ປະຊາຊົນ ບ້ານວັດໄຕ ສະເໜີບັນຫາລາຄາສິນຄ້າແພງ ຜ່ານ ສສຊ ແລະ ສສນວ ນຳໄປສະເໜີຕໍ່ລັດຖະບານພິຈາລະນາແກ້ໄຂ


ວັນທີ 23 ສິງຫາ 2023, ສະມາຊິກສະພາແຫ່ງຊາດ (ສສຊ) ປະຈຳເຂດເລືອກຕັ້ງທີ 1 ນະຄອນຫລວງວຽງຈັນ ແລະ ສະມາຊິກສະພາປະຊາຊົນ ນະຄອນຫລວງວຽງຈັນ (ສສນວ), ນຳໂດຍ ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ1 ພ້ອມຄະນະ ສສນວ, ໄດ້ລົງພົບຜູ້ມີສິດເລືອກຕັ້ງ ແລະ ເຜີຍແຜ່ຜົນສຳເລັດກອງປະຊຸມສະໄໝສາມັນ ເທື່ອທີ 5 ຂອງສະພາແຫ່ງຊາດຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງຊຸດທີ II ພ້ອມທັງຟັງຄຳຄິດເຫັນ, ຄຳສະເໜີຂອງປະຊາຊົນ ຢູ່ບ້ານໜອງປາໄນ, ອູບມຸງ, ວັດໄຕນ້ອຍທົ່ງ-ທ່າ ເມືອງ ສີໂຄດຕະບອງ.


ທ່ານ ນາງ ວາລີ ເວດສະພົງ ສສຊ ເຂດ1 ໂອ້ລົມ ແລະ ເຜີຍແຜ່ຜັນຂະຫຍາຍເນື້ອໃນຜົນສໍາເລັດກອງປະຊຸມສະໄໝສາມັນເທື່ອທີ 5 ຂອງສະພາແຫ່ງຊາດ ຊຸດທີ IX ແລະ ສະພາປະຊາຊົນນະຄອນຫລວງວຽງຈັນ ຊຸດທີ II ໃຫ້ປະຊາຊົນໄດ້ຮັບຮູ້ເຊື່ອມຊຶມຢ່າງກ້ວາງຂວາງ ກ່ຽວກັບບັນດາເນື້ອໃນ, ວຽກງານທີ່ສຳຄັນ ໂດຍສະເພາະບັນຫາໄພເງິນເຟີ້, ອັດຕາແລກປ່ຽນ, ລາຄາສິນຄ້າ ແລະ ບັນຫາຢາເສບຕິດ ທີ່ສົ່ງຜົນກະທົບຕໍ່ຊີວິດການເປັນຢູ່ຂອງພະນັກງານ-ລັດຖະກອນ, ທະຫານ-ຕໍາຫລວດ ແລະ ປະຊາຊົນບັນດາເຜົ່າ, ເຊິ່ງລັດຖະບານໄດ້ເລັ່ງສຸມໃສ່ຄົ້ນຄວ້າແກ້ໄຂ. ແລະ ໄດ້ສ້າງໂອກາດໃຫ້ປະຊາຊົນປະກອບຄຳຄິດເຫັນ ແລະ ຄຳສະເໜີບັນຫາຕ່າງໆ ເພື່ອສົນທະນາປຶກສາຫາລືຮ່ວມກັນ ໂດຍສະເພາະແມ່ນ ການແກ້ໄຂບັນຫາລາຄາສິນຄ້າແພງ, ໃຫ້ມີການວາງລາຄາສິນຄ້າເປັນລາຄາກາງ ແລະ ໃຫ້ພາກສ່ວນການຄ້າລົງຕິດຕາມສະພາບຕົວຈິງ ເພາະປັດຈຸບັນເຂົ້າສານ ແມ່ນມີລາຄາສູງຂຶ້ນເລື້ອຍໆ, ສະເໜີໃຫ້ມີການສະຫງວນອາຊີບໄວ້ໃຫ້ປະຊາຊົນລາວ, ສະເໜີໃຫ້ມີມາດຕະການເຂັ້ມງວດຕື່ມຕໍ່ກັບການແກ້ໄຂບັນຫາຢາເສບຕິດ ຊຶ່ງທັງໝົ້ດນີ້ ສສຊ ປະຈຳເຂດເລືອກຕັ້ງ ແລະ ສສຂ ນະຄອນຫລວງວຽງຈັນ ໄດ້ອະທິບາຍຊີ້ແຈງຕໍ່ຄໍາສະເໜີດັ່ງກ່າວ, ພ້ອມງທັງເກັບກຳ, ບັນທຶກເອົາຄຳສະ ເໜີຕ່າງໆຂອງປະຊາຊົນ ເພື່ອສັງລວມ ແລ້ວນຳສະເໜີຕໍ່ພາກສ່ວນກ່ຽວຂ້ອງກໍຄືລັດຖະບານພິຈາລະນາແກ້ໄຂ.