ແຂວງເຊກອງ ສະຫລຸບການຄຸ້ມຄອງ ຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ຈາກແລວທາງ ແລະ ໂຄງການກໍ່ສ້າງເຂື່ອນ

ທ່ານ ຄໍາພັນ ພະສະແຫວງ ຮອງຫົວໜ້າພະແນກກະສິກຳ ແລະ ປ່າໄມ້ ແຂວງເຊກອງ ລາຍງານ ຕໍ່ກອງປະຊຸມ ສະຫຼຸບຕີລາຄາການຈັດຕັ້ງປະຕິບັດວຽກງານຄຸ້ມຄອງຂຸດຄົ້ນໄມ້ ແລະ ເຄື່ອງປ່າຂອງດົງ ໃນເຂດກໍ່ສ້າງພື້ນຖານໂຄງລ່າງຂອງແຂວງປະຈໍາປີ 2023 ແລະ ວາງທິດທາງແຜນການປີ 2024 ວັນທີ 4 ກໍລະກົດ 2023 ນີ້ ວ່າ:
ການຄຸ້ມຄອງການຂຸດຄົ້ນໄມ້ໃນເຂດກໍ່ສ້າງພື້ນຖານໂຄງລ່າງຂອງແຂວງ ແມ່ນມີຄະນະຄຸ້ມຄອງສະເພາະ ຊຶ່ງເຮັດໜ້າທີ່ເປັນເສນາທິການໃຫ້ການນໍາຂອງແຂວງ ແລະ ການນຳຂອງກະຊວງ ເພື່ອປະສານສົມທົບກັບພາກສວ່ນກ່ຽວຂ້ອງໃນການຄຸ້ມຄອງຂຸດຄົ້ນໄມ້ໃຫ້ມີປະສິດທິຜົນ, ຖືກຕ້ອງ, ສອດຄ່ອງກັບລະບຽບການ ກໍຄືກົດໝາຍວາງອອກ.
- ໄດ້ຂຸດຄົ້ນໄມ້ແລວທາງ ເຂດໂຄງການກໍ່ສ້າງທາງລຽບຊາຍແດນລາວ-ຫວຽດນາມ ຄວາມຍາວ 16 ກິໂລແມັດ ປະຕິບັດໄດ້ 306 ທ່ອນ ບໍລິມາດ 617 ກວ່າແມັດກ້ອນ ເທົ່າກັບ 99,70% ຂອງແຜນການ;
- ຂຸດຄົ້ນໄມ້ແລວທາງ ເຂດໂຄງການກໍ່ສ້າງທາງລຽບຊາຍແດນລາວ-ຫວຽດນາມແຂວງເຊກອງໄລຍະທີ I ຊ່ວງທີ 2 ຄວາມຍາວ 55 ກິໂລແມັດ ປະຕິບັດໄດ້ 358 ທ່ອນ ບໍລິມາດໄມ້ 985 ກວ່າແມັດກ້ອນ ເທົ່າກັບ 9,50%;
- ຂຸດຄົ້ນໄມ້ອອກຈາກເຂດນໍ້າຈະຖ້ວມ, ເຂດກໍ່ສ້າງເຂື່ອນໄຟ້ຟ້າຫ້ວຍລະແງ ແລະ ແລວສາຍສົ່ງໄຟຟ້າຫ້ວຍລະແງ ປະຕິບັດໄດ້ 508 ທ່ອນ ບໍລິມາດ 333 ກວ່າແມັດກ້ອນ ເທົ່າກັບ 99,58%;
- ຂຸດຄົ້ນໄມ້ອອອກຈາກເຂດຍົກຍ້າຍຈັດສັນບ້ານປາກໄຊ, ບ້ານຖໍ້າເດັ້ງ ແລະ ເຂດຂຸດຄົ້ນຖ່ານຫີນຂອງໂຄງການໄຟຟ້າຄວາມຮ້ອນເມືອງກະລືມ ປະຕິບັດໄດ້ 170 ທ່ອນ ບໍລິມາດ 2.390 ກວ່າແມັດກ້ອນ ເທົ່າກັບ 66,23%
- ຂຸດຄົ້ນໄມ້ອອກຈາກເຂດໂຄງການກໍ່ສ້າງເຂື່ອນໄຟຟ້ານໍ້າບີ1, ນໍ້າບີ 2 ແລະ ນໍ້າບີ 3 ຢູ່ເມືອງດາກຈຶງ ແຂວງເຊກອງ (ໄມ້ເກັບເລັມ) ປະເພດໄມ້ເນື້ອແຂງ ແລະ ໄມ້ຄຸ້ມຄອງ ປະຕິບັດໄດ້ 549 ຕັບ/ທ່ອນ ບໍລິມາດ 89,599 ແມັດກ້ອນ ເທົ່າກັບ 20,62% ຂອງແຜນການ.
ພ້ອມນີ້, ຍັງໄດ້ເກັບກູ້ເຄື່ອງປ່າຂອງດົງ (ການກີດຢາງແປກ) ໃນເຂດກໍ່ສ້າງເຂື່ອນໄຟຟ້ານໍ້າບີໃນເນື້ອທີ່ 760 ເຮັກຕາ. ໃນນີ້, ເຂດກໍ່ສ້າງເຂື່ອນ ແລະ ແລວສາຍສົ່ງ ເນື້ອທີ່ 310 ເຮັກຕາໄດ້ 14 ໂຕນ ແລະເຂດນໍ້າຖວ້ມຂອງໂຄງການ ເນື້ອທີ່ 450 ເຮັກຕາໄດ້ 11 ໂຕນ.