ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ

- kitchen vibe - ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ

ໃນໂອກາດໂອ້ລົມຕໍ່ກອງປະຊຸມພາກທຸລະກິດຄັ້ງທີ 10 ຂອງທ່ານນາຍົກລັດຖະມົນຕີ ທອງລຸນ ສີສຸລິດ ເມື່ອບໍ່ດົນມານີ້ໄດ້ຢືນຢັນວ່າ: ລັດຖະບານຈະຮີບຮ້ອນປັບປຸງ ແລະ ສ້າງສະພາບແວດລ້ອມດ້ານລະບຽບກົດໝາຍທີ່ເປັນທຳເພື່ອອໍານວຍໃຫ້ແກ່ພາກທຸລະກິດ, ເນື່ອງຈາກພາກທຸລະກິດຄືຫົວໃຈສໍາຄັນທີ່ຈະຊ່ວຍໃຫ້ປະເທດມີການພັດທະນາໄປດ້ວຍບາດກ້າວໜັກແໜ້ນເຂັ້ມແຂງ ແລະ ໃນປີນີ້ລັດຖະບານຈະສະເໜີລົບລ້າງອາກອນຊົມໃຊ້ສຳລັບອິນເຕີເນັດຕໍ່ສະພາແຫ່ງຊາດ ແລະ ຈະຫລຸດຄ່າທຳນຽມຈົດທະບຽນສັນຍາເງິນກູ້ຂອງທະນາຄານຜ່ານການປັບປຸງລັດຖະບັນຍັດວ່າດ້ວຍຄ່າທຳນຽມ. ນອກຈາກນີ້  ສຳນັກງານນາຍົກລັດຖະມົນ, ກະຊວງອຸດສາຫະກຳ-ການຄ້າ ແລະ ສະພາການຄ້າ ແລະ ອຸດສາຫະກຳແຫ່ງຊາດຈະໄດ້ຮ່ວມກັນສ້າງມະຕິກອງປະຊຸມພາກທຸລະກິດຄັ້ງນີ້ເພື່ອກຳນົດແຜນປະຕິບັດງານລະອຽດ, ທັງເປັນບ່ອນອີງໃນການແກ້ໄຂບັນຫາທີ່ຄົງຄ້າງ ແລະ ບໍ່ທັນໄດ້ຮັບການແກ້ໄຂ, ພ້ອມນີ້ມະຕິດັ່ງກ່າວຍັງຈະຊ່ວຍໃນການຕິດຕາມຄວາມຄືບໜ້າຂອງການແກ້ໄຂບັນຫາຜ່ານຂະບວນການກອງປະຊຸມທຸລະກິດອີກດ້ວຍ. ນອກນີ້ທ່ານນາຍົກໄດ້ສະເໜີໃຫ້ຂະແໜງການຄ້າ ແລະ ພາກເອກະຊົນ ຈົ່ງນຳເອົາບັນຫາທີ່ໄດ້ປຶກສາຫາລືໃນກອງປະຊຸມທຸລະກິດຄັ້ງນີ້ໄປປຶກສາກັນຕື່ມລະຫວ່າງພາກລັດ, ທຸລະກິດ ແລະ ຄູ່ຮ່ວມພັດທະນາ ເພື່ອເປັນຂໍ້ມູນໃນການກຳນົດຂົງເຂດບູລິມະສິດ ແລະ ສ້າງແຜນໂຄງການຊ່ວຍເຫລືອຂັ້ນຕອນຕໍ່ໄປ.

ທ່ານນາຍົກ ກ່າວວ່າ: ພາກລັດມີໜ້າທີ່ໃນສ້າງສະພາບແວດລ້ອມດ້ານລະບຽບກົດໝາຍທີ່ເປັນທຳ ແລະ ອຳນວຍຄວາມສະດວກແກ່ພາກທຸລະກິດ ແລະກອງປະຊຸມຄັ້ງນີ້ໄດ້ຊີ້ໃຫ້ເຫັນຫລາຍບັນຫາທີ່ພາກລັດຕ້ອງໄດ້ເພີ່ມທະວີຄົ້ນຄວ້ານະໂຍບາຍ ແລະ ນິຕິກໍາຕ່າງໆ ເພື່ອຊຸກຍູ້ສົ່ງເສີມໃຫ້ພາກທຸລະກິດມີການເຕີບໃຫຍ່ເຂັ້ມແຂງ, ເຊິ່ງໄລຍະຜ່ານມາລັດຖະບານໄດ້ມີຄວາມພະຍາຍາມເພື່ອສ້າງເງື່ອນໄຂອໍານວຍຄວາມສະດວກຕ່າງໆຕໍ່ພາກທຸລະກິດ, ເປັນຕົ້ນ: ການຮອງຮັບປຶ້ມຄູ່ມືການຈັດຕັ້ງປະຕິບັດກົດໝາຍອາກອນມູນຄ່າເພີ່ມ ແລະ ການເຜີຍແຜ່ຂໍ້ມູນສະເພາະບາງດ້ານທີ່ຕິດພັນກັບການສົ່ງຄືນອາກອນມູນຄ່າເພີ່ມສຳລັບຜູ້ຜະລິດເພື່ອການສົ່ງອອກ ແລະ ການເກັບອາກອນມູນຄ່າເພີ່ມຈາກການບໍລິການຂອງທະນາຄານທີ່ບໍ່ແມ່ນລາຍຮັບດອກເບ້ຍເງິນກູ້, ການຮອງຮັບແຜນພັດທະນາບຸກຄະລາກອນໃນຂະແໜງອາກອນ, ແຜນການສ້າງສາງພັກສິນຄ້າທາງບົກເພື່ອຫລຸດຕົ້ນທຶນຂົນສົ່ງລະຫວ່າງປະເທດ, ການເຜີຍແຜ່ຂໍ້ມູນກ່ຽວກັບລະບຽບການ ແລະ ຂັ້ນຕອນການນຳເຂົ້າ ແລະ ສົ່ງອອກ, ທົບທວນບັນດາມາດຕະການການຄ້າ, ການຕັດຂັ້ນຕອນການອະນຸຍາດການນຳເຂົ້າຢາປົວພະຍາດ, ການນຳໃຊ້ລະບົບອັດຕະໂນມັດເຂົ້າໃນການແຈ້ງພາສີ, ການພັດທະນາລະບົບແຈ້ງພາສີປະຕູດຽວແຫ່ງຊາດ, ການຕິດຕາມການປ່ອຍສິນຄ້າເປັນຕົ້ນ, ການປັບປຸງຂັ້ນຕອນ ແລະ ພັດທະນາເວບໄຊສຳລັບການຈົດທຽນວິສາຫະກິດ, ການສ້າງຂໍ້ມູນຂ່າວສານກ່ຽວກັບລະບຽບການ ແລະ ຂັ້ນຕອນການລົງທຶນໃນຂະແໜງການບໍລິການ. ນອກຈາກນີ້, ລັດຖະບານກໍໄດ້ຊຸກຍູ້ໃຫ້ຂະແໜງການທະນາຄານປ່ອຍສິນເຊື່ອໃຫ້ວິສາຫະກິດຂະໜາດນ້ອຍ ແລະ ກາງ, ພ້ອມທັງການພັດທະນາສະຖາບັນການເງິນຈຸລະພາກ, ສົ່ງເສີມການພັດທະນາສີມືແຮງງານທີ່ມີຄຸນນະພາບສະໜອງໃຫ້ແກ່ພາກທຸລະກິດຕ່າງໆໃຫ້ພຽງພໍ.

- Visit Laos Visit SALANA BOUTIQUE HOTEL - ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ
- Visit Laos Visit SALANA BOUTIQUE HOTEL - ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ
- 4 - ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ
- 3 - ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ
- 5 - ລັດຖະບານຢືນຢັນຈະຮີບຮ້ອນສ້າງເງື່ອນໄຂອໍານວຍໃຫ້ແກ່ພາກທຸລະກິດ