ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ

ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ - 363823178 595775002745703 2154073251247393772 n - ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ
ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ - kitchen vibe - ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ

ແຫລ່ງຂ່າວຈາກ ແຂວງຄຳມ່ວນ ໃຫ້ຮູ້ວ່າ: ທ່ານ ສີສຸກ ພິມມະສອນ ຮອງປະທານຄະນະກວດກາພັກແຂວງຄຳມ່ວນ ລາຍງານຕໍ່ກອງປະຊຸມຜັນຂະຫຍາຍເນື້ອໃນ ກອງປະຊຸມວຽກງານກວດກາທົ່ວປະເທດ  ແລະ ສະຫລຸບການ ເຄື່ອນໄຫວວຽກງານກວດກາຂອງແຂວງຄຳມ່ວນປະຈຳປີ 2022 ຫາ 6 ເດືອນຕົ້ນປີ 2023 ໃນວັນທີ 27 ກໍລະກົດ 2023 ຜ່ານມາ.

ໃນໄລຍະ 1 ປີເຄິ່ງຜ່ານມາຄະນະພັກ, ອົງການປົກຄອງ ແລະ ຄະນະກວດກາແຕ່ລະຂັ້ນ ໄດ້ເອົາໃຈໃສ່ຢ່າງຕັ້ງໜ້າ ຕໍ່ວຽກງານຕິດຕາມ-ກວດກາ ພາຍໃນພັກ, ກວດກາການຄຸ້ມຄອງບໍລິຫານລັດ, ການສະກັດກັ້ນ-ຕ້ານການສໍ້ລາດບັງຫລວງ, ກວດກາຕາມຄຳສັ່ງ ແລະ ກວດກາຕາມຜົນການກວດສອບ, ອັນພົ້ນເດັ່ນແມ່ນການກວດກາບັນດາໂຄງການລົງທຶນຂອງລັດທີ່ມີມູນຄ່າ 10 ຕື້ກີບຂຶ້ນໄປ ແລະ 10 ຕື້ກີບລົງມາ ຢູ່ແຂວງຄຳມ່ວນທັງໝົດ 106 ໂຄງການ,  ຜ່ານການກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບ ປະມານ ຈໍານວນ 79 ໂຄງການ, ມູນຄ່າ 264,73 ຕື້ກີບ. ພ້ອມນັ້ນ, ຍັງໄດ້ ກວດກາການຄຸ້ມຄອງບໍລິຫານລັດຂອງບັນດາພະແນກການ-ອົງການ ແລະ ລັດວິສາຫະກິດ; ຮັບ ແລະ ຄົ້ນຄວ້າຄຳຮ້ອງ-ຄຳສະເໜີຂອງສະມາຊິກພັກ-ພະນັກງານ, ພົນລະເມືອງທົ່ວໄປ ແລະ ບັນຫາອື່ນໆ.

ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ - Visit Laos Visit SALANA BOUTIQUE HOTEL - ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ

ກອງປະຊຸມໄດ້ຮັບຟັງການຜ່ານລະບຽບ ການເຄື່ອນໄຫວດໍາເນີນການກວດກາ ແລະ ຄະນະກວດກາສະເພາະກິດ, ບົດໂອ້ລົມຂອງ ທ່ານ ຄໍາພັນ ພົມມະທັດ ກໍາມະການກົມການເມືອງສູນກາງພັກ, ປະທານຄະນະກວດກາສູນກາງພັກ, ປະທານອົງການກວດກາແຫ່ງລັດ ຕໍ່ກອງປະຊຸມວຽກງານກວດກາທົ່ວປະເທດ ປະຈຳປີ 2022, ພ້ອມນັ້ນ ບັນດາຜູ້ແທນກອງປະຊຸມ ກໍໄດ້ຜັດປ່ຽນກັນປະກອບຄຳຄິດຄຳເຫັນ, ປຶກສາຫາລື ແລກປ່ຽນຄໍາຄິດຄໍາເຫັນຮ່ວມກັນ ເພື່ອຄວາມເປັນເອກະພາບ ໃນການຮັບຮອງເອົາບົດສະຫລຸບ ແລະ ທິດທາງຄາດໝາຍສູ້ຊົນວຽກງານຈຸດສຸມ ໃນປີ 2023 ແນໃສ່ເຮັດໃຫ້ວຽກງານຕິດຕາມ-ກວດກາ, ສະກັດກັ້ນ ແລະ ຕ້ານການສໍ້ລາດບັງຫລວງ ໃຫ້ມີການຫັນປ່ຽນຢ່າງແຂງແຮງ ແລະ ດີຂຶ້ນກວ່າເກົ່າ.

ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ - 4 - ແຂວງຄໍາມ່ວນ ກວດກາພົບເຫັນມູນຄ່າເສຍຫາຍທີ່ຕ້ອງຫັກລົບອອກຈາກສັນຍາ ແລະ ສາລະບານງົບປະມານ 79 ໂຄງການ ຫລາຍກວ່າ 264,73 ຕື້ກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!