ຮອງປະທານສານປະຊາຊົນ ເນັ້ນໜັກໃຫ້ສານປະຊາຊົນພາກໃຕ້ ຕ້ອງມີຄວາມທ່ຽງທໍາ ແລະ ເປັນກາງ ຖືກຕ້ອງຕາມຄວາມເປັນຈິງ


ວັນທີ 21 ກໍລະກົດ 2023, ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ໄດ້ພົບປະໂອ້ລົມການນໍາ ແລະ ພະນັກງານວິຊາການ ສານປະຊາຊົນແຂວງຈໍາປາສັກ ແລະ ສານປະຊາຊົນ ພາກໃຕ້.
ທ່ານ ສົມຈິດ ແກ້ວມະນີໄລ ຮອງປະທານສານປະຊາຊົນພາກໃຕ້ ໄດ້ຜ່ານສະຫຼຸບລາຍງານການເຄື່ອນໄຫວປະຕິບັດໜ້າທີ່ວຽກງານ ຂອງສານປະຊາຊົນແຂວງຈໍາປາສັກ ແລະ ສານປະຊາຊົນ ພາກໃຕ້ ໃນໄລຍະຜ່ານມາ ໂດຍຍົກໃຫ້ເຫັນຜົນງານ, ຈຸດດີ, ຈຸດອ່ອນ ແລະ ຂໍ້ຄົງຄ້າງ ກ່ຽວກັບການປະຕິບັດໜ້າທີ່ວຽກງານໂດຍຫຍໍ້.
ຈາກນັ້ນ, ທ່ານ ຄູນ ຜາສຸກ ຮອງປະທານສານປະຊາຊົນສູງສຸດ ມີຄຳເຫັນໂອ້ລົມຊີ້ທິດເຍືອງທາງ ໂດຍເນັ້ນໜັກໃຫ້ຄະນະນໍາ ແລະ ພະນັກງານວິຊາການ ສານປະຊາຊົນແຂວງຈໍາປາສັກ ແລະ ສານປະຊາຊົນພາກໃຕ້ ເອົາໃຈໃສ່ນໍາພາ - ຊີ້ນໍາ ແລະ ຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບ ແລະ ເປັນເຈົ້າການ ໂດຍສະເພາະແມ່ນການຕັດສິນຄະດີຕ່າງໆ ຕ້ອງມີຄວາມທ່ຽງທໍາ ແລະ ເປັນກາງ, ຖືກຕ້ອງຕາມຄວາມເປັນຈິງ ແລະ ສອດຄ່ອງກັບແນວທາງນະໂຍບາຍຂອງພັກ, ລະບຽບກົດໝາຍຂອງລັດວາງອອກ ເພື່ອໃຫ້ຄູ່ຄວາມມີຄວາມເພິ່ງພໍໃຈ, ສັງຄົມມີຄວາມສະຫງົບ, ຍຸຕິທໍາ ແລະ ສີວິໄລ.