ການປ່ຽນແປງສະພາບດິນຟ້າອາກາດ ຄາດເດົາໄດ້ຍາກ ຕ້ອງລະວັງຜົນກະທົບ ແລະ ກຽມຮັບມືຢູ່ຕະຫລອດເວລາ

ໂດຍ: ທິດກໍ່າ
ປີນີ້ເປັນປີ 8 ສອງຫົນ ໝາຍວ່າມີເດືອນແປດສອງເທື່ອ ເຊິ່ງປັດຈຸບັນພວກເຮົາພວມຢູ່ໃນຊ່ວງທ້າຍເດືອນ 8 ຫົນທີສອງ ແລະ ອີກບໍ່ເທົ່າໃດວັນກໍຈະຮອດເດືອນ 8 ເພັງ ຫລືວ່າຂຶ້ນ 15 ຄໍ່າເດືອນ 8 ລາວ ອັນເປັນມື້ເຂົ້າພັນສາຕາມຮີດ 12 ຄອງ 14 ທີ່ຊາວພຸດເຮົາເຄີຍນັບຖື ແລະ ປະຕິບັດກັນມາເປັນເວລາຍາວນານ. ເພາະສະນັ້ນ ໃນຊ່ວງນີ້ຍັງຖືວ່າເປັນຊ່ວງລະດູຝົນ ເຊິ່ງຈະແກ່ຍາວໄປອີກ 2 ຫາ 3 ເດືອນເສດໆ ຝົນອາດຕົກໜັກໃນຊ່ວງທ້າຍຝົນຕົ້ນໜາວສະເພາະປີນີ້ເອງ.
ແຕ່ເຖິງຢ່າງໃດກໍດີ, ເມື່ອມາວິເຄາະເບິ່ງແລ້ວ ຢູ່ປະເທດເຮົາ ຟ້າຝົນປີນີ້ເຫັນວ່າຕົກສະໝໍ່າສະເໝີດີພໍສົມຄວນ ຍ້ອນວ່າປະຊາຊົນໃນທຸກທ້ອງຖິ່ນໃນທົ່ວປະເທດໄດ້ປັກດຳເຂົ້ານາປີສຳເລັດຕາມຄວາມມຸ່ງມາດປາດຖະໜາ ໃນນີ້ມີຫລາຍທ້ອງຖິ່ນກໍເລີ່ມນຳໃຊ້ກົນຈັກເຂົ້າໃນການເຮັດນາ ເປັນຕົ້ນໃຊ້ເຄື່ອງຈັກໃນການດຳນາ, ສ່ວນໄຖ ແລະ ຄາດນັ້ນຖືວ່າທຸກຄອບຄົວ, ທຸກບ້ານ ແລະ ທຸກທ້ອງຖິ່ນໄດ້ນຳໃຊ້ກົນຈັກມາໄດ້ຫລາຍສິບປີແລ້ວ. ພິເສດໃນວັນທີ 19 ກໍລະກົດ 2023 ຢູ່ບ້ານໂນນຊາຍ ເມືອງປາກງື່ມ ນະຄອນຫລວງວຽງຈັນ ໄດ້ເລີ່ມສາທິດການນຳໃຊ້ຈັກດຳນາເຂົ້າໃນການປັກດຳ ເພື່ອຫັນເປັນອັນທັນສະໄໝຕາມແນວທາງນະໂຍບາຍຂອງພັກ ແລະ ລັດຖະບານ ກ້າວໄປເຖິງການຫລຸດຜ່ອນແຮງງານຄົນເທື່ອລະກ້າວ.
ແນວໃດກໍຕາມ, ສິ່ງທີ່ໜ້າເປັນຫ່ວງນັ້ນ ຟ້າຝົນຊົນລະທາປີນີ້ຢ້ານມີການຕົກໜັກໃນຊ່ວງທ້າຍລະດູການກໍເປັນໄດ້. ເມື່ອຫວນຢ້ອນຄືນໄປໃນປີ 2017 ໃນຊ່ວງທ້າຍລະດູຝົນໄດ້ເກີດນ້ຳຖ້ວມໜັກຢູ່ສອງແຂວງພາກກາງ ແລະ ສີ່ແຂວງພາກໃຕ້ ຈົນເຮັດໃຫ້ເຂົ້ານາທີ່ກຳລັງຂຽວງາມຕ້ອງຖືກນ້ຳຖ້ວມ ຜົນຜະລິດເຂົ້າຂອງປະຊາຊົນຖືກເສຍຫາຍໜັກ ແລະ ກ່ອນໜ້ານັ້ນ ປະຊາຊົນໃນຫລາຍບ້ານຢູ່ເຂດເມືອງສະໜາມໄຊ ແຂວງອັດຕະປື ກໍຖືກໄພພິບັດຈາກເຂື່ອນເຊປຽນ-ເຊນ້ຳນ້ອຍແຕກ ຈົນເຖິງຂັ້ນຕ້ອງໄດ້ຍ້າຍບ້ານຍ້າຍເມືອງ ແລະ ມາຮອດປັດຈຸບັນພາບດັ່ງກ່າວຍັງຄົງຫລອກຫລອນຊາວເມືອງສະໜາມໄຊຢ່າງບໍ່ມີວັນລືມ.
ເພາະສະນັ້ນ, ຈຶ່ງຂໍໃຫ້ປະຊາຊົນບັນດາເຜົ່າທີ່ຢູ່ພື້ນທີ່ຕໍ່າ ໂດຍສະເພາະຢູ່ໃກ້ຫ້ວຍນ້ຳລຳເຊຈົ່ງພ້ອມກັນມີສະຕິລະວັງຕົວໃນການປ້ອງກັນເຫດນ້ຳຖ້ວມດ້ວຍວິທີຕິດຕາມຂໍ້ມູນຂ່າວສານຢ່າງໃກ້ຊິດ ເພາະຄຳວ່າອຸທົກກະໄພຄືໄພພິບັດຢ່າງໜຶ່ງທີ່ບໍ່ປານີໃຜ. ໃນຍຸກປັດຈຸບັນມັນເປັນຍຸກອຸບາດນາໆປະການແກ່ມວນມະນຸດ ມີພາຍຸຝົນຕົກໜັກ, ມີແລ້ງ, ມີຖ້ວມ, ມີໂຣຄາພະຍາດຕ່າງໆ ຍ້ອນມະນຸດເຮົາເອງເປັນຜູ້ທຳລາຍທຳມະຊາດ ແລະ ທຳມະຊາດນັ້ນລະກັບມາທຳລາຍຄົນ. ນີ້ຄືສັດຈະທຳທີ່ພວກເຮົາບໍ່ສາມາດຫລີກລ່ຽງໄດ້.