ປະຊາກອນລາວ ຊົມໃຊ້ອິນເຕີເນັດ ປະມານ 4,7 ລ້ານຄົນ ຫຼື 62% ເຊິ່ງຖືເປັນການພັດທະນາ ແລະ ຂະຫຍາຍຕົວແບບກ້າວກະໂດດຢ່າງແທ້ຈິງ


ທ່ານ ບໍ່ວຽງຄໍາ ວົງດາລາ, ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ລາຍງານຕໍ່ກອງປະຊຸມປະຖົມມະລຶກຄະນະກຳມະການລະດັບຊາດເພື່ອການຫັນເປັນດິຈິຕອນຂອງ ສປປ ລາວ ຈັດຂຶ້ນຢູ່ສໍານັກງານນາຍົກລັດຖະມົນຕີ ໃນວັນທີ 3 ສິງຫາ 2023 ຜ່ານມາວ່າ: ການຫັນເປັນດີຈີຕອນຢູ່ປະເທດເຮົາ ຖືເປັນພາລະກິດປະຕິວັດທີ່ສຳຄັນ ໃນການຫັນເປັນອຸດສາຫະກຳ ແລະ ທັນສະໄໝ ຕາມແນວທາງປ່ຽນແປງໃໝ່ຂອງພັກເຮົາ ແລະ ເພື່ອບຸກທະລຸການພັດທະນາເສດຖະກິດ-ສັງຄົມ ຂອງປະເທດເຮົາໃນສະເພາະໜ້າ ແລະ ຍາວນານ ຊຶ່ງຈະຕ້ອງດຳເນີນຢ່າງເລິກເຊິ່ງໃນ 3 ດ້ານ ທີ່ກ່ຽວພັນຊຶ່ງກັນ ແລະ ກັນ ແບບກາຍອິນຊີ ຄື: (1) ສ້າງເສດຖະກິດດີຈີຕອນ ຊຶ່ງເປັນການນຳເອົາເຕັກໂນໂລຊີດີຈີຕອນ ເຂົ້າມາຊ່ວຍໃນການເພີ່ມປະສິດທິພາບ ແລະ ສ້າງມູນຄ່າເພີ່ມໃຫ້ກັບການດຳເນີນກິດຈະການທາງເສດຖະກິດ, ການຜະລິດ, ການຈັດສົ່ງ, ການຂາຍ, ການບໍລິການ, ການຄຸ້ມຄອງ, ແລະ ສົ່ງເສີມວຽກນີ້ໃຫ້ເປັນທ່າແຮງ, (2) ສ້າງສັງຄົມດີຈີຕອນ ຊຶ່ງຈະເຮັດໃຫ້ສັງຄົມເຂົ້າເຖິງການບໍລິການຕ່າງໆ ໄດ້ຢ່າງທົ່ວເຖິງຫຼາຍຂຶ້ນ ແລະ ຈະເຮັດໃຫ້ຫຼຸດຜ່ອນຄວາມແຕກໂຕນລະຫວ່າງຕົວເມືອງ ແລະ ຊົນນະບົດ, (3) ສ້າງລັດຖະບານດີຈີຕອນ ເພື່ອເຮັດໃຫ້ການຄຸ້ມຄອງ ແລະ ການບໍລິການຂອງພາກລັດ ມີຄວາມທັນສະໄໝ ໂປ່ງໃສ, ໂດຍຕິດພັນກັບການພັດທະນາຊັບພະຍາກອນມະນຸດ ທີ່ມີຄຸນນະພາບສູງ, ສ້າງພື້ນຖານໂຄງລ່າງ ICT ທີ່ທັນສະໄໝ, ກະກຽມຂະຫຍາຍການທົດລອງນຳໃຊ້ 5G, ສ້າງ ສປປ ລາວ ເປັນສູນກາງເຊື່ອມໂຍງເຊື່ອມຈອດ ແລະ ເປັນທາງຜ່ານດີຈີຕອນຂອງພາກພື້ນ, ປົກປັກຮັກສາສິ່ງແວດລ້ອມ ແລະ ຮັບປະກັນຄວາມປອດໄພດ້ານໄຊເບີ ຢ່າງໜັກແໜ້ນ.
ປັດຈຸບັນ ການຂະຫຍາຍຕາໜ່າງໂທລະຄົມມະນາຄົມ ແລະ ອິນເຕີເນັດ ພາຍໃນ ສປປ ລາວ ກວມເອົາເກືອບທັງໝົດຂອງຈຳນວນບ້ານໃນທົ່ວປະເທດ, ໃນນັ້ນ ລະບົບເຄືອຂ່າຍໂທລະສັບມືຖື ຮຸ່ນ 2G ກວມເອົາ 96%, ລະບົບ 3G ກວມເອົາ 83% ແລະ ລະບົບ 4G ກວມເອົາ 75%. ສ່ວນລະບົບ 5G ແມ່ນໄດ້ມີການພັດທະນາ ແລະ ເປີດທົດລອງນຳໃຊ້ນັບແຕ່ປີ 2019 ເປັນຕົ້ນມາ, ເຊິ່ງປັດຈຸບັນ ແມ່ນຢຸ່ໃນຂັ້ນຕອນຈັດສັນຄື້ນຄວາມຖີ່ວິທະຍຸສື່ສານ ເພື່ອໃຫ້ໄດ້ເປີດນໍາໃຊ້ລະບົບເຄືອຂ່າຍໂທລະສັບມືຖື ຮຸ່ນ 5G ຢູ່ນະ ຄອນຫຼວງວຽງຈັນ ແລະ ເຂດຕົວເມືອງໃຫຍ່ ໃນທ້າຍປີ 2023 ນີ້.
ສ່ວນຈໍານວນເສົາ BTS ມີຈໍານວນ 5.728 ຕົ້ນ, ສະຖານີຮັບສົ່ງສັນຍານໂທລະສັບມືຖືມີທັງໝົດ ຈໍານວນ 22.134 ສະຖານີ;ຈໍານວນສາຍສົ່ງໂທລະຄົມມະນາຄົມ ແມ່ນໄດ້ມີການຂະຫຍາຍສາຍໃຍແກ້ວນຳແສງ (Optical Fiber Cable) ຈໍານວນ 96,670 ກິໂລແມັດ ທົ່ວປະເທດ; ມີຈຸດເຊື່ອມຕໍ່ອອກຕ່າງປະເທດ ຂອງຜູ້ໃຫ້ບໍລິການໂທລະຄົມມະນາຄົມ ມີທັງໝົດ ມີ 67 ຈຸດທີ່ຊາຍແດນ; ສາມາດສໍາເລັດ ການຂຶ້ນທະບຽນເລກໝາຍໂທລະສັບ (SIMCARD) ແລ້ວຈຳນວນ 4.125.855 ເລກໝາຍ ຫລື 46,84% ຂອງເລກໝາຍໂທລະສັບທີ່ເປີດການນໍາໃຊ້ທັງໝົດ 8.806.880 ເລກໝາຍ (ສະຖິຕິວັນທີ 25/05/2023).
ລັດຖະມົນຕີກະຊວງເຕັກໂນໂລຊີ ແລະ ການສື່ສານ ໃຫ້ຮູ້ຕື່ມວ່າ: ຈາກສະຖິຕິຕົ້ນປີ 2023, ໃນຈໍານວນປະຊາກອນລາວ ທັງໝົດ 7,58 ລ້ານຄົນ, ມີຜູ້ຊົມ ໃຊ້ອິນເຕີເນັດ ປະມານ 4,7 ລ້ານຄົນ ຫຼື 62% ຂອງຈໍານວນປະຊາກອນ; ເມື່ອສົມທຽບໃສ່ສະຖິຕິປີ 2013 ມີຜູ້ຊົມໃຊ້ອິນເຕີເນັດມີພຽງແຕ່ 820,000 ຄົນ, ໝາຍຄວາມວ່າ ມີການເພີ່ມຂຶ້ນເກືອບ 6 ເທົ່າ ໃນໄລຍະ 10 ປີຜ່ານມາ, ເຊິ່ງຖືເປັນການພັດທະນາ ແລະ ຂະຫຍາຍຕົວແບບກ້າວກະໂດດຢ່າງແທ້ຈິງ.