ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ - 4 - ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ
ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ - kitchen vibe - ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ

ທ່ານ ກິແກ້ວ ສິງນາວົງ ຮອງລັດຖະມົນຕີກະຊວງກະສິກຳ ແລະ ປ່າໄມ້ ລາຍງານໃນກອງປະຊຸມ ສຳມະນາ ກ່ຽວກັບ ການຜະລິດ, ການປຸງແຕ່ງ ແລະ ການສົ່ງອອກ ສິນຄ້າກະສິກໍາ ໄປ ສປ ຈີນ ໃນໄລຍະໃໝ່ ວັນທີ 30 ມິຖຸນາ 2023 ຜ່ານມານີ້ວ່າ: ໃນປີ 2022 ທີ່ຜ່ານມາ ມີຫຼາຍບໍລິສັດ ທີ່ສາມາດສົ່ງອອກໄປຈີນ ເພີ່ມຂຶ້ນ, ສິນຄ້າກະສິກໍາທີ່ສົ່ງອອກກໍເພີ່ມຂຶ້ນເປັນຈໍານວນຫຼາຍ ໂດຍເຫັນໄດ້ຈາກຕົວເລກການສົ່ງອອກ ປີ 2022 ມີ ມູນຄ່າທັງໝົດ 1.733 ລ້ານໂດລາສະຫະລັດ.

ທ່ານ ບຸນຈັນ ກົມບຸນຍະສິດ ຫົວໜ້າກົມປູກຝັງ, ກະຊວງກະສິກຳ ແລະ ປ່າໄມ້ ລາຍງານໃຫ້ຮູ້ວ່າ: ມາເຖິງປັດຈຸບັນໄດ້ມີບັນດາ ບໍລິສັດຜູ້ສົ່ງອອກ ທີ່ໄດ້ຂຶ້ນທະບຽນກັບ ສປ ຈີນ ທີ່ຈະສົ່ງອອກສິນຄ້າກະສິກຳໄປ ສປ ຈີນ ມີດັ່ງນີ້:

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ - Visit Laos Visit SALANA BOUTIQUE HOTEL - ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ

ສາລີ 21 ບ/ສ; ມັນຕົ້ນ 33 ບ/ສ; ເຂົ້າສານ 2 ບ/ສ; ໝາກກ້ວຍ 44 ບ/ສ; ໝາກໂມ 28 ບ/ສ; ມັນດ້າງ 8 ບ/ສ; ພືດຕະກູນຖົ່ວ 31 ບ/ສ; ໝາກນອດ 22 ບ/ສ; ໝາກກ້ຽງ 6 ບ/ສ; ໝາກພຸກ 12 ບ/ສ; ໝາກນາວ 18; ຢາຫົວ 10 ບ/ສ; ເຄືອແດງດ່າງ 7 ບ/ສ; ຢາສູບ 1 ບ/ສ.

ໄດ້ສຳເລັດ ພິທີລົງນາມ ລະຫວ່າງ ກະຊວງກະສິກໍາ ແລະ ປ່າໄມ້ ແຫ່ງ ສປປ ລາວ ແລະ ອົງການບໍລິຫານພາສີ ແຫ່ງ ສປ ຈີນ ກ່ຽວກັບ ຂໍ້ກໍານົດເງື່ອນໄຂ ດ້ານສຸຂານາໄມພືດ ເພື່ອສົ່ງອອກ ພືດ ຈາກ ສປປ ລາວ ໄປ ສປ ຈີນ ຢ່າງເປັນທາງການ ມີຈຳນວນ 16 ພືດ: ເຂົ້າ, ສາລີ, ມັນຕົ້ນແຫ້ງ, ໝາກໂມ, ໝາກກ້ວຍ, ມັນດ້າງ, ໝາກນ໋ອດສົດ, ໝາກກ້ຽງ, ໝາກນາວ, ໝາກພຸກ, ໝາກຖົ່ວຍາວ, ໝາກຖົ່ວເຫຼືອງຝັກສົດ, ໝາກຖົ່ວເບີ, ຢາຫົວ, ເຄືອແດງດ່າງ ແລະ ໃບຢາສູບແຫ້ງ ໃນທີ່ປະຊຸມຍັງຈະແລກປ່ຽນຄຳຄິດຄຳເຫັນ, ຂ້ໍສະເໜີຕ່າງລະຫວ່າງພາກລັດ ແລະ ຜູ້ປະກອບການຕື່ມອີກ.

ທີ່ມາ: ກະຊວງກະສິກໍາ ແລະ ປ່າໄມ້.

 

ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ - 4 - ກະຊວງກະສິກຳ ແລະ ປ່າໄມ້ ຮ່ວມກັບສະພາການຄ້າ ສປ ຈີນ ໄດ້ຈັດກອງປະຊຸມ ຢູ່ທີ່ສູນການຄ້າລາວໄອເຕັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!