ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ

ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ - 361658142 205105815834034 3294216548847980999 n - ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ
ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ - kitchen vibe - ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ

ວັນທີ 18 ກໍລະກົດ 2023, ເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງອຸດົມໄຊ ໄດ້ຈູດທຳລາຍສິນຄ້າບໍລິໂພກ ປະເພດຮັອດດັອກ, ໄສ້ອົ່ວ, ຕີນໄກ່ ແລະ ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ ທີ່ຍຶດໄດ້ຈາກແມ່ຄ້ານໍາມາວາງຈໍາໜ່າຍ ຢູ່ຕະຫຼາດ 2 ແຫ່ງ ຄື: ຕະຫຼາດໜອງແມງດາ ແລະ ຕະຫຼາດໜອງແລ້ງ ຈຳນວນຫຼາຍສົມຄວນ, ບາງລາຍການແມ່ນໄດ້ທຳລາຍກັບທີ່ ພ້ອມທັງໄດ້ສ້າງບົດບັນທຶກກັບເຈົ້າຂອງຮ້ານເພື່ອເປັນການຕັກເຕືອນ ຖ້າຫາກຍັງມີການລະເມີດຄັ້ງຕໍ່ໄປແມ່ນຈະໄດ້ປະຕິບັດຕາມລະບຽບກົດໝາຍ.

ທ່ານ ນາງ ໄມພອນ ສີລິວົງ ຫົວໜ້າພະແນກອຸດສາຫະກຳ ແລະ ການຄ້າແຂວງອຸດົມໄຊ ໄດ້ຮຽກຮ້ອງມາຍັງຜູ້ປະກອບການທຸລະກິດທີ່ນຳເຂົ້າຈາກຕ່າງປະເທດໃຫ້ເປັນເຈົ້າການນຳກັນໃນການກວດກາຄຸນນະພາບສິນຄ້າ ໂດຍສະເພາະແມ່ນກວດກາອາຍຸການບໍລິໂພກຢ່າງລະອຽດ ຖ້າຫາກພົບເຫັນສິນຄ້າທີ່ໝົດອາຍຸ ຫຼື ບໍ່ມີສະຫຼາກກຳນົດສິນຄ້າ, ບໍ່ຄວນນຳມາຈຳໜ່າຍໃຫ້ແກ່ລູກຄ້າ ສ່ວນຜູ້ບໍລິໂພກກໍເຊັ່ນດຽວກັນ ເວລາຊື້ກໍຕ້ອງກວດເບິ່ງວັນໝົດອາຍຸການບໍລິໂພກເຊັ່ນດຽວກັນ ຖ້າໃກ້ໝົດອາຍຸ ຫຼື ໝົດອາຍຸແລ້ວບໍ່ຄວນນຳມາບໍລິໂພກ ເຊິ່ງອາດຈະເຮັດໃຫ້ເປັນອັນຕະລາຍຕໍ່ຕົນເອງ ທັງນີ້ເພື່ອເຮັດໃຫ້ສັງຄົມຜູ້ບໍລິໂພກໄດ້ຊົມໃຊ້ອາຫານທີ່ດີມີຄຸນປະໂຫຍດຕໍ່ສຸຂະພາບຂອງທຸກຄົນ

ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ - Visit Laos Visit SALANA BOUTIQUE HOTEL - ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ

ສິນຄ້າຈຳນວນນີ້ ແມ່ນເຈົ້າໜ້າທີ່ກວດກາການຄ້າ ພະແນກອຸດສາຫະກໍາ ແລະ ການຄ້າແຂວງໄດ້ລົງເຄື່ອນໄຫວຕິດຕາມ ກວດກາ ການກຳນົດລາຄາ ແລະ ວາງຈຳໜ່າຍສິນຄ້າ ໂດຍສະເພາະແມ່ນປະເພດອາຫານແຊ່ແຂງທີ່ນຳເຂົ້າຈາກຕ່າງປະເທດຢູ່ຕາມຕະຫຼາດແຫ່ງຕ່າງໆທົ່ວເມືອງໄຊ ໃນວັນທີ 17 ກໍລະກົດ 2023.

ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ - 3 - ທຳລາຍອາຫານແຊ່ແຂງ ປະເພດຮັອດດັອກ ໄສ້ອົ່ວ, ຕີນໄກ່, ເຕົ້າຫູ້ ທີ່ໝົດອາຍຸການບໍລິໂພກ ແລະ ບໍ່ມີສະຫຼາກກຳນົດສິນຄ້າ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!