ລົດຖີບທາງໄກ ຕູເດີຟຣອງ 2023 ສະໜາມທີ 5 ໄດ້ແຊ້ມໜ້າໃໝ່!
July 6, 2023 - 1:00 PM


ການແຂ່ງຂັນລົດຖີບທາງໄກ ລະດັບໂລກ ລາຍການ ຕູເດີຟຣອງ ປະຈຳປີ 2023 ສະໜາມ 5 ເສັ້ນທາງຈາກເມືອງ ພໍລ ຫາເມືອງ ລາລອນ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 163 ກິໂລແມັດ.
ປະກົດວ່າ: ແຊ້ມສະໜາມນີ້ເປັນຂອງ
ໄຈ ຮິນລີ້ ນັກກິລາຊາວອົດສະຕຣາລີ ໄວ 27 ປີ ຈາກທີມ ບໍຣ້າ ຮັນໂກເຮີ ເວລາ 3 ຊົ່ວໂມງ 57 ນາທີ 7 ວິນາທີ ເອົາຊະນະ
ຈູລີໂອ ຊິກໂຄເນ່ ຊາວອີຕາລີ ຈາກທີມ ລີເດິນເຕັກ 32 ວິນາທີ.


ໄຊຊະນະສະໜາມນີ້ຂອງ ໄຈ ຮິນລີ້ ແຊງຂຶ້ນມາຄອງເສື້ອເຫລືອງ ຜູ້ນຳເວລາລວມຜ່ານໄປ 5 ສະໜາມ ເວລາລວມ 22 ຊົ່ວໂມງ 15 ນາທີ 12 ວິນາທີ, ນຳອັນດັບສອງ
ໂຢນັສ ວິນເກກ໊າດ ແຊ້ມເກົ່າ ຊາວເດັນມາກ ຈາກທີມ ຈຳໂບ້ ວິສມ້າ 47 ວິນາທີ.

ສ່ວນ
ອາດຳ ຢາເຕັສ ຊາວສະຫະຣາຊອານາຈັກ ຈາກທີມ ຢູເອອີ ເອມີເຣດ ຜູ້ຄອງເສື້ອເຫລືອງ 4 ສະໜາມຜ່ານມາ ຕົກໄປຢູ່ທີ 5 ຕາມຫລັງຜູ້ນຳ 1 ນາທີ 34 ວິນາທີ.

ສະໜາມຕໍ່ໄປ ສະໜາມທີ 6 ຈະແຂ່ງຂັນໃນວັນທີ 6 ກໍລະກົດນີ້ ເສັ້ນທາງຈາກເມືອງ ຕາເບ່ ຫາເມືອງ ຄໍເຕເຣ່ ປະເທດຝຣັ່ງ ເປັນເສັ້ນທາງພູສູງ ໄລຍະທາງ 145 ກິໂລແມັດ.