ທໍາລາຍຊິ້ນສ່ວນສັດປ່າຜິດກົດໝາຍ ທີ່ຢຶດມາໄດ້ຈາກແມ່ຄ້າຢູ່ທ້ອງຕະຫລາດພາຍໃນແຂວງໄຊຍະບູລີ ຫລາຍກວ່າ 49 ກິໂລກຣາມ


ວັນທີ 12 ກໍລະກົດ 2023, ກອງກວດກາປ່າໄມ້ແຂວງໄຊຍະບູລີ ໄດ້ຈູດທໍາລາຍຖິ້ມ ຊີ້ນສ່ວນສັດປ່າ ທີ່ຕ້ອງຫ້າມທັງໝົດຫລາຍກວ່າ 49 ກິໂລກຣາມ, ມູນຄ່າ 5 ລ້ານກວ່າກີບ ຊຶ່ງຢຶດມາຈາກແມ່ຄ້າທີ່ເອົາມາວາງຂາຍໃນທ້ອງຕະຫລາດພາຍໃນແຂວງໄຊຍະບູລີໃນໄລຍະຜ່ານມາ.
ທ່ານ ກອງທ່ຽນ ໄຊຍະພອນ ຫົວໜ້າກອງກວດກາປ່າໄມ້ແຂວງໄຊຍະບູລີ ໃຫ້ຮູ້ວ່າ: ຜ່ານ ກອງກວດກາປ່າໄມ້ໄດ້ສົມທົບກັບເຈົ້າທີ່ປ່າໄມ້ ເມືອງໄຊຍະບູລີ, ເມືອງພຽງ ແລະ ເມືອງປາກລາຍ ລົງກວດກາຢູ່ຕະຫລາດ 6 ຄັ້ງ. ພົບເຫັນແມ່ຄ້າ 12 ຄົນ ນັ່ງຂາຍຊີ້ນສັດປ່າຢູ່, ສະນັ້ນ, ເຈົ້າໜ້າທີ່ຈຶ່ງກວດກາ ແລະ ຢຶດຊີ້ນສ່ວນສັດປ່າທີ່ວາງຂາຍໄວ້ທັງໝົດ 49,3 ກິໂລ. ໃນນີ້ ມີທັງສັດທີ່ຕາຍ ແລະ ຍັງມີຊີວິດຢູ່ ເຊັ່ນ: ຊີ້ນຟານດິບ 4,2 ກິໂລ, ຊີ້ນໝູປ່າດິບ 10,7 ກິໂລ, ຊີ້ນໝູປ່າແຫ້ງ 4,8 ກິໂລ, ງູສິງ 2 ກິໂລ, ແລນດິບ 3,5 ກິໂລ, ກະຮອກດິບ 15 ໂຕ, ເຕົ່າຍັງມີຊີວິດ 3 ໂຕ ນໍ້າໜັກ 6,3 ກິໂລ, ແລນຍັງມີຊີວິດ 3 ໂຕ ນໍ້າໜັກ 5,9 ກິໂລ ແລະ ນົກເປົ້າ 9 ໂຕ.
ສຳລັບຊີ້ນສ່ວນສັດທີ່ຢຶດໄດ້ແມ່ນໄດ້ຈູດທໍາລາຍຖິ້ມ ສ່ວນສັດທີ່ຍັງມີຊີວິດໄດ້ນໍາໄປປ່ອຍຄືນສູ່ທໍາມະຊາດປ່າສະຫງວນນໍ້າປຸຍ ແລະ ຜູ້ກະທຳຜິດທັງ 12 ຄົນ ທີ່ຂາຍສັດປ່າຫວງຫ້າມເຈົ້າໜ້າທີ່ໄດ້ເຮັດບົດບັນທຶກ, ສຶກສາອົບຮົມ ບໍ່ໃຫ້ກັບມາຂາຍສັດປ່າ ໂດຍສະເພາະປະເພດສັດທີ່ຫວງຫ້າມອີກຕໍ່ໄປ.
ຂໍ້ມູນ: ຂ່າວແຂວງໄຊຍະບູລີ