6 ເດືອນຕົ້ນປີ 2023 ເມືອງຊຽງຮ່ອນສົ່ງອອກຢາງພາລາມູນຄ່າ 12 ຕື້ກວ່າກີບ

ທ່ານ ສີເມືອງ ອິນທະວົງ ຫົວໜ້າຫ້ອງການ ອຸດສາຫະກໍາ ແລະ ການຄ້າເມືອງຊຽງຮ່ອນ ແຂວງໄຊຍະບູລີ ລາຍງານໃຫ້ຮູ້ວ່າ: ໃນໄລຍະ 6 ເດືອນຕົ້ນ 2023 ຜ່ານມາ ການສົ່ງອອກຢາງພາລາຢູ່ເມືອງຊຽງຮ່ອນ ຜ່ານການກວດກາຈາກໝ່ວຍງານຜ່ານປະຕູດຽວຂອງເມືອງ ສາມາດສົ່ງອອກໄດ້ 3.191 ໂຕນ, ສ້າງລາຍຮັບໄດ້ມູນຄ່າທັງໝົດຫຼາຍກວ່າ 12.669 ຕື້ກີບ. ໃນນັ້ນລວມມີຢາງພາລາກ້ອນສົ່ງອອກໄປຕ່າງເມືອງ, ຕ່າງແຂວງ 461 ໂຕນ, ຢາງພາລາແຜ່ນ 1.100 ໂຕນ ແລະ ສົ່ງອອກໄປຕ່າງປະເທດຢາງພາລາກ້ອນ 100 ໂຕນ ແລະ ຢາງພາລາແຜ່ນ 1.530 ໂຕນ, ສ່ວນແຜນກຳນົດ 6 ເດືອນທ້າຍປີ 2023 ຄາດວ່າຈະສົ່ງອອກຢາງພາລາໄດ້ອີກ 4.700 ໂຕນ, ແລະ ຈະສ້າງລາຍຮັບໄດ້ມູນຄ່າປະມານ 34 ຕື້ກີບ. ໃນນັ້ນ, ຢາງພາລາກ້ອນທີ່ສົ່ງອອກຕ່າງເມືອງ, ຕ່າງແຂວງໃຫ້ບັນລຸໄດ້ 500 ໂຕນ, ຢາງພາລາ ແຜ່ນ 2.000 ໂຕນ ແລະ ສົ່ງອອກຢາງພາລາກ້ອນໄປຕ່າງປະເທດໃຫ້ໄດ້ 200 ໂຕນ; ຢາງພາລາແຜ່ນໃຫ້ໄດ້ 2.000 ໂຕນ ເຊິ່ງມູນຄ່າດັ່ງກ່າວນີ້ແມ່ນອີງໃສ່ລາຄາກາງທີ່ໄດ້ກຳນົດໄວ້ໃນການປະກອບເອກະສານຢູ່ໝ່ວຍງານປະຕູດຽວຂອງເມືອງ, ທັງໝົດນີ້ກໍເພື່ອປະຕິບັດຕາມຕາມແຜນພັດທະນາເສດຖະກິດ-ສັງຄົມຂອງເມືອງ ຕິດພັນກັບການຊຸກຍູ້ສົ່ງເສີມຊາວກະສິກອນຢູ່ພາຍໃນເມືອງໃຫ້ປູກພືດເປັນສິນຄ້າ ສ້າງລາຍຮັບເຂົ້າຄອບຄົວ ເຮັດໃຫ້ຊີວິດການເປັນຢູ່ຂອງປະຊາຊົນນັບມື້ນັບດີຂຶ້ນ ແລະ ເຮັດໃຫ້ເມືອງຫລຸດພົ້ນອອກຈາກເມືອງທຸກຍາກໃນຕໍ່ໜ້າ.
ເມືອງຊຽງຮ່ອນ ມີເນື້ອທີ່ປູກຢາງພາລາທັງໝົດ 5.036 ເຮັກຕາ, ເນື້ອທີ່ໄດ້ປາດແລ້ວ 3.830 ເຮັກຕາ, ຊຶ່ງສ່ວນຫຼາຍແລ້ວແມ່ນການລົງທຶນປູກຂອງນັກລົງທຶນຈາກ ສປ ຈີນ, ມີເນື້ອທີ່ທັງໝົດ 3.527 ເຮັກຕາ, ບໍລິສັດ ບໍ່ແກ້ວ ຈຳກັດ ໃນເນື້ອທີ່ 187 ເຮັກຕາ, ປະຊາຊົນປູກເອງ ເນື້ອທີ່ 1.320 ເຮັກຕາ ແລະ ໃນປີ 2023 ນີ້ ຫ້ອງການ ກະສິກໍາ ແລະ ປ່າໄມ້ ຍັງໄດ້ຊຸກຍູ້ສົ່ງເສີມໃຫ້ຊາວກະສິກອນຂຶ້ນແຜນປູກຕື່ມ 500 ກວ່າເຮັກຕາ ແລະ ທາງອົງການປົກຄອງເມືອງຍັງໄດ້ຊຸກຍູ້ສົ່ງເສີມໃຫ້ ບໍລິສັດ ລາວຈຸນທົງຢາງພາລາ ຈຳກັດ ມາຕັ້ງໂຮງງານແປຮູບ ແລະ ເກັບຊື້ຢາງພາລາ ພ້ອມທັງສົ່ງເສີມໃຫ້ອົງການປົກຄອງບ້ານປູກເປັນສວນລວມຂອງບ້ານ ໂດຍບໍລິສັດເປັນຜູ້ສະໜອງແນວພັນ.
ຂໍ້ມູນ: ຂ່າວແຂວງໄຊຍະບູລີ