ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ

ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ - 366728 - ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ
ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ - kitchen vibe - ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ

ວັນທີ 11 ສິງຫາ 2023, ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ພ້ອມດ້ວຍຄະນະ ລົງເຄື່ອນໄຫວຕິດຕາມສະພາບຜົນກະທົບຈາກໄພນໍ້າຖ້ວມຢູ່ເມືອງຄູນຄໍາ ແຂວງຄໍາມ່ວນ, ໂດຍການຕ້ອນຮັບຂອງທ່ານ ວັນໄຊ ພອງສະຫວັນ ເຈົ້າແຂວງຄໍາມ່ວນ.

ທ່ານ ແກ້ວວິໄລ ໄຊຍະບຸດ ເຈົ້າເມືອງຄູນຄໍາ ລາຍງານວ່າ: ນັບຕັ້ງແຕ່ວັນທີ 27 ກໍລະກົດ ຫາ ວັນທີ 3 ສິງຫາ 2023 ມີຝົນຕົກໜັກຕິດຕໍ່ກັນຫລາຍວັນເຮັດໃຫ້ລະດັບນໍ້າຫີນບູນ, ນໍ້າໄຮເພິ້ມຂຶ້ນສຸງບວກກັບນໍ້າປ່າທີ່ໄຫລລົງມາຈາກຍອດພູໄຮ ແລະ ພູຜາມ່ານຈໍານວນຫລາຍ. ຮອດວັນທີ 3 ສິງຫາ 2023 ລະດັບນໍ້າເພີ່ມສູງຂຶ້ນ ແລະ ໄຫລເຂົ້າບ້ານເຮືອນຂອງປະຊາຊົນທີ່ຢູ່ລຽບຕາມແຄມນໍ້າຫີນບູນຖ້ວມຕາມເສັ້ນທາງ, ເຮືອນຊານ, ເລົ້າເຂົ້າ, ໄຮ່ນາຮົ້ວສວນຢ່າງໄວວາແບບບໍ່ເຄີຍມາກ່ອນ. ຜ່ານການເກັບກໍາຂໍ້ມູນຂອງກອງເລຂາຄະນະກໍາມະການຄຸ້ມຄອງໄພພິບັດຂັ້ນເມືອງສາມາດສັງລວມຜົນກະທົບ ແລະ ຄວາມເສຍຫາຍໃນທົ່ວເມືອງມີບ້ານທີ່ຖືກນໍ້າຖ້ວມທັງໝົດ 14 ບ້ານ, ມີ 12.767 ຄົນ, 2.182 ຄອບຄົວ. ໃນນີ້ມີ 9 ບ້ານທີ່ໄດ້ຮັບຜົນເສຍຫາຍໜັກ, ເນື້ອທີ່ກະສິກໍາຖືກນໍ້າຖ້ວມທັງໝົດມີ 22 ບ້ານ, ເນື້ອທີ່ 6.138 ເຮັກຕາ, ສັດລ້ຽງເສຍຫາຍທັງໝົດ 16.988 ໂຕ, ໜອງປາຖືກນໍ້າຖ້ວມທັງໝົດ 284 ໜອງ. ຊັບສິນທີ່ເສຍຫາຍລົດໄຖນາມີ 609 ຄັນ, ໂຮງສີເຂົ້າ 87 ໂຮງ , ເລົ້າເຂົ້າ 56 ຫລັງ, ມີເຂົ້າ 559 ໂຕນ, ເຕົາຢາສູບ 47 ເຕົາ ແລະ ເຄື່ອງໃຊ້ໄຟຟ້າຈໍານວນໜຶ່ງ, ອຸປະກອນການຮຽນ-ການສອນ.

ດ້ານການປຸກລະດົມເຄື່ອງຊ່ວຍເຫລືອນັບແຕ່ວັນທີ 4-10 ສິງຫາ 2023 ໄດ້ຮັບເຄື່ອງຊ່ວຍເຫລືອອຸປະໂພກ-ບໍລິໂພກລວມມູນຄ່າທັງໝົດ 2 ຕື້ກວ່າກີບ, ເງິນສົດທັງໝົດ 169 ລ້ານກວ່າກີບ. ສ່ວນສະພາບດິນເຈື່ອນທັບຖົມທາງເລກ 8 A ຢູ່ເທິງພູໄຮ ຮອດວັນທີ 5 ສິງຫາ 2023 ໄດ້ຂໍ້ມູນຈາກທີມງານທີ່ຂຶ້ນໄປສໍາຫລວດວ່າມີດິນເຈື່ອນຢູ່ 4 ຈຸດ. ພົບເຫັນຜູ້ຕົກຄ້າງທັງໝົດ 68 ຄົນ, ເສຍຫາຍ 1 ຄົນ (ເປັນໂຊເຟິຣົດຄົນຫວຽດນາມ), ພາຫະນະຕົກຄ້າງ 110 ຄັນ, ໃນນີ້ຖືກດິນເຈື່ອນທັບຖົມ 6 ຄັນ, ຕົກເຫວ 2 ຄັນ ແລະ ສາມາດຊ່ວຍເຫລືອຄົນທີ່ຄ້າງຢູ່ເທິງພູມາໄດ້ຢ່າງປອດໄພ.

ໂອກາດນີ້, ທ່ານ ນາຍົກລັດຖະມົນຕີ ໄດ້ສະແດງຄວາມເປັນຫ່ວງເປັນໄຍຕໍ່ພໍ່ແມ່ປະຊາຊົນຜູ້ປະສົບໄພ ແລະ ໄດ້ສະແດງຄວາມຊົມເຊີຍມາຍັງອໍານາດການປົກຄອງແຕ່ລະຂັ້ນພາຍໃນແຂວງຕະຫລອດເຖິງທຸກພາກສ່ວນທີ່ໄດ້ປະກອບສ່ວນວັດສິ່ງຂອງ, ເຄື່ອງອຸປະໂພກ-ບໍລິໂພກ ແລະ ເງິນສົດຈົນສາມາດເຮັດໃຫ້ສາຖານະການໄດ້ຜ່ອນຄາຍລົງ. ພ້ອມທັງເນັ້ນໃຫ້ແຂວງ-ເມືອງ ຕິດຕາມເຝົ້າລະວັງຜົນກະທົບທາງທໍາມະຊາດທີ່ອາດຈະເກີດຂຶ້ນອີກ, ຕິດຕາມພະຍາກອນອາກາດຢ່າງໃກ້ຊິດ ແລະ ເປັນປົກກະຕິ, ຕິດຕາມຄວບຄຸມພະຍາດໄຂ້ຍຸງລາຍ ແລະ ພະຍາດຕາມລະດູການອື່ນໆທີ່ເກີດນໍາຄົນ, ສັດພາຍຫລັງນໍ້າບົກແຫ້ງລົງ, ກະກຽມແນວພັນພືດ-ສັດທົດແທນ ແລະ ອື່ນໆ. ນອກນີ້, ກໍມອບເງິນເພື່ອແກ້ໄຂ ແລະ ບັນເທົາຜົນກະທົບນໍ້າຖ້ວມໃຫ້ກັບ 3 ເມືອງ ແຂວງຄໍາມ່ວນຄື: ເມືອງຄູນຄໍາ, ຫີນບູນ ແລະ ນາກາຍ ເມືອງລະ 50 ລ້ານກີບ ແລະ ລົງຕິດຕາມຈຸດທີ່ມີດິນເຈື່ອນທັບຖົມທາງຢູ່ເທິງພູໄຮ ແລະ ໄປພົບປະໂອ້ລົມປະຊາຊົນທີ່ໄດ້ຮັບຜົນກະທົບໜັກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກຕື່ມອີກ.

ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ - 4 - ນາຍົກລັດຖະມົນຕີ ລົງຕິດຕາມຊຸກຍຸກ ແລະ ມອບເຄື່ອງຊ່ວຍເຫລືອບັນເທົາທຸກ ພ້ອມມອບເງິນຈຳນວນໜຶ່ງໃຫ້ແຂວງຄຳມ່ວນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!