ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ

ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ - 0365 - ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ
ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ - kitchen vibe - ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ
ເນື່ອງຈາກມີຝົນຕົກລິນຕໍ່ເນື່ອງ ນັບແຕ່ວັນທີ່ 1-6 ສິງຫາ 2023 ເຮັດໃຫ້ນ້ຳຫ້ວຍຫຼາຍສາຍຢູ່ເຂດເມືອງໂພນໄຊ ແຂວງຫລວງພະບາງ ເກີດນອງ ແລະນ້ຳໄຫລຊຸ, ກະທົບຕໍ່ເສັ້ນທາງຄົມມະນາຄົມຢູ່ພາຍໃນເມືອງຈໍານວນ 7 ເສັ້ນ ເປັນຕົ້ນແມ່ນ ດິນ-ຫີນເຈື່ອນຖົມໜ້າທາງ, ທໍ່ລະບາຍນ້ຳລອດທາງຕັນ ນ້ຳຖ້ວມຂັງຕາມຮ່ອງນ້ຳແຄມທາງ ແລະໜ້າທາງ, ຕົ້ນໄມ້ລົ້ມທັບທາງ ທໍ່ລະບາຍນ້ຳລອດທາງຂາດ, ໜ້າທາງຖືກນ້ຳໄຫລເຊາະເປັນບວກເປັນຂຸມ ເປັນຮ່ອງເລິກ, ໃນນັ້ນ ມີເສັ້ນທາງຫລວງແຂວງ 1 ເສັ້ນ, ທາງຊົນນະບົດ 6 ເສັ້ນ ການສັນຈອນ ພົບຄວາມຫຍຸ້ງຍາກ, ເສັ້ນທາງຊົນນະບົດ ລົດໃຫຍ່ບໍ່ສາມາດສັນຈອນໄດ້, ໂຮງງານຜະລິດນ້ຳປະປາ ໄດ້ຮັບຜົນກະທົບຈົນໄດ້ຢຸດຜະລິດນ້ຳຊົ່ວຄາວ ເປັນມື້ທີ່ 2 ຍ້ອນສາຍນໍ້າປາ ມີປະລິມານສູງ ແລະມີດິນຊາຍໄຫລເຂົ້າຖົມບໍ່ສາມາດຜະລິດນ້ຳໄດ້, ປະເມີນມູນຄ່າຄວາມເສຍຫາຍຕໍ່ເສັ້ນທາງໃນເບື້ອງຕົ້ນຫລາຍກວ່າ 7 ຕື້ 30 ລ້ານກວ່າກີບ.
ທ່ານ ແສງເພັດ ອີນທະພອນ ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂພນໄຊ ໃຫ້ຮູ້ວ່າເສັ້ນທາງທີ່ຖືກຜົນກະທົບລວມທັງໝົດ 570 ຈຸດ, ຍາວຫລາຍກວ່າ 51 ກິໂລແມັດ, ໃນນັ້ນ ເສັ້ນທາງຫລວງຂອງແຂວງ ເລກທີ 2504 ແຕ່ບ້ານປາກເຊືອງ ນະຄອນ ຫລວງພະບາງ ຫາບ້ານປາກວັງເມືອງໂພນໄຊ ເສຍຫາຍ 142 ຈຸດ, ປັດຈຸບັນສາມາດແກ້ໄຂຂັ້ນພື້ນຖານ ແລະເປີດການສັນຈອນໄປ-ມາໄດ້ ແຕ່ຍັງມີຄວາມຫຍຸ້ງຍາກ ແລະມີຄວາມສ່ຽງເກີດອຸບັດຕິເຫດບາງຈຸດ, ສ່ວນເສັ້ນທາງຊົນນະບົດ ລວມມີ ເສັ້ນທາງແຕ່ບ້ານປາກງາ ຫາ ບ້ານລ້ອງຍົມໃຫຍ່ ແລະ ບ້ານກີ່ວມ່ວງ, ເສັ້ນທາງແຕ່ບ້ານນ້ຳບໍ່ ຫາ ບ້ານຫ້ວຍສາລາ, ເສັ້ນທາງແຕ່ບ້ານຫ້ວຍຂີງ ຫາ ບ້ານດອນຄຳ, ເສັ້ນທາງແຕ່ບ້ານປາກງາ ຫາ ບ້ານປາກສີມ, ເສັ້ນທາງແຕ່ບ້ານຫ້ວຍລຸ້ງເທີງ ຫາບ້ານນາພຽງ ແລະຫ້ວຍຂີງ, ເສັ້ນທາງແຕ່ບ້ານເຮືອໂດຍ ຫາ ບ້ານສັນພູຫລວງ ແມ່ນສາມາດທຽວໄດ້ພຽງແຕ່ລົດຈັກເທົ່ານັ້ນ,
ຂໍ້ມູນ: ຫົວໜ້າຫ້ອງການໂຍທາທິການ ແລະ ຂົນສົ່ງເມືອງໂພນໄຊ
ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ - 3 - ເມືອງໂພນໄຊ ແຂວງຫລວງພະບາງ ໄດ້ຮັບຜົນກະທົບຈາກຝົນຕົກ ເບື້ອງຕົ້ນ 7 ຕື້ກວ່າກີບ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!