ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ

ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ - 2599 - ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ
ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ - kitchen vibe - ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ
ໂດຍ: ຜາຕຸງ
ຍຸກສະໄໝນີ້ ເປັນຍຸກແຫ່ງຄວາມກ້າວໜ້າ ຍຸກ 4.0, ທຸກຢ່າງໂດຍສະເພາະທາງດ້ານທຸລະກິດລ້ວນແລ້ວແຕ່ມີການແກ່ງແຍ່ງແຂ່ງຂັນກັນ ເພື່ອຄວາມຄົງຕົວແລະ ຢູ່ລອດຂອງທຸລະກິດ, ຈຶ່ງມີການສ້າງສິ່ງອຳນວຍຄວາມສະດວກດ້ານຕາງໆ ເປັນແຮງຈູງໃຈໃຫ້ແກ່ຜູ້ມາຊົມໃຊ້ບໍລິການຂອງຕົນໃຫ້ຫລາຍຂຶ້ນ, ເປັນຕົ້ນຢູ່ຕາມຮ້ານຄ້າໃຫຍ່ຫລາຍແຫ່ງມັກຈະເຫັນເພິ່ນຈັດວາງສິນຄ້າເປັນຖັນເປັນແຖວແບ່ງຕາມໝວດສິນຄ້າເຄື່ອງໃຊ້, ເຄື່ອງກິນ, ເຄືອງດື່ມ ຢ່າງເປັນລະບຽບ ແລະ ໄດ້ຕິດລາຄາເປັນເງິນກີບຂອງສິນຄ້າເຫລົ່ານັ້ນໄວ້ພ້ອມ ສ້າງຄວາມສະດວກສະບາຍ ງ່າຍແກ່ການເລືກຊື້ເລືອກໃຊ້ຂອງລູກຄ້າ, ພຽງແຕ່ຜູ້ຊົມໃຊ້ຫິ້ວກະຕ່າເຂົ້າໄປເລືອກຊື້ສິນຄ້າທີ່ຕ້ອງການໄດ້ຕາມໃຈມັກ ເຫັນແລ້ວເປັນໜ້າຊື່ນຊົມຫລາຍ.
ການຕິດລາຄາ ແຈ້ງໃຫ້ຮູ້ວ່າສິນຄ້າແຕ່ລະຊະນິດ ມີລາຄາເທົ່າໃດ ນັ້ນເເມ່ນດີບໍ່ມີການເອົາປຽບລູກຄ້າ ແລະ ໃນໄລຍະທີ່ເສດຖະກິດຫຍຸ້ງຍາກ ອັດຕາເງິນເຟີ້, ເງິນກີບອອ່ນຄ່າ ລາຄາສິນຄ້າກໍສູງຂຶ້ນ ເຮັດໃຫ້ມີການປັບລາຄາສິນຄ້າບາງຊະນິດໄປນຳ ເຊິ່ງເປັນກົດເກນຂອງການຄ້າ, ແຕ່ສິ່ງທີ່ຢາກເວົ້າຢູ່ບ່ອນນີ້ ແມ່ນ ຢາກເວົ້າເລື່ອງ ລາຄາຂອງສິນຄ້າທີ່ເພິ່ນ ຕິດໝາຍບອກໄວ້ນັ້ນລະຄືບັນຫາທີ່ເຮັດໃຫ້ລູກຄ້າ ກັບພະນັກງານສາວຜູ້ບໍລິການຢູ່ຈຸດຈ່າຍເງິນມັກມີສຽງຈົ່ມວ່າ ຖົກຖຽງກັນ ເຖິງວ່າຈະບໍ່ຮຸນແຮງແຕ່ມັນກໍ່ເປັນພາບພົດທີ່ທັງເຈົ້າແລະຂ້ອຍ ບໍ່ຢາກໃຫ້ເກິດຂຶ້ນ.
ເລື່ອງຂອງມັນກໍ່ເປັນແນວນີ້ ສອງສາມມື້ຫລັງກາຍມານີ້ (ຕົ້ນເດືອນ ສິງຫາ 2023) ຜາຕຸງ ມີໂອກາດ ໄປຊື້ສິນຄ້າຢູ່ ຮ້ານຄ້າແຫ່ງໜຶ່ງໃກ້ໆເຮືອນ ແລະ ຖືວ່າເປັນຫາງໃຫຍ່ສົມຄວນ ມີລູກຄ້າຫລາຍຄົນ ໃນມືຫິ້ວກະຕ່າທີ່ທາງຮ້ານຈັດສັນໄວ້ໃຫ້ຍ່າງເລາະລຽບຊອກຊື້ສິນຄ້າທີ່ຕົນຕ້ອງການໂດຍທີ່ມີປ້າຍລາຄາຕິດບອກໄວ້ຢ່າງລະອຽດ ແລະ ຜູ້ຊື້ໄດ້ຄຳນວນຄິດໄລ່ລາຄາໄວ້ແດ່ແລ້ວ ເມື່ອສິ່ງທີ່ຕ້ອງການໄດ້ຄົບຖ້ວນແລ້ວກໍຍ່າງມາທີ່ຈຸດຈ່າຍເງິນ ເມື່ອພະນັກງານບໍລິການກວດກາສິນຄ້າຄົບຖ້ວນແລ້ວ ກໍໄດ້ແຈ້ງລາຄາໃຫ້ລູກຄ້າຮັບຊາບ ແຕ່ວ່າລາຄານັ້ນຊ້ຳພັດບໍ່ກົງກັນ ມີລາຄາສູງກວ່າທີ່ໄດ້ຄິດໄລ່ໄວ້ ຈຶ່ງເກີດມີການຕໍ່ວ່າກັນເລັກນ້ອຍ, ຈາກນັ້ນຈຶ່ງຮູ້ວ່າ ລາຄາສິນຄ້າທີ່ຕິດໄວ້ນັ້ນແມ່ນລາຄາເກົ່າ ສ່ວນລາຄາໃໝ່ບໍ່ທັນໄດ້ຕິດເທື່ອ ຍ້ອນວ່າພະນັກງານທາງຮ້ານມີໜ້ອຍ ເພິ່ນຕອບລູກຄ້າຄືແນວນັ້ນ.
ເມື່ອເຫັນເຫດກາານທີ່ເກີດຂື້ນ ຜາຕຸງ ກໍພຶມພຳວ່າ ໂອ່ ແນວນີ້ກໍມີເນາະ ຕາມເບິ່ງແລ້ວລູກຄ້າຄົນນັ້ນລາວກໍມີຄວາມສາມາດຈ່າຍຄ່າສິນຄ້ານັ້ນໄດ້ຢູ່ດອກ ແຕ່ອາດຈະເສຍຄວາມຮູ້ສຶກຕໍ່ຮ້ານຄ້ານັ້ນຍ້ອນຄວາມມັກງ່າຍຖືເບົາ ຫລື ແນວໃດ ຈຶ່ງບໍ່ມີການປັບປ່ຽນລາຄາໃຫ້ເປັນໄປຕາມຄວາມຈິງ ຍິ່ງຍຸກເຂົ້າຢາກໝາກແພງຄືແນວນີ້ຖ້າປະຢັດໄດ້ເລັກໆນ້ອຍໆກໍເປັນການດີ ຫລື ຈະເວົ້າວ່າພະນັກງານບໍລິການມີໜ້ອຍ ເຮັດບໍ່ທັນ ອັນນີ້ບໍ່ແມ່ນຄຳຕອບເລີຍ, ພະນັກງານຈະໜ້ອຍ ຫລື ຫລາຍແມ່ນຂຶ້ນກັບການບໍລິຫານຂອງທາງຮ້ານວ່າຈະເຮັດແນວໃດໃຫ້ຖືກຕ້ອງຕາມຄວາມເປັນຈິງຂອງຍຸກເສດຖະກິດປັດຈຸບັນ ອາດຈະແບ່ງງົບປະມານກ້ອນໜຶ່ງເພື່ອເພິ່ມໃຫ້ພະນັກງານເຮັດວຽກນອກໂມງກໍໄດ້ ເພື່ອຄວາມສະດວກ, ຄວາມພໍໃຈໃຫ້ລູກຄ້າ, ຢ່າຄິດວ່ານີ້ເປັນພຽງເລື່ອງເລັກນ້ອຍ ລອອງຄິດເບິ່ງວ່າລູກຄ້າທີ່ມາໃຊ້ບໍລິການແມ່ນມີຫລາຍແບບ ແລະເຊື່ອວ່າທຸກຄົນທີ່ເຂົ້າມາແລ້ວສາມາດຈ່າຍໄດ້ ແຕ່ເມື່ອລາຄາຕົວຈິງຂອງສິນຄ້າພັດບໍ່ຖືກກັບລາຄາໃນປ້າຍທີ່ຕິດບອກໄວ້ນັ້ນ ມັນຈະເປັນແນວໃດ ແລະ ຫາກເຫດການແນວນີ້ເກີດຂຶ້ນກັບຕົວຜູ້ບໍລິຫານ ຫລື ພະນັກງາານຮ້ານຄ້ານັ້ນໆ ຈະຮູ້ສຶກແນວໃດ ແນ່ນອນມັນຈະເຮັດໃຫ້ເສຍຄວາມຮູ້ສຶກທີ່ດີຕໍ່ຮ້ານຄ້ານັ້ນເຊັ່ນດຽວກັນ ແລະໃນທີ່ສຸດລູກຄ້າທີ່ເຄີຍອຸດໜູນກໍ່ຈະຫັນໄປນິຍົມຮ້ານອື່ນກໍ່ເປັນໄດ້.
ນີ້ເປັນພຽງເຫດການເລັກໆນ້ອຍໆ ທີ່ເຈົ້າຂອງຫ້າງຮ້ານຊັບພະສິນຄ້າທຸກແຫ່ງບໍ່ຄວນເບິ່ງຂ້າມ, ຄວນເອົາໃຈໃສ່ປັບປຸງຂອດການບໍລິການລຸກຄ້າ ໂດຍສະເພາະແມ່ນການຕິປ້າຍບອກລາຄາສິນຄ້າແຕ່ລະຊະນິດໃຫ້ຖືກຕ້ອງຕາມຄວາມເປັນຈິງໃນແຕ່ລະວັນ ແຕ່ລະອາທິດຫາກຂຶ້ນລາຄາສິນຄ້າຊະນິດໃດກໍຄວນປ່ຽນ ແລະ ຕິດລາຄາສິນຄ້າຊະນິນັ້ນຄືນໃໝ່ໄວເທົ່າໃດຍິ່ງເປັນການດີ ເພື່ອເຮັດໃຫ້ຜູ້ຊົມໃຊ້ບໍລິການໄດ້ຮັບຄວາມເປັນທຳ ເຖິງຈະເປັນພຽງ 500 ກີບ, 1.000 ກີບ ແຕ່ກໍຕາມນັ້ນສະແດງໃຫ້ເຫັນວ່າທ່ານເອົາປຽບລູກຄ້ແລ້ວ ເຊິ່ງບັນຫານີ້ຄວນໄດ້ຮັບການແກ້ໄຂໂດຍໄວ.
ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ - 3 - ບັນຫາການຕິດປ້າຍບອກລາຄາສິນຄ້າ ຢູ່ບາງຮ້ານ ບໍ່ຖືກກັບລາຄາເວລາຈ່າຍເງິນຕົວຈິງ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!