ອາເມລິກາມອບ 32 ລ້ານໂດລາ ຊ່ວຍຜູ້ລີ້ໄພໂຣຮິນຈາ




ລັດຖະບານອາເມລິກາມອບເງິນສະໜັບສະໜູນໂຄງການຊ່ວຍເຫຼືອດ້ານມະນຸດສະທຳໃຫ້ແກ່ຊາວໂຣງຮິນຈາອີກ 32 ລ້ານໂດລາສະຫະລັດ.
ສຳນັກຂ່າວຕ່າງປະເທດລາຍງານຈາກນະຄອນນິວຢອກ ປະເທດສະຫະລັດອາເມລິກາ ໃນວັນທີ 20 ກັນຍາວ່າ: ທ່ານ ໄມ ເພນ ຮອງປະທານາທິບໍດີອາເມລິກາ ກ່າວຕໍ່ກອງປະຊຸມສະພາຄວາມໝັ້ນຄົງແຫ່ງສະຫະປະຊາຊາດ (UNSC) ວ່າດ້ວຍພາລະກິດຮັກສາສັນຕິພາບ.
.@VP at #UNGA: We urge #Burma’s government and military to facilitate humanitarian aid and confront the allegations of #humanrights abuses. pic.twitter.com/pU36hvbHBy
— Department of State (@StateDept) September 20, 2017
ອາເມລິກາມີຄວາມຍິນດີຕໍ່ຄຳຖະແຫຼງຫຼ້າສຸດຂອງທ່ານນາງ ອອງຊານ ຊູຈີ ມົນຕີແຫ່ງລັດຂອງມຽນມາ ເຊິ່ງເປັນການສົ່ງສັນຍານທາງບວກຕໍ່ການໃຫ້ການຊ່ວຍເຫຼືອຜູ້ລີ້ໄພຊາວໂຣຮິນຈາຢູ່ບັງກະລາເທດ. ຂະນະທີ່ເວລາດຽວກັນ ກະຊວງການຕ່າງປະເທດຢູ່ນະຄອນຫຼວງວໍຊິງຕັນປະກາດການຈັດສັນງົບປະມານອີກ 32 ລ້ານໂດລາສະຫະລັດ ເພື່ອສະໜັບສະໜູນໂຄງການມອບການຊ່ວຍເຫຼືອດ້ານມະນຸດສະທຳແກ່ຜູ້ລີ້ໄພຊາວໂຣຮິນຈາ ຖືເປັນການຂະຫຍາຍວົງເງິນການຊ່ວຍເຫຼືອສະເພາະໃນປີນີ້ຢ່າງໜ້ອຍ 95 ລ້ານໂດລາສະຫະລັດແລ້ວ.