ປັດຈຸບັນ ສປປ ລາວມີສັດປ່າ ຫລາຍກວ່າ 1.000 ຊະນິດ ໂດຍສະເພາະສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ຂອງໂລກ
ວັນທີ 7 ກໍລະກົດ 2023 ຜ່ານມາ ທ່ານ ເພັດ ພົມພິພັກ ລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ໄດ້ຖະແຫລງເນື່ອງໃນວັນປ່ອຍປາ ແລະ ອະນຸລັກສັດນໍ້າ-ສັດປ່າແຫ່ງຊາດ ວັນທີ 13 ກໍລະກົດ 2023 ຄົບຮອບ 26 ປີ ທີ່ຈະມາຮອດນີ້ວ່າ: ປັດຈຸບັນ, ທົ່ວປະເທດມີສູນ, ສະຖານີທີ່ຜະລິດລູກປາຂອງລັດ ຈໍານວນ 53 ແຫ່ງ, ຟາມຜະລິດລູກປາ ຂອງເອກະຊົນ ຫລາຍກວ່າ 130 ແຫ່ງ ແລະ ການຜະລິດລູກປາແບບຄອບຄົວມີ 352 ແຫ່ງ, ສາມາດສະໜອງແນວພັນປາ ໃຫ້ສັງຄົມໄດ້ໂດຍພື້ນຖານ ຈໍານວນ 383 ລ້ານໂຕ (ສະໜອງໄດ້ 72% ຂອງແຜນການ), ມີຟາມລ້ຽງສັດປ່າ, ສູນຂະຫຍາຍພັນສັດປ່າ ຫລາຍກວ່າ 10 ແຫ່ງ. ບັນດາສູນດັ່ງກ່າວໄດ້ຄົ້ນຄວ້າທົດລອງລ້ຽງ ແລະ ຂະຫຍາຍພັນ ສັດປ່າ ແລະ ປາພື້ນເມືອງໄດ້ຫລາຍຊະນິດ, ທົ່ວປະເທດມີວັງສະຫງວນປາ ຈໍານວນ 1.050 ກວ່າວັງ. ໃນນັ້ນ, ມີຄະນະຄຸ້ມຄອງວັງສະຫງວນແລ້ວ 819 ວັງ ແລະ ມີເຂດອະນຸລັກພັນສັດປ່າແຫ່ງຊາດ 1 ເຂດ.
ທ່ານ ລັດຖະມົນຕີ ກະຊວງກະສິກຳ ແລະ ປ່າໄມ້ ຍັງໃຫ້ຮູ້ອີກວ່າ: ສປປ ລາວ ເປັນປະເທດໜຶ່ງທີ່ອຸດົມຮັ່ງມີ ເຕັມໄປດ້ວຍຊັບພະຍາກອນທໍາມະຊາດ ຊັບໃນດິນ ສິນໃນນໍ້າ, ມີຊະນິດພັນສັດປ່າ ຫລາຍກວ່າ 1.000 ຊະນິດ ແລະ ປາພື້ນເມືອງຫລາຍກວ່າ 500 ຊະນິດ ໂດຍສະເພາະສັດນໍ້າ ແລະ ສັດປ່າທີ່ຫາຍາກ ແລະ ໃກ້ຈະສູນພັນ ຂອງໂລກ ເຊັ່ນ: ເສົາລາ, ຂະຍຸ, ຊ້າງ, ເສືອໂຄ່ງ, ໂອ່ງ-ມັ່ງ, ປາບຶກ, ປາຂ່າ ແລະ ສັດປ່າຊະນິດອື່ນໆ. ສັດດັ່ງກ່າວ ແມ່ນມີຄວາມສໍາຄັນຕໍ່ການຮັກສາຄວາມອຸດົມ ສົມບູນຂອງຊັບພະຍາກອນປ່າໄມ້, ຄວາມສົມດຸນຂອງລະບົບນິເວດໃນທໍາມະຊາດ, ເປັນມໍລະດົກທາງທໍາມະຊາດອັນລໍ້າຄ່າ ຂອງຊາດລາວເຮົາ. ພ້ອມນີ້, ທ່ານຍັງໄດ້ຍັງຮຽກຮ້ອງມາຍັງພາກສ່ວນຕ່າງໆ ທັງພາກລັດ ແລະ ເອກະຊົນ ໃນທົ່ວສັງຄົມ ຈົ່ງພ້ອມກັນຮ່ວມແຮງຮ່ວມໃຈ ເຂົ້າໃສ່ການພັດທະນາ, ຄຸ້ມຄອງ, ອະນຸລັກຮັກສາ ສັດນໍ້າ ແລະ ສັດປ່າ ໃຫ້ຫລາຍຂຶ້ນ ແນໃສ່ເພີ່ມຄວາມອຸດົມສົມບູນທາງດ້ານຊະນິດພັນ ແລະ ຈໍານວນປະຊາກອນຂອງສັດນໍ້າ ແລະ ສັດປ່າ ທີ່ເປັນມໍລະດົກທາງທໍາມະຊາດ ຂອງຊາດ ໃຫ້ຊົມໃຊ້ແບບຍືນຍົງ ແລະ ໃຫ້ເປັນມໍລະດົກຕົກທອດ ຮອດເຊັ່ນລູກເຊັ່ນຫລານ ຂອງພວກເຮົາ ຕະຫລອດໄປ