6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ

6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ - IMG 9967 - 6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ
6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ - kitchen vibe - 6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ

ທ່ານ ເຄນໄຊ ທອງພຸດ ຮອງຫົວໜ້າພາສີ ປະຈຳແຂວງອັດຕະປື ໃຫ້ຮູ້ວ່າ: ໃນປີ 2023 ພາສີປະຈຳແຂວງໄດ້ຮັບຕົວເລກແຜນການ ທີ່ກົມພາສີໄດ້ແບ່ງໃຫ້ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດທັງໝົດ 89 ຕື້ກີບ. ໃນນີ້, ໄດ້ແບ່ງໃຫ້ດ່ານພາສີ ສາກົນພູເກືອຈັດເກັບລາຍຮັບເຂົ້າງົບປະມານທັງໝົດ 84 ຕື້ກີບ. ສະເພາະລາຍຮັບພາສີ ປະຈໍາແຂວງຮັບຜິດຊອບ ຈັດເກັບລາຍຮັບເຂົ້າງົບປະມານແຫ່ງລັດຈໍານວນ 5 ຕື້ກີບ. ແຕ່ຜ່ານການຈັດຕັ້ງປະຕິບັດຕົວຈິງໃນ 6 ເດືອນຕົ້ນປີ 2023 ສາມາດປະຕິບັດໄດ້ທັງໝົດ 5,92 ຕື້ກີບ, ຖ້າທຽບໃສ່ແຜນການ 6 ເດືອນຕົ້ນປີ 2023 ເທົ່າກັບ 191%, ທຽບໃສ່ແຜນປີເທົ່າກັບ 118,42% ທຽບໄລຍະດຽວກັນເພີ່ມຂຶ້ນ 77,49%. ສາເຫດຫາທີ່ພາໃຫ້ການຈັດເກັບລາຍຮັບເກີນແຜນການຍ້ອນຄະນະພັກ, ຄະນະນໍາ, ຄະນະພາ ສີປະຈຳ ແຂວງລວມທັງພະນັກງານ-ລັດຖະກອນໝົດທຸກຄົນ, ສຸມໃສ່ການຈັດຕັ້ງປະຕິບັດວຽກງານວິຊາສະເພາະຕາມພາລະ ບົດບາດສິດ ແລະ ໜ້າທີ່ໆໄດ້ຮັບມອບໝາຍ, ອັນທີ່ພົ່ນເດັ່ນໃນໄລຍະ 6 ເດືອນຕົ້ນປີແມ່ນການຂຸດຄົ້ນທຸກແຫລ່ງລາຍຮັບທີ່ບົ່ມຊ້ອນປຸກລະດົມຂົນຂວາຍບັນດາຜູ້ປະກອບການທັງພາຍໃນ ແລະຕ່າງປະເທດໃຫ້ນຳສີນຄ້າເຄື່ອງຂອງເຂົ້າ-ອອກ, ພ້ອມທັງມອບຄ່າພາສີ-ອາກອນໃຫ້ຖືກຕ້ອງຕາມນິຕິກຳ, ລະບຽບກົດໝາຍວາງອອກຢ່າງເຂັ້ມງວດ.

ເຖິງແມ່ນວ່າການຈັດເກັບລາຍຮັບຂອງພາສີປະຈຳແຂວງໄດ້ເກີນແຜນການປີກໍຕາມແຕ່ກໍຍັງມີຂໍ້ຄົງຄ້າງທີ່ຈະຕ້ອງສືບຕໍ່ແກ້ໄຂເປັນຕົ້ນ: ການໂຄສະນາເຜີຍແຜ່ວຽກງານພາສີໃຫ້ຜູ້ປະກອບການຍັງບໍ່ທັນເຮັດໄດ້ຢ່າງເປັນປົກກະຕິຕໍ່ເນື່ອງ, ການຈັດຕັ້ງປະຕິບັດກົດໝາຍ, ລະບຽບການທາງພາສີຂອງສັງຄົມ ແລະ ຜູ້ປະກອບການຍັງບໍ່ທັນສູງເທົ່າທີ່ຄວນ, ການຕິດຕາມ-ກວດກາສິນຄ້ານຳເຂົ້າໃນລະບອບຍົກເວັ້ນ, ຫລຸດຜ່ອນ ແລະ ງົດເກັບພາສີຂອງບັນດາໂຄງການລົງທຶນຍັງເຮັດບໍ່ທັນໄດ້ດີເທົ່າທີ່ຄວນ, ເຊິ່ງທັງໝົດເລົ່ານ້ນ ອາດຈະເຮັດໃຫ້ເກີດມີຊ່ອງວ່າງ ຫຼື ນຳໃຊ້ບໍ່ຖືກຕາມເປົ້າໝາຍ ແລະ ບັນຫາອື່ນໆ.

ສ່ວນທິດທາງແຜນການ, ມາດຕະການ, ວຽກຈຸດສຸມໃນ 6 ເດືອນທ້າຍປີ ແລະ ຄາດໝາຍສູ້ຊົນເກັບລາຍຮັບໝົດປີພາສີປະຈຳແຂວງ, ຈະໄດ້ສືບຕໍ່ເຜີຍແຜ່ເຊື່ອມຊືມບັນດານິຕິກຳທີ່ຕິດພັນກັບວຽກງານພາສີກ່ຽວກັບນະໂຍບາຍຕ່າງໆທີ່ຂັ້ນເທິງວາງອອກໃຫ້ຜູ້ປະກອບການເຂົ້າໃຈໃຫ້ຫລາຍຂຶ້ນ, ສຸ່ມໃສ່ການກວດກາລາດຕະເວນຂອບເຂດພາຍໃນແຂວງທີ່ເຫັນວ່າມີຄວາມສ່ຽງໃນການລັກລອບສິນຄ້າ, ເຄື່ອງຂອງໜີພາສີໂດຍສະເພາະສິນຄ້ານຳເຂົ້າໃນລະບອບຍົກເວັ້ນ, ຫລຸດຜ່ອນ ແລະ ງົດເກັບພາສີຂອງບັນດາໂຄງການລົງທຶນ, ສຸ່ມໃສ່ກວດກາພາຫະນະນຳເຂົ້າບໍ່ຖືກ ຕ້ອງທີ່ຍັງບໍ່ທັນໄດ້ເສຍພາສີ-ອາກອນຂອບເຂດພາຍໃນແຂວງໃຫ້ມາເສຍພາສີຕາມລະບຽບການ ແລະ ສູ້ຊົນຈັດເກັບລາຍຮັບໃຫ້ໄດ້ຕາມແຜນການຄາດຄະເນທີ່ຂັ້ນເທິງມອບໃຫ້ໄດ້ບັນລຸຕາມລະດັບຄາດໝາຍ.

6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ - 4 - 6 ເດືອນຕົ້ນປີ 2023 ພາສີ ປະຈຳແຂວງອັດຕະປື ເກັບລາຍຮັບເຂົ້າງົບປະມານໄດ້ເກີນແຜນການປີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!