4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ

4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ - 8787 - 4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ
4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ - kitchen vibe - 4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ

ທ່ານ ພັທ ສົມພົງ ໄຊໂກສີ ຮອງຫົວໜ້າກອງບັນຊາການ ປກສ ເມືອງ ພິນ ໃຫ້ຮູ້ວ່າ: ວັນທີ 28 ມີຖຸນາ 2023 ຜ່ານມາ, ໄດ້ຮັບແຈ້ງມີຄົນກໍ່ເຫດ ອາລະວາດໃຊ້ອາວຸດປືນແກັບຍິງກັນ ຢູ່ຂອບເຂດ ຂົວເຊທ່າມວກ ເມືອງພີນ ແຂວງສະຫວັນນະເຂດ ພາຍຫລັງໄດ້ຮັບແຈ້ງເຈົ້າໜ້າທີ່ ປກສ ໄດ້ເຂົ້າປະສານສົມທົບກັບເຈົ້າໜ້າທີ່ ປກສ ກຸ່ມບ້ານທີ7 ລົງກວດກາສະຖານທີ່ເກີດເຫດ ພົບເຫັນຜູ້ໄດ້ຮັບບາດເຈັບ1ຄົນ, ຊື່ທ້າວ ໂລ່ຍ ອາຍຸ 16 ປີ ຢູ່ບ້ານກາຍ່ອງ ເມືອງພີນ ຖືກລູກປືນຍິງເຂົ້າບໍລິເວນຫລັງ ແລະ ຕົນຕົວຈໍານວນ 7 ລູກ. ແລະ ໃນວັນທີ 15 ກໍລະກົດ 2023 ໄດ້ມີເຫດການຍິງກັນເກີດຂຶ້ນອີກຢູ່ຂອບເຂດຂົວເຊທ່າມວກ ບ່ອນເກົ່າ ມີຜູ້ໄດ້ຮັບບາດເຈັບ 1ຄົນ ຄື: ທ້າວ ໂອ ອາຍຸ 22 ປີ ຢູ່ບ້ານ ໂນນເລກ 9, ຖືກລູກປືນຍິງເຂົ້າບໍລິເວນຫລັງ ແລະ ຕົນຕົວ 14 ລູກ, ຈຶ່ງນໍາຄົນເຈັບສົ່ງໂຮງໄປປິ່ນປົວຢູ່ໝໍເມືອງພິນ.

ຈາກການລົງເກັບກໍາຂໍ້ມູນຫລັກຖານ ແລະ ຮູ້ຕົວເປົ້າໝາຍ ເຈົ້າໜ້າທີ່ຈຶ່ງໄດ້ກັກຕົວຊາຍ 4 ຄົນ ບ້ານ ກາຍ່ອງ ແລະ ບ້ານ ໂນນເລກ9 ເມືອງພິນ ຄື: ທ້າວ ສຸກສະຫວັນ ( ສຸກ ) ອາຍຸ 18 ປີ , ທ້າວ ແຈັກກີ້ ອາຍຸ 15 ປີ, ທ້າວ ແມັກ (ພົງສະຫວັດ) ອາຍຸ 15 ປີ ທັງ 3 ຄົນຢູ່ບ້ານ ອາລວຍ ແລະ ທ້າວ ແມນ ອາຍຸ 17 ປີ ຢູ່ບ້ານສີບຸນເຮືອງ ເມືອງພີນ ແຂວງສະຫວັນນະເຂດ ນຳຕົວມາສືບສວນ-ສອບສວນ ພວກກ່ຽວສາລະພາບວ່າທັງ4ຄົນເປັນສ່ຽວດຽວກັນ ແລະ ໄດ້ຮ່ວມກັນກໍ່ເຫດໃຊ້ອາວຸດປືນແກັບປະດິດ ຍາວປະມານ 27 ຊັງຕີແມັດ ຍິງໃສ່ໄວໝຸ່ມທີ່ໄດ້ຮັບບາດເຈັບ ທັງສອງຄົນແທ້.

4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ - Visit Laos Visit SALANA BOUTIQUE HOTEL - 4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ

ປັດຈຸບັນຄະດີດັ່ງກ່າວ ທາງເຈົ້າໜ້າທີ່ກຳລັງປະກອບສໍານວນຄະດີ ສົ່ງໄອຍາການ ຟ້ອງສານຕັດສິນດໍາເນີນຄະດີຕາມລະບຽບກົດໝາຍ.

4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ - 3 - 4 ສ່ຽວ ຮ່ວມກັນພະຍາຍາມຄາຕະກຳ  ແຕ່ບໍ່ສຳເລັດ ສຸດທ້າຍຖືກເຈົ້າໜ້າທີ່ ຈັບຕົວດຳເນີນຄະດີ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!