ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​

ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​ - 4e3185a7 e938 40c4 bc5e 588495495ecd - ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​
ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​ - kitchen vibe - ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​

ວັນທີ​ 13​ ກໍລະກົດ​ 2023 ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການ​ເລກທີ 14/ທຫລ ເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ  ເພື່ອເຮັດໃຫ້ການຈັດຕັ້ງປະຕິບັດຂໍ້ຕົກລົງ ວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນໍາເງິນສົດ-ເຂົ້າ ສປປ ລາວ ສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019 ໃຫ້ສອດຄ່ອງກັບສະພາບເສດຖະກິດປັດຈຸບັນ.​

ການນຳເງິນສົດເປັນເງິນກີບ ແລະ ເງິນຕາຕ່າງປະເທດ ເຂົ້າ-ອອກ ສປປ ລາວ ໄດ້ຈາກວົງເງິນ ບໍ່ເກີນ ຫຼື​ ທຽບເທົ່າ 100 ລ້ານກີບ ໃນເມື່ອກ່ອນ ມາເປັນວົງເງິນ ບໍ່ເກີນ ຫຼື ທຽບເທົ່າ 150 ລ້ານກີບ. ຖ້ານຳເງິນສົດເຂົ້າເກີນຈຳນວນດັ່ງກ່າວ ຜູ້ກ່ຽວຕ້ອງແຈ້ງຕໍ່ເຈົ້າໜ້າທີ່ພາສີປະຈໍາດ່ານສາກົນ ເພື່ອອອກໃບຢັ້ງຢືນການນໍາເງິນສົດຈໍານວນທີ່ເກີນນັ້ນເຂົ້າ ສປປ ລາວ ໂດຍປະກອບຂໍ້ມູນຕາມແບບພິມໃບແຈ້ງເຄື່ອງຕິດຕົວຜູ້ໂດຍສານ ຂອງກົມພາສີ ກະຊວງການເງິນ ແລະ ຖ້ານໍາເງິນສົດອອກເກີນຈຳນວນດັ່ງກ່າວ ຜູ້ກ່ຽວຕ້ອງມາຂໍອະນຸຍາດນຳ ກົມຄຸ້ມຄອງເງິນຕາຕ່າງປະເທດ,​ ທະນາຄານແຫ່ງ ສປປ ລາວ ຫຼື ນຳ ສາຂາທະນາຄານແຫ່ງ ສປປ ລາວ ປະຈໍາພາກ ໂດຍປະກອບຂໍ້ມູນຕາມແບບພິມ ຂອງທະນາຄານແຫ່ງ ສປປ ລາວ ເພື່ອອອກໃບອະນຸຍາດນໍາເງິນສົດຈໍານວນທີ່ເກີນນັ້ນ.

ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​ - Visit Laos Visit SALANA BOUTIQUE HOTEL - ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​

ແຈ້ງການສະບັບນີ້ໃຫ້ໃຊ້ປ່ຽນແທນ ວັກທີໜຶ່ງ ແລະ ທີສອງ ໃນມາດຕາ 10 ໃນການນໍາເງິນສົດເຂົ້າ-ອອກ ສປປ ລາວ ຂໍ້ຕົກລົງວ່າດ້ວຍການເປີດບັນຊີເງິນຝາກ, ການໂອນເງິນ ແລະ ການນຳເງິນສົດ-ເຂົ້າ ສປປ ລາວ ສະບັບເລກທີ 454/ທຫລ, ລົງວັນທີ 30 ພຶດສະພາ 2019.

ດັ່ງນັ້ນ, ຈຶ່ງແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ຢ່າງເຂັ້ມງວດ.

 

ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​ - 3 - ທະນາຄານ​ແຫ່ງ​ ສປປ​ ລາວ​ ອອກແຈ້ງການເລື່ອງ ການນຳເງິນສົດເຂົ້າ-ອອກ ສປປ ລາວ​
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!