ເວລາປະມານ 09:30 ໂມງ ຂອງວັນທີ 3 ກັນຍາ 2023, ເກີດອຸບັດຕິເຫດລົດໃຫຍ່ຕຳກັນ ຢູ່ 4 ແຍກໂຮງໝໍມະໂຫສົດ ເມືອງຈັນທະບູລີ ນະຄອນຫລງວຽງຈັນ, ຈາກຜູ້ເຫັນເຫດການເລົ່າວ່າ: ອຸບັດຕິເຫດດັ່ງກ່າວແມ່ນລົດຈິບສີເທົ່າຂັບຂີ່ມາດ້ວຍຄວາມໄວສູງ ແລ້ວໄປຕຳຂ້າງລົດກະບະສີຂາວທາງຄົບສີ່ແຍກ, ເຮັດໃຫ້ມີຜູ້ບາດເຈັບສົມຄວນ.