ການຈັດຕັ້ງປະຕິບັດກົດໝາຍສານປະຊາຊົນ ແລະ ກົດໝາຍການດໍາເນີນຄະດີແພ່ງຍັງມີຄວາມ ຫຍຸ້ງຍາກບໍ່ສອດຄ່ອງກັບສະພາບຄວາມຈິງ
ທ່ານນາງ ວຽງທອງ ສີພັນດອນ ປະທານສານປະຊາຊົນສູງສຸດ ໄດ້ຂຶ້ນຜ່ານບົດລາຍງານກ່ຽວກັບການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍຂົງເຂດຍຸຕິທຳ 2 ສະບັບຄື: ກົດໝາຍວ່າດ້ວຍສານປະຊາຊົນ ແລະ ກົດໝາຍວ່າດ້ວຍການດຳເນີນຄະດີແພ່ງ ຕໍ່ກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ຂຶ້ນໃນວັນທີ 4 ກໍລະກົດວ່າ: ສານປະຊາຊົນໄດ້ເອົາໃຈໃສ່ໂຄສະນາເຜີຍແຜ່ກົດໝາຍໃຫ້ພະນັກງານຂອງບັນດາກະຊວງ, ອົງການ, ອໍານາດການປົກຄອງທ້ອງຖິ່ນ, ປະຊາຊົນໃຫ້ຮັບຮູ້ ແລະ ເຂົ້າໃຈພາລະບົດບາດສິດ ແລະ ໜ້າທີ່ຂອງສານປະຊາຊົນ, ຮັບຮູ້ຂັ້ນຕອນ, ວິທີການ ແລະ ລະບຽບການດໍາເນີນຄະດີແພ່ງຢູ່ສານປະຊາ ຊົນ ເພື່ອໃຫ້ເຂົາເຈົ້າໃຫ້ຄວາມຮ່ວມມືໃນການເຄື່ອນໄຫວວຽກງານ ແລະ ການດໍາເນີນຄະດີຂອງສານປະຊາຊົນ;ຄົ້ນຄວ້າ, ທົບທວນຜົນການປະເມີນກົດໝາຍທີ່ພົບເຫັນຂໍ້ຫຍຸ້ງຍາກໃນການຈັດຕັ້ງປະຕິບັດບໍ່ສອດຄ່ອງກັບສະພາບຄວາມເປັນຈິງ, ມີຊ່ອງວ່າງ ຫຼື ບໍ່ມີກົດໝາຍກໍານົດໄວ້ເປັນຕົ້ນ: ສິດ ແລະ ໜ້າທີ່ຂອງສານປະຊາຊົນເຂດ ເພື່ອນໍາສະເໜີສະພາແຫ່ງຊາດພິຈາລະນາຕາມກົດໝາຍ; ຄົ້ນຄວ້າອອກນິຕິກໍາໃຕ້ກົດໝາຍ ເພື່ອອະທິບາຍເນື້ອໃນມາດຕາກົດໝາຍທີ່ຍັງບໍ່ຈະແຈ້ງປະຕິບັດບໍ່ເອກະພາບ ເພື່ອໃຫ້ຜູ້ພິພາກສາ, ພະນັກງານຂອງສານເຂົ້າໃຈຖືກຕ້ອງ ແລະ ປະຕິບັດໃຫ້ເປັນເອກະພາບໃນຂອບເຂດທົ່ວປະເທດ; ຍົກລະດັບຄວາມຮັບຮູ້, ເຂົ້າໃຈກົດໝາຍ, ທັກສະການນໍາໃຊ້ກົດໝາຍຂອງຜູ້ພິພາກສາ ແລະ ພະນັກງານຂອງສານໃຫ້ສູງຂຶ້ນ ເພື່ອນໍາໃຊ້ກົດໝາຍເຂົ້າໃນການດໍາເນີນ, ຕັດສິນ ແລະ ພິພາກສາຄະດີໃຫ້ວ່ອງໄວຖືກຕ້ອງ ແລະ ຮັບປະກັນຄວາມເປັນທໍາ; ສ້າງກົນໄກປະສານສົມທົບກັບພາກສ່ວນກ່ຽວຂ້ອງກັບການດໍາເນີນຄະດີຕາມຂະບວນຍຸຕິທໍາ ແລະ ພາກສ່ວນທີ່ກ່ຽວຂ້ອງອື່ນ ລວມທັງສ້າງກົນໄກໃຫ້ຄູ່ຄວາມ ແລະ ທະນາຍຄວາມມີສ່ວນຮ່ວມໃນການດໍາເນີນຄະດີ, ເຂົ້າຮ່ວມໂຕ້ແຍ່ງ-ໂຕ້ຖຽງ ກ່ຽວກັບຄະດີຢູ່ສານໃຫ້ຫຼາຍ ເພື່ອຮັບປະກັນໃຫ້ການເກັບກໍາຂໍ້ມູນຫຼັກຖານຄົບຖ້ວນ, ຮອບດ້ານ ແລະ ພາວະວິໄສ, ສືບຕໍ່ປັບປຸງກົດໝາຍວ່າດ້ວຍການດໍາເນີນຄະດີແພ່ງ, ກົດໝາຍວ່າດ້ວຍຜູ້ພິພາກສາໃຫ້ສໍາເລັດ ແລະ ນໍາສະເໜີກອງປະຊຸມສະພາແຫ່ງຊາດພິຈາລະນາຮັບຮອງ, ຂຶ້ນແຜນງົບປະມານເພື່ອນໍາມາຈັດຕັ້ງປະຕິບັດກົດໝາຍເປັນຕົ້ນ ງົບປະມານໃນການເຜີຍແຜ່ກົດໝາຍ, ງົບປະມານໃນການບໍາລຸງສ້າງພະນັກງານຂອງສານ, ປັບປຸງຫ້ອງບັນລັງຕັດສິນ, ການເກັບກໍາ ແລະ ພິສູດຫຼັກຖານ, ການຕັດສິນເຄື່ອນທີ່ ແລະ ອື່ນໆ ເພື່ອໃຫ້ເນື້ອໃນທີ່ກໍານົດໄວ້ໃນກົດໝາຍໄດ້ຮັບການຈັດຕັ້ງປະຕິບັດໃຫ້ເປັນຮູບປະທໍາ.
ສໍາລັບບົດຮຽນທີ່ຖອດຖອນໄດ້ ການໂຄສະນາເຜີຍແຜ່ກົດໝາຍທີ່ປະກາດໃຊ້ແລ້ວນັ້ນໃຫ້ມີຄວາມວ່ອງໄວ, ກວ້າງຂວາງ ແລະ ທົ່ວເຖິງ ເພື່ອເຮັດໃຫ້ພະນັກງານ, ທະຫານ, ຕໍາຫຼວດ ແລະ ປະຊາຊົນບັນດາເຜົ່າໄດ້ຮັບຮູ້, ເຂົ້າໃຈ ເພື່ອຊ່ວຍໃຫ້ກົດໝາຍໄດ້ຮັບການປະຕິບັດຢ່າງເຂັ້ມງວດ, ມີຄວາມສະຫງົບເປັນລະບຽບຮຽບຮ້ອຍ; ການປະເມີນຜົນການຈັດຕັ້ງປະຕິບັດກົດໝາຍເປັນປົກກະຕິ ຈະເຮັດໃຫ້ຮັບຮູ້ສະພາບການປະຕິບັດກົດໝາຍ ມີເນື້ອໃນຂອງກົດໝາຍໃດປະຕິບັດບໍ່ໄດ້, ປະຕິບັດຫຍຸ້ງຍາກ ຫຼື ກົດໝາຍຍັງບໍ່ທັນກໍານົດບັນຫາໃດໜຶ່ງເກີດຂຶ້ນຕົວຈິງໃນສັງຄົມ ເພື່ອຄົ້ນຄວ້າປັບປຸງກົດໝາຍໃຫ້ທັນສະພາບການ ແລະ ສອດຄ່ອງກັບຕົວຈິງ, ການໃຫ້ຄວາມຮ່ວມມືໃນການເຄື່ອນໄຫວວຽກງານຂອງສານ ແລະ ການດໍາເນີນຄະດີຢູ່ສານ ໂດຍສະເພາະການເຂົ້າຮ່ວມຂອງໂຈດ, ຈໍາເລີຍ ຫຼື ທະນາຍຄວາມໃນການປະກອບຂໍ້ມູນຫຼັກຖານ, ໂຕ້ແຍ່ງ, ຊີ້ແຈງກ່ຽວກັບຄະດີ ຈະຊ່ວຍໃຫ້ສານມີຂໍ້ມູນຫຼັກຖານຄົບຖ້ວນ, ຮອບດ້ານ ແລະ ພິຈາລະນາຕັດສິນ, ພິພາກສາຄະດີວ່ອງໄວ, ຖືກຕ້ອງຕາມກົດໝາຍ ແລະ ຄວາມເປັນຈິງ; ການບໍາລຸງສ້າງຜູ້ພິພາກສາ, ພະນັກງານຂອງສານມີຄວາມຮູ້ດ້ານກົດໝາຍຢ່າງເລິກເຊິ່ງ, ມີຄວາມເປັນມືອາຊິບໃນການດໍາເນີນຄະດີ, ມີການສັບຊ້ອນຈັດວາງບຸກຄະລາກອນທີ່ເໝາະສົມ ແລະ ການຊຸກຍູ້ ຕິດຕາມກວດກາການປະຕິບັດກົດໝາຍເປັນປົກກະຕິ ຈະເຮັດໃຫ້ການຈັດຕັ້ງຂອງສານມີຄວາມເຂັ້ມແຂງ ແລະ ໄດ້ຮັບຄວາມເຊື່ອຖືໄວ້ວາງໃຈຈາກສັງຄົມ.