ເນມາ ສັ່ງ ປາຣິສ ແຊັງແຊັກແມັງ ຂາຍ ຄາວານີ ດ່ວນ
September 20, 2017 - 4:27 PM
ເນມາ ຮຽກຮ້ອງໃຫ້ຕົ້ນ ສັງກັດຈັດການຂາຍ ເອດິສັນ ຄາວານີ ກອງໜ້າຂອງທີມ ຫຼັງໄປມີບັນຫາກັບລາວໃນ ເກມລີກນັດຫຼ້າສຸດ.
ກາຍເປັນເລື່ອງໂດງດັງ ໃນສູນເຝິກຊ້ອມຂອງ ປາຣິສ ແຊັງແຊັກແມັງ ຈາກເຫດການ ລະຫວ່າງເກມລີກທີ່ພວກເຂົາ ເອົາຊະນະ ໂອລິມປິກ ລີຍົງ 2-0 ໂດຍ ເນມາ ຕ້ອງການ ຍິງຟຣີຄິກ ລວມເຖິງຈຸດໂທດ ເອງ ແຕ່ ຄາວານີ ບໍ່ຍອມໃຫ້ ບານໄປຍິງ ແລະ ຈັດການຍິງ ເອງທັງໝົດ ແຕ່ກໍຍິງບໍ່ເຂົ້າ.
ໂດຍຫຼັງເກມ ເນມາ ໄດ້ ເລີກເປັນໝູ່ຕິດຕາມອິນສະຕາແກຣມຂອງ ຄາວານີ ຮຽບ ຮ້ອຍ ເຊິ່ງວ່າກັນວ່າຈົນເຖິງ ຕອນນີ້ທັງຄູ່ຍັງເບິ່ງໜ້າກັນບໍ່ ຕິດ ອີກທັງລາຍງານຫຼ້າສຸດ ຈາກ “ສະປອດ” ສື່ຊື່ດັງ ສະ ເປນ ລະບຸວ່າ ເນມາ ໄດ້ສັ່ງປະ ທານຂອງ ປາຣິສ ແຊັງແຊັກ ແມັງ ໃຫ້ຈັການ ຄາວານີ ອອກຈາກທີມໃຫ້ໄວທີ່ສຸດເທົ່າທີ່ເປັນໄປໄດ້.