6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ

6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ - IMG 1190 - 6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ
6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ - kitchen vibe - 6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ

ທ່ານ ສຸລັດ ອິນທະວົງ ຫົວໜ້າດ່ານພາສີສາກົນລະໄລ ແຂວງສາລະວັນລາຍງານວ່າ: ໃນ 6 ເດືອນຕົ້ນປີ 2023 ນີ້, ສາມາດປະຕິບັດໄດ້ 40,4 ຕື້ກວ່າກີບ ຫລື ເທົ່າກັບ 70,69% ຂອງແຜນການປີ. ໃນປີ 2023 ດ່ານພາສີສາກົນລະໄລ, ໄດ້ຮັບຕົວເລກແຜນຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 57 ຕື້ກີບ (ລາຍຮັບຕາມຖານຂໍ້ມູນໄດ້ຈາກນ້ຳມັນເຊື້ອໄຟ, ຄ່າທຳນຽມຄົນເຂົ້າ-ອອກ, ຄ່າທໍານຽມພາຫະນະ ແລະ ສິນຄ້າອື່ນໆ) ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2023 ສາມາດຈັດຕັ້ງປະຕິບັດໄດ້ທັງໝົດ 40,4 ຕື້ກວ່າກີບ,  ທຽບໃສ່ແຜນການ 6 ເດືອນຕົ້ນປີເທົ່າກັບ 114,45% ທຽບໃສ່ແຜນການປີເທົ່າກັບ 70,69%, ທຽບໃສ່ປີຜ່ານມາເພີ່ມຂຶ້ນ 61,60%. ໃນນັ້ນ, ລາຍຮັບສ່ວນໃຫຍ່ແມ່ນໄດ້ຈາກສິນຄ້າປະເພດນໍ້າມັນເຊື້ອໄຟ, ຄ່າທຳນຽມ-ຄ່າບໍລິການ ແລະ ອື່ນໆ.

ທັງນີ້, ຍ້ອນຄະນະດ່ານ ແລະ ເຈົ້າໜ້າທີ່ພາສີທຸກຄົນໄດ້ພ້ອມກັນຈັດຕັ້ງປະຕິບັດວຽກງານວິຊາສະເພາະດ້ວຍຄວາມຮັບຜິດຊອບສູງ, ປະຕິບັດຕາມລະບຽບກົດໝາຍ, ນິຕິກໍາຂອງຂະແໜງການເງິນກໍຄືກົດໝາຍພາສີຢ່າງເຂັ້ມງວດ, ມີແບບແຜນການນໍາພາ, ວິທີເຮັດວຽກຢ່າງຮັດກຸມ, ສອດຄ່ອງກັບສະພາບຄວາມເປັນຈິງຂອງທ້ອງຖິ່ນດ້ວຍການເຮັດໜ້າທີ່ໂຄສະນາເຜີຍແຜ່ລະບຽບຫລັກການປະຕິບັດກົດໝາຍ ແລະ ນິຕິກໍາອື່ນໆຢ່າງເຂັ້ມງວດ, ສ້າງກົນໄກການບໍລິການ, ອຳນວຍຄວາມສະດວກດ້ານພາສີ, ການຄ້າໃຫ້ແກ່ຜູ້ປະກອບການ, ຜູ້ໃຊ້ບໍລິການໄດ້ຢ່າງສະດວກ, ວ່ອງໄວ, ຖືກຕ້ອງເຮັດໃຫ້ການຈັດເກັບລາຍຮັບຂອງດ່ານສາກົນລະໄລມີລັກສະນະດີຂຶ້ນເປັນກ້າວໆ.

ສຳລັບໃນ 6 ເດືອນທ້າຍປີ 2023 ຄາດຄະເນລາຍຮັບບັນລຸໄດ້ຕາມແຜນການ ຫລື ລື່ນແຜນການປີ. ທັງນີ້, ກໍຍ້ອນວ່າເຮົາມີຖາຍລາຍຮັບຈາກ ການນໍ້າເຂົ້າ ນໍ້າມັນເຊື້ອໄຟ, ຄ່າທຳນຽມຄົນເຂົ້າ-ອອກ, ຄ່າທຳນຽມພາຫະນະ, ເຄື່ອງອຸປະໂພກ ແລະ ບໍລິໂພກ, ສິນຄ້າອື່ນໆ). ພ້ອມນີ້, ຍັງໄດ້ວາງຫລາຍມາຕະການໃນການຈັດຕັ້ງປະຕິບັດ, ພ້ອມທັງເນັ້ນການບໍລິການອຳນວຍຄວາມສະດວກແກ່ຜູ້ປະກອບການ, ປັບປຸງກົນໄກເຮັດວຽກໃຫ້ຖືກຕ້ອງສອດຄ່ອງກັບສະພາບແທດເໝາະກັບຄວາມອາດສາມາດ ແລະ ທ່າແຮງທີ່ບົ່ມຊ້ອນໃນແຕ່ລະໄລຍະ, ຮັບປະກັນໃຫ້ແກ່ການຈັດຕັ້ງປະຕິບັດຕໍ່ໜ້າທີ່ວຽກງານຂອງດ່ານ, ເຂັ້ມງວດໃນການກວດກາສິນຄ້າ-ເຄື່ອງຂອງພາຍໃນດ່ານ, ຊອກຄົ້ນທ່າແຮງລາຍຮັບບົ່ມຊ້ອນ ທັງປະສານສົມທົບກັບເຈົ້າໜ້າທີ່ພາສີ, ເຈົ້າໜ້າທີ່ອາກອນຢູ່ປາຍທາງບ່ອນສິນຄ້ານໍ້າມັນເຊື້ອໄຟລົງສາງ, ເພື່ອເຮັດໃຫ້ການຈັດເກັບລາຍຮັບເຂົ້າງົບປະມານສາມາດບັນລຸໄດ້ຕາມລະດັບຄາດໝາຍ.

 

6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ - 4 - 6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ
6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ - 5 - 6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ
6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ - 3 - 6 ເດືອນຕົ້ນປີ 2023 ດ່ານພາສີສາກົນລະໄລ ເກັບລາຍຮັບໄດ້ 40,4 ຕື້ກວ່າກີບ ຄາດວ່າໝົດປີຈະບັນລຸເກີນແຜນການ