ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ

ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ - 362981981 674521304710801 2561700568977711923 n - ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ
ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ - kitchen vibe - ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ

ທ່ານ ບຸນແຝງ ພູມມະໄລສິດ ລັດຖະມົນຕີກະຊວງສາທາລະນະສຸກ ​ແລະ ຄະນະ​ຜູ້​ແທນ​ກະຊວງ​ສາທາລະນະ​ສຸກ ສປປ ລາວ ໄດ້ເດີນທາງໄປຢ້ຽມຢາມ​ຂະ​ແໜງ​ສາທາລະນະ​ສຸກ ຫວຽດນາມ ໃນວັນທີ 21 ກໍລະກົດ 2023 ຜ່ານມາ, ເພື່ອຮັດແໜ້ນການພົວພັນຮ່ວມມືດ້ານສາທາລະນະສຸກລາວ-ຫວຽດນາມ, ໂດຍການຕ້ອນຮັບຂອງທ່ານນາງ ທ່ານ ນາງ ດ່າວ ຮົ່ງ ລານ ​ລັດຖະມົນຕີກະຊວງສາທາລະນະສຸກ ສສ ຫວຽດນາມ. ໃນ​ໂອກາດ​ເດີນທາງ​ມາ​ຢ້ຽມຢາມ ​ແລະ ເຮັດວຽກຢູ່ຫວຽດນາມ. ທ່ານ​ລັດຖະມົນຕີ ໄດ້ຂອບ​ໃຈ​ລັດຖະບານ ​ແລະ ຂະ​ແໜງ​ສາທາລະນະ​ສຸກ ສສ ຫວຽດນາມ ທີ່ຍາມ​ໃດ​ກໍ່ເອົາ​ໃຈ​ໃສ່ ​ແລະ ໜູນ​ຊ່ວຍ​ຂະ​ແໜງ​ສາທາລະນະ​ສຸກ ລາວ, ໜູນ​ຊ່ວຍ​ແຫຼ່ງຊັບພະຍາກອນ​ມະນຸດ, ອຸປະກອນ​ການ​ແພດ, ກວດ​ກາ​ປິ່ນປົວ​ພະຍາດ​ໃຫ້​ແກ່​ປະຊາຊົນ​ລາວ​ຢູ່​ບັນດາ​ແຂວງ​ລຽບ​ຕາມ​ຊາຍ​ແດນສອງ​ປະ​ເທດ, ບັນດາຫົວໜ່ວຍ, ສະຖາບັນການແພດຫວຽດນາມ ໄດ້ລົງນາມໃນຫຼາຍສັນຍາກັບບັນດາຝ່າຍລາວ ແລະ ສາມາດຈັດຊຸດຝຶກອົບຮົມ, ແບ່ງປັນປະສົບການ, ຍົກສູງຄວາມສາມາດ, ຖ່າຍທອດເຕັກໂນໂລຊີໃຫ້ແກ່ພະນັກງານການແພດຂອງໂຮງໝໍລາວ, ໜູນຊ່ວຍການປະຕິບັດເຕັກນິກການຝຶກອົບຮົມຢູ່ໂຮງໝໍແຂວງ, ຖ່າຍທອດເຕັກນິກວິຊາສະເພາະສູງຈຳນວນໜຶ່ງໂດຍບໍ່ເສຍຄ່າ.

ທັງ 2 ຝ່າຍຈະສືບຕໍ່ຊຸກຍູ້ບັນດາໝາກຜົນທີ່ບັນລຸໄດ້ໃນໄລຍະຜ່ານມາ, ສົມທົບກັນຢ່າງແໜ້ນແຟ້ນໃນການປະຕິບັດບັນດາເນື້ອໃນຂອງ MOU ທີ່ສອງກະຊວງໄດ້ລົງນາມໃນເດືອນມັງກອນ 2023”.

ທ່ານ​ລັດຖະມົນຕີກະຊວງ​ສາທາລະນະ​ສຸກ ສສ ຫວຽດນາມ ​ໄດ້​ເປັນ​ເອກະ​ພາບ​ສະໜັບສະໜູນ​ຂໍ້​ສະ​ເໜີ​ຂອງ​ກະຊວງ​ສາທາລະນະ​ສຸກ ລາວ ພ້ອມ​ແລ້ວ​ທີ່​ຈະ​ແບ່ງປັນ​ປະສົບ​ການ ​ແລະ ​ເຕັກ​ນິກ​ໃນ​ການ​ຍົກ​ສູງ​ຄຸນ​ນະພາ​ບການກວດ ​ແລະ ປິ່ນປົວ​ພະຍາດ​ກັບ​ຝ່າຍ ລາວສາທາລະນະສຸກໄດ້ມອບໝາຍໃຫ້ບັນດາໜ່ວຍງານທີ່ຈຸດປະສານງານແມ່ນກົມຮ່ວມມືສາກົນເຊື່ອມຕໍ່ ແລະ ປະສານງານໂດຍສະເພາະ.

ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ - 4 - ສາທາລະນະສຸກຫວຽດນາມ ຈະສະໜັບສະໜູນແບ່ງປັນປະສົບການ ເຕັກນິກຍົກສູງຄຸນນະພາບການກວດ ແລະ ປິ່ນປົວພະຍາດໃຫ້ກັບຝ່າຍລາວ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!