4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ

- kitchen vibe - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ

- main qimg 283d09d4828f1a56fbcaae6102bf7b0e c - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ

ກຸ່ມ​ກວດ​ສອບ​ອາວຸດ​ແ​ຫ່ງຊູ​ແອດ​ເຜີຍ ຈຳນວນ​ຫົວ​ຮົບ​ນິວ​ເຄຼຍທົ່ວ​ໂລກ​ຫຼຸດ​ລົງ​ໃນ​ປີຜ່ານມາ, ​ແຕ່​ຍັງ​ມີ 4 ປະ​ເທດ​ຍັງ​ເດີນ​ໜ້າ​ຂະຫຍາຍ​ຈຳນວນ​ການ​ຜະລິດ ປະກອບ​ມີ​ຈີນ, ອິນ​ເດຍ, ສປປ ​ເກົາຫຼີ ​ແລະ ປາ​ກິດ​ສະຖານ.

- Visit Laos Visit SALANA BOUTIQUE HOTEL - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ
- Visit Laos Visit SALANA BOUTIQUE HOTEL - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ

ສຳນັກ​ຂ່າວ AP ລາຍ​ງານ​ຈາກ​ນະຄອນຫຼວງ​ສະ​ຕອກ​ໂຮມ ປະ​ເທດ​ຊູ​ແອດ ​ໃນ​ວັນ​ທີ 21 ກັນຍາ​ວ່າ: ສະ​ຖາ​ບັນ​ວິ​ໄຈ​ສັນຕິພາບສາກົນ ສະ​ຕອກ​ໂຮມ ຫຼື SIPRI ກ່າວ​ວ່າ: ການ​ພັດທະນາ​ໂຄງການ​ນິວ​ເຄຼຍຂອງ ສປປ ​ເກົາຫຼີ ​ເຮັດ​ໃຫ້​ເກີດ​ຄວາມ​ບໍ່​ໝັ້ນຄົງ​ທາງ​ການ​ເມືອງ​ລະຫວ່າງ​ປະ​ເທດ ​ແລະ ສົ່ງ​ຜົນ​ກະທົບ​ຮ້າຍ​ແຮງ​ເປັນ​ຕ່ອງ​ໂສ້.

​ໄລ່​ມາ​ຮອດ​ເດືອນ​ມັງກອນ 2017 ອາ​ເມ​ລິ​ກາ, ຣັດ​ເຊຍ, ອັງກິດ, ຝຣັ່ງ, ຈີນ, ອິນ​ເດຍ, ປາ​ກິດ​ສະຖານ, ອິດສະ​ລາ​ແອນ ​ແລະ ສປປ ​ເກົາຫຼີ ລວມກັນ​ມີ​ຫົວ​ຮົບ​ນິວ​ເຄຼຍປະມານ 14.935 ລູກ ຫຼຸດ​ລົງ​ຈາກ 15.395 ລູກ​ໃນ​ປີ​ກ່ອນ​ໜ້າ.

​ແຕ່​ຍັງ​ມີ 4 ປະ​ເທດ ທີ່​ກຳລັງ​ຂະຫຍາຍ​ຈຳນວນ​ຫົວ​ຮົບ​ນິວ​ເຄຼຍ​ໃນ​ຄອບ​ຄອງ ປະກອບ​ມີ​ຈີນ, ອິນ​ເດຍ, ສປປ ​ເກົາຫຼີ ​ແລະ ປາ​ກິດ​ສະຖານ.

​ທ່ານ ​ແຊນ​ນອນ ​ໄຄ​ລ ຫົວໜ້າ​ໂຄງການ​ອາວຸດ​ນິວ​ເຄຼຍຂອງ SIPRI ກ່າວ​ວ່າ: ບາດກ້າວ​ຫຼ້າສຸດ​ໃນ​ການ​ປົດ​ອາວຸດ​ນິວ​ເຄຼຍຖື​ວ່າ​ເພິ່ງ​ພໍ​ໃຈ, 122 ປະ​ເທດ​ອະນຸມັດ​ສົນທິສັນຍາ​ຫ້າ​ມອາວຸດ​ນິວ​ເຄຼຍ ທີ່​ອົງການ​ສະຫະ​ປະຊາ​ຊາດ ​ໃນ​ເດືອນ​ກໍລະກົດ 2017 ​ເຊິ່ງຈະ​ເປັນ​ບາດກ້າວ​ສຳຄັນ​ໄປ​ສູ່​ການ​ປົດ​ອາວຸດ​ນິວ​ເຄຼຍ​ໃນ​ໄລຍະ​ຍາວ.

ສ່ວນ​ບັນຫາ​ຄວາມ​ໝັ້ນຄົງ​ຂອງ​ໂລກ ມີ​ການ​ພັດທະນາ​ໃນ​ທາງ​ບວກ​ເຊັ່ນ​ກັນ​ເຊັ່ນ: ການ​ມີ​ຜົນ​ບັງຄັບ​ໃຊ້​ຂອງ​ຂໍ້​ຕົກລົງ​ຫຼຸດ​ໂລກ​ຮ້ອນ ປາຣີ 2015 ລວມທັງ​ການ​ປະຕິບັດ​ຕາມ​ຂໍ້​ຕົກລົງ​ນິວ​ເຄຼຍຂອງ​ອີຣານ ​ແລະ ມະຕິ​ຂອງ​ສະມັດຊາ​ໃຫຍ່​ອົງການ​ສະຫະ​ປະຊາ​ຊາດ (UNGA) ທີ່​ໃຫ້​ເລີ່​ມການ​ເຈລະຈາ​ໃນ​ປີ 2017 ​ເພື່ອ​ກຳຈັດ​ອາວຸດ​ນິວ​ເຄຼຍ​ໃຫ້​ໝົດ​ໄປ​ຈາກ​ໂລກ.

​ເຖິງ​ຢ່າງ​ໃດ​ກໍ​ຕາມ, ຍັງ​ມີ​ໜຶ່ງ​ບັນຫາ​ທີ່​ເປັນ​ສິ່ງ​ທ້າ​ທາຍ​ສຳຄັນ​ຕໍ່​ຄວາມ​ໝັ້ນຄົງ​ຂອງ​ມະນຸດ ນັ້ນຄື​ການ​ພັດ​ຖິ່ນ​ໂດຍ​ຖືກ​ບັງຄັບ ​ໂດຍ​ໃນ​ປັດຈຸບັນ ອາ​ຟຣິກາ ​ແລະ ຕາ​ເວັນ​ອອກ​ກາງ​ລວມກັນ ຮອງ​ຮັບ​ປະຊາຊົນ​ພັດ​ຖິ່ນ​ກວ່າ 2 ​ໃນ 3 ​ຂອງ​ທົ່ວ​ໂລກ ​ແລະ ຈຳນວນ​ປະຊາຊົນ​ພັດ​ຖິ່ນ​ໃນ​ປີຜ່ານມາ “ສູງ​ຂຶ້ນຢ່າງ​ຈະ​ແຈ້ງ” ກວ່າ 60 ລ້ານ​ຄົນ.

- 5 - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ
- 3 - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ
- 4 - 4 ປະເທດຍັງຜະລິດຫົວຮົວນິວເຄຼຍເພີ່ມ