ຜົນ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ

- kitchen vibe - ຜົນ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ

ຄະນະຜູ້ແທນເຈົ້າ​ໜ້າ​ທີ່ອາວຸໂສປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນລາວ ນໍາໂດຍທ່ານ ສະຫວັນຄອນ ຣາຊະມົນຕຣີ ຮອງລັດຖະມົນຕີກະຊວງຖະແຫລງຂ່າວ, ວັດທະນາທໍາ ແລະ ທ່ອງທ່ຽວ, ​ໄດ້​ເຂົ້າ​ຮ່ວມກອງ​ປະຊຸມສະພາ​ປະຊາຄົມວັດທະນະທຳ-ສັງຄົມອາ​ຊຽນ (ASCC) ຄັ້ງ​ທີ 18 ທີ່ເມືອງຕາກາຍໄຕ, ປະເທດຟີລິບປິນໃນວັນທີ 13 ກັນຍານີ້, ໂດຍພາຍ​ໃຕ້​ການ​ເປັນ​ປະທານ​ຂອງ ທ່ານ ອາກາຍ ເອັມມານູເອລ ເລໂກ AGAY EMMANUEL LEYCO ຮັກສາການລັດຖະມົນຕີກະຊວງສະຫວັດດີການສັງຄົມ ແລະ ການພັດທະນາ ປະເທດຟິລິປິນ, ມີ​ບັນດາ​ລັດຖະມົນຕີ, ຮອງລັດຖະມົນຕີ​ຮັບຜິດຊອບວຽກງານປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ, ມີຮອງ​ເລຂາ ທິການ​ໃຫຍ່ອາ​ຊຽນ ແລະ ຫົວໜ້າເຈົ້າ​ໜ້າ​ທີ່ອາວຸໂສປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ (SOCA) ​ເຂົ້າຮ່ວມຢ່າງພ້ອມພຽງ.

ກອງປະຊຸມຄັ້ງນີ້, ມີເປົ້າໝາຍເພື່ອເຄື່ອນໄຫວກິດຈະກຳຕ່າງໆຮັບໃຊ້ການ ສະເຫລີມສະຫລອງວັນສ້າງຕັ້ງອາຊຽນຄົບຮອບ 50, ສືບຕໍ່ພິຈາລະນາເອກະສານເອກະສານສຳຄັນຕ່າງໆ ເພື່ອນຳໄປສະເໜີຕໍ່ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 31 ຊຶ່ງຈະຈັດຂຶ້ນໃນເດືອນພະຈິກ 2017 ນີ້ ທີ່ປະເທດຟີລິບປິນ, ພ້ອມ​ນີ້, ກອງປະຊຸມຍັງໄດ້ຮັບຟັງການລາຍງານຜົນການປຶກສາຫາລືຂອງກອງປະຊຸມເຈົ້າໜ້າທີ່ອາວຸໂສວັດທະນະທຳ-ສັງຄົມອາຊຽນ (SOCA) ຄັ້ງທີ 23 ທີ່ໄດ້ຈັດຂຶ້ນໃນວັນທີ 11-12 ກັນຍາ 2017, ​ໂດຍ​ສະ​ເພາະ​ແມ່ນຄວາມຄືບໜ້າໃນການຈັດຕັ້ງປະຕິບັດບັນດາກິດຈະກຳຕ່າງໆ ພາຍໃຕ້ແຜນແມ່ບົດຂອງປະຊາຄົມວັດທະນະທຳ-ສັງຄົມອາຊຽນ 2025 ແລະ ວິ​ໄສທັດອາຊຽນ 2025, ລວມທັງ​ການສະ​ເໜີວິທີ​ການ​ປັບປຸງ​ຮູບ​ແບບ​ການ​ຕິ​ດຕາມ ​ແລະ ປະ​ເມີນ​ຜົນ​ການຈັດ​ຕັ້ງ​ປະຕິບັດ​ແຜນ​ງານ​ປະຊາ​ຄົມ​ວັດທະນະທຳ-ສັງຄົມ 2025 (ASCC Blue Print 2025).

​​ ໃນໂອກາດ​ນີ້, ທ່ານ ສະຫວັນຄອນ ລາຊະມຸນຕີ ໄດ້ຍົກໃຫ້ເຫັນບາງໜ້າວຽກທີ່ສຳຄັນໃນການປະກອບສ່ວນປະຕິບັດພາລະບົດບາດໃນການຈັດຕັ້ງປະຕິບັດ ວຽກງານດັ່ງກ່າວຂອງ ສປປ ລາວ ເຊັ່ນ: ໄດ້ເປັນເຈົ້າພາບຈັດກອງປະຊຸມຄະນະກຳມະກຳຄຸ້ມຄອງໄພພິບັດ (ACDM) ຄັ້ງທີ 30, ກອງປະຊຸມ Governing Board of the AHA Center ຄັ້ງທີ 6, ກອງປະຊຸມໜ່ວຍສະເພາະກິດຄັ້ງທີ 7 ຂອງ Promote Synergy with other relevant ASEAN bodies on HARD and Open Session on AADMER Partnership ໃນເດືອນມີນາທີ່ຜ່ານມາ ແລະ ໃນມໍ່ໆນີ້, ສປປ ລາວ ກໍຈະໄດ້ຮັບກຽດຈັດກອງປະຊຸມ Parties to the Agreement on Disaster Management and Emergency Responses (AADMER) ຄັ້ງທີ 6, ກອງປະຊຸມຄະນະກໍາມະການຄຸ້ມຄອງໄພພິບັດ (ACDM) ຄັ້ງທີ 31 ແລະ ກອງປະຊຸມລັດຖະມົນຕີຄຸ້ມຄອງໄພພິບັດ (AMMDM) ຄັ້ງທີ 5, ໃນລະຫວ່າງວັນທີ 17-19 ຕຸລາ 2017 ທີ່ເມືອງມໍລະດົກໂລກຫລວງພະບາງ ​ແລະ ໃນປີ 2018 ເປັນປີແຫ່ງການທ່ອງທ່ຽວລາວ (Visit Laos Year 2018) ແລະ ຈະເປັນໂອກາດໃຫ້ຜູ້ແທນບັນດາປະເທດສະມາຊິກອາຊຽນໄດ້ເຂົ້າມາທ່ຽວຊົມແຫລ່ງທ່ອງທ່ຽວຕ່າງໆຂອງລາວອີກ​ດ້ວຍ.

- 4 - ຜົນ​ສຳ​ເລັດ​ການ​ເຂົ້າ​ຮ່ວມກອງ​ປະຊຸມ​ສະພາ​ປະຊາ​ຄົມ​ວັດທະນະທຳ-ສັງຄົມອາ​ຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!