ແຮ່ທາດ ບໍ່ແມ່ນແນວຈະທົດລອງ ຂຸດຄົ້ນແຮ່ແມ່ນຊັບພະຍາກອນ ໝົດແລ້ວກໍໝົດເລີຍ

ໂດຍ: ຜາຕຸງ
ບັນຫາທີ່ຟົດເດືອດຊຶ່ງສັງຄົມມີຄວາມສົນໃຈທີ່ສຸດໃນເວລານີ້ກໍແມ່ນເລື່ອງເສດຖະກິດ,ນອກຈາກບັນຫາອັດຕາເງິນເຟີ້,ສິນຄ້າຂຶ້ນລາຄາທີ່ສົ່ງຜົນກະທົບແຮງຕໍ່ການດຳລົງຊີວິດຂອງປະຊາຊົນຄົນທົ່ວໄປ ໂດຍສະເພາະຕໍ່ຜູ້ມີລາຍຮັບໜ້ອຍແລ້ວ, ກໍຄົງຈະແມ່ນເລື່ອງການອະນຸຍາດໃຫ້ນັກລົງທຶນເຂົ້າມາທົດລອງຂຸດຄົ້ນແຮ່ທາດຕ່າງໆ ແລະ ການຂຸດຄົ້ນແຮ່ຫາຍາກ ທີ່ສະມາຊິກສະພາແຫ່ງຊາດຍົກເປັນຄຳຖາມມາເຈາະຈີ້ມຕໍ່ສະມາຊິກຄະນະລັດຖະບານຢູ່ໃນກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ່ 9 ທີ່ກຳລັງດຳເນີນຢູ່ນີ້.
ການທົດລອງຂຸດຄົ້ນແຮ່ທາດເປັນນະໂຍບາຍໜຶ່ງທີ່ສຳຄັນໃນການພັດທະນາເສດຖະກິດ, ຜ່ານການປະຕິບັດຕົວຈິງສອງປີຜ່ານມາ ໄດ້ສົ່ງຜົນກະທົບໂດຍກົງແລະທາງອ້ອມຕໍ່ການດຳລົງຊິວິດຂອງປະຊາຊາຊົນຢ່າງຫຼີກບໍ່ໄດ້ ເປັນຕົ້ນແມ່ນເສັ້ນທາງຄົມມະນາຄົມເປ່ເພ, ປ່າໄມ້ຖືກທຳລາຍ, ສ້າງມົນລະພິດຕໍ່ສິິ່ງແວດລ້ອມ ຊຶ່ງປະຊາຊົນຫຼາຍທ້ອງຖິ່ນມີຄວາມເຫັນໃນການທົດລອງເຮັດແຮ່ທາດເປັນຕົ້ນບັນດາຂໍ້ສະເໜີຂອງຜູ້ແທນກອງປະຊຸມຈາກຫຼາຍເຂດເລືອກຕັ້ງກໍຢາກໃຫ້ມີການສະຫຼຸບຕີລາຄາຄືນບົດຮຽນໃນການເຮັດທົດລອງນີ້ ໄດ້ຫຍັງແດ່ ສິ່ງທ້າທາຍມີຫຍັງແດ່ ຂອດຈຳກັດມີແນວໃດແດ່ ຕາມຈິດໃຈກອງປະຊຸມມີຂໍ້ສະເໜີວ່າບໍ່ຢາກໃຫ້ສືບຕໍ່ໂຄງການເຮັດທົດລອງຂຸດຄົ້ນແຮ່ທາດນີ້ ເພາະມັນເປັນຊັບສິນບໍ່ສາມາດທົດລອງໄດ້ ໝົດກໍ່ໝົດໄປເລີຍບໍ່ສາມາດເກັບຄືນໄດ້.
ທ່ານ ໄຊສົມພອນ ພົມວິຫານ ປະທານສະພາແຫ່ງຊາດສະເໜີ ວ່າ: “ການເຮັດທົດລອງກໍ່ໃຫ້ມີເວລາແລະຂອບເຂດຈຳກັດຄັກແນ່ ຄວນຮັກສາແຮ່ທາດທີ່ມີຄຸນຄ່າຫາຍາກມີລາຄາສູງຄວນກຳນົດເຂດຮັກສາໄວ້ໃນອານາຄົດໃຫ້ລູກລາວຫຼານລາວໃນລຸ່ນຕໍ່ໄປໄດ້ນຳໃຊ້ເພື່ອປະໂຫຍດອັນຍາວນານຂອງທັງໝົດປະເທດ ຊຶ່ງແມ່ນຄວາມເປັນຫ່ວງເປັນໃຍລວມຂອງກອງປະຊຸມ ການຄຸ້ມຄອງປະລິມານແລະຄຸນນະພາບຂອງແຮ່ກໍຢາກໃຫ້ເບິ່ງຄືນໃໝ່ເບິ່ງເຖິງຜົນປະໂຫຍດຕົວຈິງທີ່ລັດເຮົາໄດ້ມີໜ້ອຍຫຼາຍສ່ຳໃດນີ້ກໍຢາກໃຫ້ເບິ່ງຄືນ”
ນອກຈາກການຂຸດຄົ້ນແຮ່ທາດແລ້ວຕ້ອງຕິດພັນຢ່າງແໜ້ນແຟ້ນໃນການຮັບປະກັນບັນຫາສິ່ງແວດລ້ອມບັນຫາໃນສັງຄົມເຊິ່ງອັນນີ້ພໍ່ແມ່ພີ່ນ້ອງປະຊາຊົນທີ່ຖືກຜົນກະທົບເຂົາເຈົ້າສະ ເໜີຫຼາຍເປັນຕົ້ນ ສາຍນ້ຳບ່ອນທຳມາຫາກິນກະທົບຫຼາຍບ່ອນສ້າງຄວາມເດືອດຮ້ອນເຖິງພໍ່ແມ່ປະຊາຊົນບາງເຂດ ນີ້ຂໍໃຫ້ເບິ່ງຄືນໃໝ່ໃຫ້ຕັ້ງໜ້າເອົາໃຈໃສ່ແກ້ໄຂໂດຍສະເພາະບັນດາ ກະຊວງກ່ຽວຂ້ອງຈຳນວນໜຶ່ງທີ່ຮັບຜິດຊອບໂດຍກົງບັນຫາການທັບຊ້ອນເຂດຂຸດຄົ້ນຫັ້ນກໍ່ຍ້ອນການປະສານສົມທົບກັນບໍ່ທັນແໜ້ນແຟ້ນນັບທັງການນຳເອົາພະນັກງານລົງປະຈຳການຕາມພື້ນທີ່ຕ່າງໆກໍຍັງບໍ່ທັນມີການຕິດຕາມຊຸກຍູ້ກວດກາເຂົາເຈົ້າຢ່າງເປັນປະຈຳເຮັດໃຫ້ມີບັນຫາຈຳນວນໜຶ່ງເກີດຂຶ້ນໃນພື້ນທີ່ດັ່ງກ່າວ.
ໃນຕອນທ້າຍວາລະ ທ່ານປະທານສະພາກ່າວເນັ້ນຕື່ມວ່າ: ຄວນຢຸດເຊົາການຂຸດຄົ້ນແຮ່ທົດລອງແຮ່ຫາຍາກ ເພາະແຮ່ທາດ ມັນເປັນຊັບສິນບໍ່ສາມາດທົດລອງໄດ້ ໝົດກໍໝົດໄປເລີຍບໍ່ສາມາດເກັບຄືນໄດ້, ປັດຈຸບັນກະມີຫຼາຍບໍລິສັດໃດ .ຄັນວ່າຈຳກັດໄດ້ຕື່ມກະດີ ແລະ ບໍ່ຄວນຂະຫຍາຍອີກ ຈົ່ງແຮ່ນີ້ໄວ້ໃຫ້ລູກຫຼານເຮົາໄດ້ໃຊ້ຕໍ່ໄປແດ່ເຮົາຊິເອົາໝົດບາດດຽວກະຍາກ ດັ່ງນັ້ນຈຶ່ງສະເໜີໃຫ້ລັດຖະບາາຄົ້ນຄວ້າເບິ່ງ”
ເຖິງຢ່າງໃດກໍຕາມ ພາກການປະຕິບັດຕົວຈິງ ຖືວ່າຍັງບໍ່ໄດ້ມີມະຕິອອກມາຢ່າງຊັດເຈນ ເຊິ່ງຕ້ອງລໍຕື່ມໃນທ້າຍວາລະຂອງກອງປະຊຸມສະພາ ຊຶ່ງທັງໝົດນີ້ເປັນສິ່ງທ້າທາຍອັນໃຫຍ່ຫຼວງຂອງກະຊວງທະບວງກົມທີ່ກ່ຽວຂ້ອງໂດຍສະເພາະ ກະຊວງພະລັງງານບໍ່ແຮ່ແລະອື່ໆຈະແກ້ໄຂແນວໃດໃຫ້ລຸລ່ວງໄປດ້ວຍດີໃນຕໍ່ໜ້າ.