ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ

ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ - 230901175114 typhoon saola vpx 2 - ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ
ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ - kitchen vibe - ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ

ຮົງກົງ ແລະ ພື້ນທີ່ທາງຕອນໃຕ້ຂອງຈີນ ໄດ້ສັ່ງປິດໂຮງຮຽນ ແລະ ທຸລະກິດຫລາຍແຫ່ງ ລວມທັງຍົກເລີກຖ້ຽວບິນຫລາຍຖ້ຽວໃນວັນທີ 1 ກັນຍາ, ຂະນະທີ່ພາຍຸໄຕ້ຝ່ນເຊົາລາໄດ້ເຄື່ອນທີ່ເຂົ້າມາໃກ້ຊາຍຝັ່ງ ໂດຍອິດທິພົນຈາກພາຍຸເຮັດໃຫ້ເກີດລົມພັດແຮງ ແລະ ຝົນຕົກໜັກ. ຂະນະທີ່ທາງການລະບຸວ່າ: ນີ້ອາດເປັນພາຍຸທີ່ຮຸນແຮງທີ່ສຸດໃນຮອບ 5 ປີທີ່ພັດເຂົ້າພື້ນທີ່ແຫ່ງນີ້.

ເຊົາລາມີສະຖານະເປັນຊຸບເປີໄຕ້ຝຸ່ນໃນວັນທີ 31 ສິງຫາຜ່ານມາ, ແຕ່ປັດຈຸບັນໄດ້ອ່ອນກຳລັງລົງເປັນພາຍຸໄຕ້ຝຸ່ນແລ້ວ. ເຖິງຢ່າງໃດກໍຕາມ, ເຊົາລາຍັງມີຄວາມຮຸນແຮງທຽບເທົ່າກັບພາຍຸເຮີລິເຄນລະດັບ 4 ໂດຍມີຄວາມໄວລົມສູງເຖິງ 220 ກິໂລແມັດຕໍ່ຊົ່ວໂມງ ແລະ ໄດ້ສ້າງຄວາມເສຍຫາຍໃຫ້ຫລາຍພື້ນທີ່ທາງຕາເວັນອອກສຽງເໜືອຂອງຟີລິບປິນກ່ອນໜ້ານີ້.

ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ - Visit Laos Visit SALANA BOUTIQUE HOTEL - ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ

ຫໍສັງເກດການຮົງກົງ (Hong Kong Observatory) ເປີດເຜີຍວ່າ: ພາຍຸໄຕ້ຝຸ່ນຫົວນີ້ຈະເຮັດໃຫ້ເກີດຝົນຕົກໜັກ, ລົມພັດແຮງ ແລະ ເຮັດໃຫ້ເກີດຄື້ນພາຍຸພັດເຂົ້າຝັ່ງ. ອີກທັງຍັງໄດ້ປະກາດສັນຍານເຕືອນໄພພາຍຸລະດັບ T10 ເຊິ່ງເປັນລະດັບສູງສຸດ ຫລື ທຽບເທົ່າໃນປີ 2018 ທີ່ມີການປະກາດເຕືອນໄພພາຍຸໄຕ້ຝຸ່ນມັງຄຸດ ເຊິ່ງເຮັດໃຫ້ມີຜູ້ເສຍຊີວິດ 10 ຄົນຢູ່ມາເກົາ ແລະ ສ້າງຄວາມເສຍຫາຍເປັນຈຳນວນຫລາຍຢູ່ຮົງກົງ.

ຫລ້າສຸດມີຜູ້ໄດ້ຮັບບາດເຈັບ 3 ຄົນຈາກພາຍຸໄຕ້ຝຸ່ນໃນຮົງກົງ ເຊິ່ງໄດ້ນຳສົ່ງໂຮງໝໍແລ້ວ. ຂະນະທີ່ກະຊວງປ້ອງກັນປະເທດໄດ້ເປີດສູນອາໄສຊົ່ວຄາວຫລາຍສິບແຫ່ງ ເພື່ອເປີດໃຫ້ປະຊາຊົນສາມາດເຂົ້າມາຢູ່ອາໄສໄດ້ຊົ່ວຄາວ. ອີກທັງຍັງມີລາຍງານວ່າ: ມີນ້ຳຖ້ວມເກີດຂຶ້ນແລ້ວໃນ 7 ຈຸດ ແຕ່ຍັງບໍ່ມີລາຍງານດິນເຈື່ອນ.

ສ່ວນປະຊາຊົນໃນດິນແດນແຫ່ງນີ້ຕ່າງເລັ່ງກຽມຮັບມືພາຍຸໄຕ້ຝຸ່ນທີ່ຈະເຄື່ອນທີ່ເຂົ້າມາ ໂດຍຫລາຍຄົນໄດ້ພາກັນໄປມິນິມາກ ແລະ ຮ້ານຄ້າຕ່າງໆ ເພື່ອກັກຕຸນອາຫານ ແລະ ເຄື່ອງໃຊ້ທີ່ຈຳເປັນ. ຂະນະທີ່ເລີ່ມມີກະແສລົມພັດແຮງໃນຕອນບ່າຍວັນທີ 1 ກັນຍາ ໂດຍພະຍາກອນອາກາດຄາດຄະເນວ່າ: ພາຍຸໄຕ້ຝຸ່ນຫົວນີ້ຈະເຂົ້າມາໃກ້ເມືອງຫລາຍທີ່ສຸດ ແລະ ພັດເຂົ້າສູ່ມົນທົນກວາງຕຸ້ງ ທາງຕອນໃຕ້ຂອງຈີນ ໃນເຊົ້າວັນທີ 2 ກັນຍາ.

ເຖິງຢ່າງໃດກໍຕາມ, ສູນເຕືອນໄພພາຍຸໄຕ້ຝຸ່ນຮ່ວມ (Joint Typhoon Warning Center) ລະບຸວ່າ: ສູນກາງຂອງພາຍຸອາດຈະຍັງຢູ່ນອກຊາຍຝັ່ງ ບໍ່ໄດ້ເຄື່ອນທີ່ເຂົ້າມາພັດຜ່ານແຜ່ນດິນ ແລະ ຈະອ່ອນກຳລັງລົງເລື້ອຍໆເມື່ອເຂົ້າໃກ້ດິນແດນແຫ່ງນີ້ ຈົນມີລະດັບຄວາມຮຸນແຮງທຽບເທົ່າພາຍຸເຮີລິເຄນລະດັບ 2.

ອ້າງອີງ:

ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ - 3 - ຮົງກົງສັ່ງປິດໂຮງຮຽນ ພ້ອມຍົກເລີກຖ້ຽວບິນຫລາຍຮ້ອຍຖ້ຽວ ຮັບມືພາຍຸໄຕ້ຝຸ່ນເຊົາລາ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!