ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ

ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - 358120609 2209046389299129 1551471787285084016 n - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ
ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - kitchen vibe - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ

ທ່ານ ນາງ ສວນສະຫວັນ ວິຍະເກດ ລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ (ຖວທ) ລາຍງານການຈັດຕັ້ງປະຕິບັດວຽກງານຖະແຫລງຂ່າວ, ວັດທະນະທຳ ແລະ ທ່ອງທ່ຽວ ກາງສະໄໝ 2021-2023 ໃນກອງປະຊຸມຄົບຄະນະກາງສະໄໝ ຂອງຄະນະບໍລິຫານງານພັກກະຊວງ ສະໄໝທີ V ວັນທີ 5 ກໍລະກົດ 2023 ຜ່ານມາ ວ່າ: ໃນໄລຍະກາງສະໄໝການຈັດຕັ້ງປະຕິບັດວຽກງານ ທ່ອງທ່ຽວ ມີຜົນສຳເລັດ ແລະ ພົ້ນເດັ່ນຫລາຍດ້ານ, ໄລຍະ 2 ປີເຄິ່ງ ປີ 2021-ຕົ້ນປີ 2023 ມີນັກທ່ອງທ່ຽວພາຍໃນເກືອບ 3 ລ້ານເທື່ອຄົນ, ນັກທ່ອງທ່ຽວສາກົນ 2,6 ລ້ານກວ່າເທື່ອຄົນ ຫລື ເທົ່າກັບ 17% ຂອງແຜນການ (15 ລ້ານກວ່າເທື່ອຄົນ) ສາມາດສ້າງລາຍຮັບຈາກນັກທ່ອງທ່ຽວພາຍໃນ, ພາກພື້ນ ແລະ ສາກົນໄດ້ຫຼາຍກວ່າ 631 ລ້ານໂດລາສະຫະລັດ, ສະເລ່ຍໄລຍະການພັກເຊົາແມ່ນ 7 ວັນ/ຄົນ.
ພ້ອມກັນນີ້ກໍໄດ້ປັບປຸງ, ສ້າງໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກ ດ້ານການທ່ອງທ່ຽວຄື:
– ໄດ້ດຳເນີນການກໍ່ສ້າງເສັ້ນທາງເບຕົງ ຢູ່ດອນເດດ-ດອນຄອນ ເມືອງໂຂງ,
– ກຳລັງປັບປຸງເສັ້ນທາງເຂົ້າອ່າງນໍ້າງື່ມ 1 ແລະ ປັບປຸງສິ່ງອໍານວຍຄວາມສະດວກດ້ານການທ່ອງທ່ຽວບໍລິເວນໜ້າອ່າງນໍ້າງື່ມ 1,
– ກຳລັງປັບປຸງເສັ້ນທາງເບຕົງເຂົ້າເຖິງນໍ້າຕົກຕາດແກ້ງຍຸຍຄວາມຍາວ 6 ກິໂລແມັດ ແລະ ສ້າງສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວຢູ່ບໍລິເວນຕາດແກ້ງຍຸຍ ເມືອງວັງວຽງ,
– ປັບປຸງເສັ້ນທາງວົງແຫວນເບື້ອງເວັນຕົກຂອງສາຍນໍ້າຊອງຍາວ 26 ກິໂລແມັດ ເປັນທາງປູຢາງ 2 ຊັ້ນ,
– ສ້າງຂົວຂ້າມນ້ຳຊອງ ຍາວ 80 ແມັດ, ກວ້າງ 11 ແມັດ,
– ກຳລັງປັບປຸງສະໜາມເກັບມ້ຽນຂີ້ເຫຍື້ອເມືອງວັງວຽງ ແຂວງວຽງຈັນ, ສ່ວນໂຄງລ່າງພື້ນຖານ ແລະ ສິ່ງອຳນວຍຄວາມສະດວກດ້ານການທ່ອງທ່ຽວ ເຊິ່ງຄາດວ່າຈະສໍາເລັດໃນທ້າຍປີ 2023 ນີ້ ໂດຍໄດ້ຮັບການສະໜັບສະໜູນຈາກໂຄງການພັດທະນາໂຄງລ່າງພື້ນຖານ ເພື່ອສົ່ງເສີມການທ່ອງທ່ຽວໄລຍະ 2 ຈາກທະນາຄານພັດທະນາອາຊີ;
– ໄດ້ສຳເລັດການສ້າງແຜນຟື້ນຟູການທ່ອງທ່ຽວ ໄລຍະການແຜ່ລະບາດຂອງພະຍາດ ໂຄວິດ-19 ສຳລັບປີ 2021-2025,
– ແຜນພັດທະນາການທ່ອງທ່ຽວເມືອງເຟືອງ ສຳລັບປີ 2023-2030, ແຜນຕ້ອນຮັບນັກທ່ອງທ່ຽວ, ບົດຄົ້ນຄວ້າການທ່ອງທ່ຽວແບບກະສິກຳ ຂອງ ສປປ ລາວ ແລະ ສຳເລັດການຮ່າງປຶ້ມບັນຊີແຫລ່ງທ່ອງທ່ຽວແບບປະຊາຊົນມີສ່ວນຮ່ວມ ແລະ ເຮືອນພັກແຮມ ຂອງ ສປປ ລາວ ແລະ ດຳເນີນການປັບປຸງແຜນແມ່ບົດພັດທະນາ ແລະ ຄຸ້ມຄອງຕົວເມືອງທ່ອງທ່ຽວເມືອງວັງວຽງ ແຂວງວຽງຈັນ ປີ 2023-2033;
– ສໍາເລັດການສ້າງເຄື່ອງມືໂຄສະນາການທ່ອງທ່ຽວໃນຮູບແບບຕ່າງໆຄື: ແຜ່ນພັບ, QR Code ທີ່ບັນຈຸຂໍ້ມູນ, ຮູບພາບແຫລ່ງທ່ອງທ່ຽວ ໃນການໂຄສະນາການທ່ອງທ່ຽວລາວ, ວິດີໂອໂຄສະນາການ ທ່ອງທ່ຽວລາວຄວາມຍາວ 3 ນາທີ ແລະ 5 ນາທີ, ປຶ້ມແນະນຳການນຳໃຊ້ເຄື່ອງໝາຍສັນຍາລັກການທ່ອງທ່ຽວລາວ ແລະ ປຶ້ມມາດຕະຖານສູນຂໍ້ມູນຂ່າວສານການທ່ອງທ່ຽວລາວ ເພື່ອສະໜອງໃຫ້ແກ່ນັກທ່ອງທ່ຽວ ແລະ ຜູ້ທີ່ສົນໃຈທົ່ວໄປ;
– ສຳເລັດມອບ-ຮັບອຸປະກອນ ໂຄງການປະກອບວັດຖຸອຸປະກອນເຕັກນິກ ດ້ານການສະໜອງຂໍ້ມູນຂ່າວສານຈຸດເຊື່ອມຕໍ່ ແລະ ດ່ານສາກົນ ໃຫ້ 17 ແຂວງ ແລະ ນະຄອນຫລວງວຽງຈັນ;
– ສຳເລັດແຜນການຕະຫລາດການທ່ອງທ່ຽວ ປະຈຳປີ 2022-2023 ເພື່ອຟື້ນຟູການທ່ອງທ່ຽວຈາກການແrjລະບາດຂອງພະຍາດໂຄວິດ-19, ສ້າງປຶ້ມມາດຕະຖານຂໍ້ມູນຂ່າວສານການທ່ອງທ່ຽວຂອງ ສປປ ລາວ;
– ສໍາເລັດການລົງເຄື່ອນໄຫວເກັບກຳຂໍ້ມູນສຶກສາ-ວິໄຈການຕະຫລາດທ່ອງທ່ຽວພາຍໃນ ເພື່ອສົ່ງເສີມລາວທ່ຽວລາວທີ່ແຂວງອຸດົມໄຊ, ຫລວງນ້ຳທາ ແລະ ແຂວງບໍ່ແກ້ວ.
ພ້ອມກັນນີ້, ໄດ້ເຂົ້າຮ່ວມງານວາງສະແດງທ່ອງທ່ຽວບັນດາປະເທດໃກ້ຄຽງ ແລະ ປະເທດສະມາຊິກອາຊຽນ 7 ຄັ້ງ ແລະ ເຂົ້າຮ່ວມມງານເທສະການພາຍໃນຢູ່ແຂວງຕ່າງໆໃນຂອບເຂດທົ່ວປະເທດ; ສຳເລັດຈັດສຳມະນາກ່ຽວກັບວຽກງານໂຄສະນາ ແລະ ສົ່ງເສີມການທ່ອງທ່ຽວພາຍໃນ ເພື່ອດຶງດູດນັກທ່ອງທ່ຽວຕະຫລາດເປົ້າໝາຍ.

ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - 4 - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ
ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - 3 - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ
ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - 5 - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ
ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - Visit Laos Visit SALANA BOUTIQUE HOTEL - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ
ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ - Visit Laos Visit SALANA BOUTIQUE HOTEL - ປີ 2021-2023 ສປປ ລາວ ມີລາຍຮັບຈາກນັກທ່ອງທ່ຽວທັງພາຍໃນ ແລະ ສາກົນ ຫລາຍກວ່າ 631 ລ້ານໂດລາສະຫະລັດ