ກະຊວງການຕ່າງປະເທດ ຖະແຫຼງການ ຮຽກຮ້ອງມາຍັງບັນດາປະເທດ ແລະ ທຸກພາກສ່ວນຈົ່ງຫລີກລ່ຽງທຸກການນຳໃຊ້, ຜະລິດ, ສົ່ງຕໍ່ ແລະ ເກັບຮັກສາ ລະເບີດລູກຫວ່ານ

ວັນທີ 10 ກໍລະກົດ 2023 ນີ້ ກະຊວງການຕ່າງປະເທດ ແຫ່ງ ສປປ ລາວ ອອກຖະແຫຼງການວ່າ: ໃນຖານະປະເທດທີ່ໄດ້ຮັບຜົນກະທົບຫລາຍທີ່ສຸດຈາກລະເບີດລູກຫວ່ານ ແລະ ໃນຖານະທີ່ເປັນລັດພາຄີສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ, ສປປ ລາວ ສະແດງຄວາມເປັນຫ່ວງຕໍ່ກັບການປະກາດ ແລະ ຄວາມສ່ຽງທີ່ລະເບີດລູກຫວ່ານຈະຖືກນຳໃຊ້.
ຕະຫຼອດໄລຍະຫລາຍກວ່າຫ້າທົດສະວັດທີ່ຜ່ານມາ, ປະຊາຊົນລາວ ໄດ້ຮັບເຄາະຮ້າຍຈາກລະເບີດລູກຫວ່ານ ທີ່ອັນຕະລາຍຮ້າຍແຮງ ແລະ ມາຮອດປັດຈຸບັນ ປະຊາຊົນລາວຍັງສືບຕໍ່ໄດ້ຮັບຜົນກະທົບຈາກລະເບີດບໍ່ທັນແຕກ ຊຶ່ງເປັນໄພຂົ່ມຂູ່ຕໍ່ຊີວິດ ແລະ ການເປັນຢູ່ຂອງປະຊາຊົນຂອງພວກເຮົາ.
ສະນັ້ນ, ສປປ ລາວ ຂໍຮຽກຮ້ອງມາຍັງບັນດາປະເທດ ແລະ ທຸກພາກສ່ວນຈົ່ງຫລີກລ່ຽງທຸກການນຳໃຊ້, ຜະລິດ, ສົ່ງຕໍ່ ແລະ ເກັບຮັກສາ ລະເບີດລູກຫວ່ານ ຕາມທີ່ລະບຸໄວ້ໃນເນື້ອໃນຂອງສົນທິສັນຍາວ່າດ້ວຍການເກືອດຫ້າມລະເບີດລູກຫວ່ານ ເພື່ອບໍ່ໃຫ້ໃນໂລກນີ້ມີຜູ້ຖືກເຄາະຮ້າຍຈາກອາວຸດທີ່ຊົ່ວຮ້າຍດັ່ງກ່າວນີ້ອີກຕໍ່ໄປ.