ້ງພາສີປະຕູດຽວແຫ່ງຊາດ ອາຊີກູດາພລັສ ແລະ ໄດ້ປັບປຸງວຽກງານລາຍຮັບຂອງສ່ວນສາອາກອນ ໂດຍຂະຫຍາຍລະບົບ TaxRIS ເພີ່ມຂຶ້ນ 54 ເມືອງ ແລະ 6 ເຂດເສດຖະກິດພິເສດ. ສຳລັບ ການສ້າງລັດຖະບານດີຈີຕອນ ໄດ້ສໍາເລັດການຕິດຕັ້ງ ເຊື່ອມໂຍງ ເຄືອຂ່າຍອິນຕຣາເນັດພາກລັດ ຫາ 18 ກະຊວງ/ອົງການ ຢູ່ສູນກາງ ແລະ 18 ແຂວງ/ນະຄອນຫຼວງ, ຕິດຕັ້ງເຄືອຂ່າຍອິນຕຣາເນັດ/ອິນເຕີເນັດ ເຊື່ອມໂຍງທຸກຫ້ອງການກະຊວງ ເຕັກໂນໂລຊີ ແລະ ການສື່ສານ ເພື່ອເປັນພື້ນຖານ ການສ້າງຫັນເປັນ Smart Ministry; ສໍາເລັດການສ້າງລະບົບຫ້ອງການທັນສະໄໝ (e-office), ລະບົບສື່ສານພາກລັດ (G-Chat, G-Share), ລະບົບກອງປະຊຸມທາງໄກ (Video Conference) ເພື່ອຮັບໃຊ້ວຽກງານຕ່າງໆ ດ້ວຍລະບົບເອເລັກໂຕຣນິກ. ສ່ວນການສ້າງລະບົບການຊຳລະດ້ວຍດີຈີຕອນ ໄດ້ສໍາເລັດການພັດທະນາແອັບພລີເຄຊັນແບບລວມສູນດີຈີຕອນເປັນຕົ້ນແມ່ນ M-Money ແລະ U-Money ເປັນລະບົບຊຳລະເງິນຜ່ານລະບົບມືຖື ແລະ ອິນເຕີເນັດ.
ສຳລັບ ການເພີ່ມປະສິດທິພາບການຜະລິດດ້ວຍເຕັກໂນໂລຊີດີຈີຕອນ ໄດ້ຍາດແຍ່ງໂຄງການຊ່ວຍເຫຼືອຈາກ ສ ເກົາຫຼີ ເພື່ອສະໜັບສະໜູນການສ້າງອຸດທະຍານດີຈີຕອນ (Digital Park) ແລະ ຝຶກອົບຮົມຊ່ຽວຊານ ດ້ານໄອຊີທີຢູ່ ສປປ ລາວ ແລະ ໄດ້ຄົ້ນຄວ້າພັດທະນາລະບົບໃຫ້ອາຫານພືດ (ໃສ່ປຸ໋ຍ) ແບບອັດຕະໂນມັດ, ໄດ້ຄົ້ນຄວ້ານຳໃຊ້ເຮືອບິນບໍ່ມີຄົນຂັບ (ໂດຣນ) ເພື່ອຮັບໃຊ້ໃນວຽກກະສິກຳ, ການສຳຫຼວດ ແລະ ຖ່າຍພາບ; ສົ່ງເສີມການນຳໃຊ້ຕາໜ່າງໂລຈີສຕິກ ແລະ ໄປສະນີ ໃນການຈັດສົ່ງ ແລະ ແຈກຢາຍສິນຄ້າທີ່ຊື້-ຂາຍຜ່ານທາງເອເລັກໂຕຣນິກ ລະຫວ່າງເຈົ້າຂອງຮ້ານ ແລະ ຜູ້ຊື້ໄດ້ 60%; ປັດຈຸບັນມີຜູ້ໃຫ້ການບໍລິການໄປສະນີ ທັງໝົດ 63 ບໍລິສັດ ໃນນັ້ນ ໃຫ້ບໍລິການລະຫວ່າງປະເທດ 11 ບໍລິສັດ, ໃຫ້ບໍລິການພາຍໃນປະເທດ 7 ບໍລິສັດ ແລະ ໃຫ້ບໍລິການພາຍໃນແຂວງ 52 ບໍລິສັດ; ຕາໜ່າງໄປສະນີຂະຫຍາຍໃນທຸກແຂວງ ຊຶ່ງກວມເອົາ 80% ຂອງຕົວເມືອງໃນທົ່ວປະເທດ. ສຳລັບ ການສ້າງຄວາມພ້ອມເພື່ອສ້າງເມືອງອັດສະລິຍະ ກຕສ ໄດ້ຂຽນບົດຄົ້ນຄວ້າຄວາມໝາຍ, ຮູບແບບ, ຄຸນລັກສະນະ ແລະ ອົງປະກອບຂອງຕົວເມືອງແລ້ວ.