ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ

ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ - 37192 - ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ
ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ - kitchen vibe - ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ

ວັນທີ 30-31 ສິງຫາ 2023, ສູນບໍລິຫານລັດດິຈິຕອນ, ກະຊວງ ເຕັກໂນໂລຊີ ແລະ ການສື່ສານ ຈັດກອງປະຊຸມສຳມະນາກ່ຽວກັບການສ້າງມາດຕະຖານເພື່ອແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນຂົງເຂດປະເທດອາຊຽນ.

ທ່ານ ທະວີສັກ ມະໂນທັມ, ຫົວໜ້າສູນບໍລິຫານລັດດິຈິຕອນ ກ່າວວ່າ:ກອງປະຊຸມຄັ້ງນີ້ ເປັນໜຶ່ງໃນກິດຈະກໍາຂອງໜ່ວຍງານດິຈິຕອນອາຊຽນ ປະຈໍາປີ 2023 (ASEAN Digital Workplan 2023) ທີ່ ສປປ ລາວ ເປັນເຈົ້າພາບ ໂດຍການສະໜັບສະໜູນຈາກກອງທຶນໄອຊີທີ ອາຊຽນ-ຍີ່ປຸ່ນ (ASEAN Japan ICT Fund) ເພື່ອສຶກສາບັນດາມາດຕະຖານຂໍ້ມູນ ແລະ ໝູນໃຊ້ເຕັກໂນໂລຊີດິຈິຕອນເຂົ້າໃນວຽກງານຄຸ້ມຄອງ ແລະ ປະສານງານ, ການແຈ້ງເຕືອນ, ການຄຸ້ມຄອງໄພພິບັດ ແລະ ແບ່ງປັນບົດຮຽນ ແລະ ປະສົບການຂອງບັນດາປະເທດອາຊຽນ ແລະ ປະເທດຍີ່ປຸ່ນ. ການສຶກສາໄດ້ອີງໃສ່ແຜນແມ່ບົດອາຊຽນໄອຊີທີດິຈິຕອນ 2025, ແຜນຍຸດທະສາດໄອຊີທີກ່ຽວກັບວຽກງານການຄຸ້ມຄອງໄພພິບັດ ປີ 2025.

ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ - Visit Laos Visit SALANA BOUTIQUE HOTEL - ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ

ກອງປະຊຸມ ຍັງໄດ້ປືກສາຫາລືແນວທາງການສ້າງມາດຕະຖານຂອງການແລກປ່ຽນຂໍ້ມູນໄພພິບັດ, ຟັງການນຳສະເໜີຜົນການສຶກສາ ແລະ ວິເຄາະແບບສອບຖາມເບື້ອງຕົ້ນກ່ຽວກັບສະຖານະການປັດຈຸບັນຂອງລະບົບແຈ້ງເຕືອນໄພພິບັດທີ່ປະເທດຍີ່ປຸ່ນ ແລະ ສິ່ງທ້າທາຍທີ່ບັນດາປະເທດອາຊຽນແລະອື່ນໆ ເພື່ອນຳໄປລາຍງານໃນກອງປະຊຸມເຈົ້າໜ້າທີ່ອາວຸໂສ ແລະ ລັດຖະມົນຕິດິຈິຕອນອາຊຽນ ຄັ້ງທີ 4  ເພື່ອພິຈາລະນາ ແລະ ຮັບຮອງໃນທ້າຍປີ 2023.

ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ - 5 - ສ້າງມາດຕະຖານແລກປ່ຽນຂໍ້ມູນຂ່າວສານກ່ຽວກັບການຄຸ້ມຄອງໄພພິບັດ ໃນປະເທດອາຊຽນ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!