UN ກ່າວ ລາຄາເຂົ້າໃນໂລກແພງສຸດໃນຮອບ 15 ປີ ເຫດຍ້ອນອິນເດຍໂຈະການສົ່ງອອກ
ລາຍງານໂດຍໜ່ວຍງານດ້ານອາຫານຂອງສະຫະປະຊາຊາດລະບຸວ່າ: ການໂຈະສົ່ງອອກເຂົ້າຂອງອິນເດຍ ເຮັດໃຫ້ລາຄາໃນຕະຫລາດໂລກເພີ່ມຂຶ້ນເຖິງລະດັບສູງສຸດໃນຮອບ 15 ປີ.
ສໍານັກຂ່າວຕ່າງປະເທດ ລາຍງານໃນວັນທີ 8 ກັນຍາວ່າ: ອົງການອາຫານ ແລະ ກະສິກໍາແຫ່ງສະຫະປະຊາຊາດ (FAO) ລາຍງານດັດຊະນີລາຄາເຂົ້າໂລກໃນເດືອນສິງຫາຜ່ານມາ ເພີ່ມຂຶ້ນ 9,8% ຈາກເດືອນກໍລະກົດ ຖືເປັນສະຖິຕິສູງທີ່ສຸດໃນຮອບ 15 ປີ.
ລາຍງານຂອງ FAO ລະບຸວ່າ: ລາຄາເຂົ້າໃນຕະຫລາດໂລກແພງຂຶ້ນເປັນຜົນກະທົບໂດຍກົງຈາກອິນເດຍ ເຊິ່ງເປັນປະເທດຜູ້ສົ່ງອອກເຂົ້າລາຍໃຫຍ່ທີ່ສຸດຂອງໂລກ ໂຈະການສົ່ງອອກເຂົ້າທຸກປະເພດທີ່ບໍ່ແມ່ນເຂົ້າບາສມາຕິ ນັບແຕ່ວັນທີ 20 ກໍລະກົດຜ່ານມາ.
ທັງນີ້, ລັດຖະບານນິວເດລີຍັງບໍ່ມີຄວາມແນ່ນອນວ່າ: ມາດຕະການໂຈະສົ່ງອອກເຂົ້າຄັ້ງນີ້ຈະມີຜົນບັງຄັບໃຊ້ຮອດໃສ ຍິ່ງເພີ່ມຄວາມກັງວົນໃຫ້ຫລາຍຝ່າຍ ແລະ ເຮັດໃຫ້ອຸປະທານໂລກຍິ່ງເຄັ່ງຕຶງອີກທະວີຄູນ ໂດຍລາຄາເຂົ້າໃນຕະຫລາດໂລກແພງຂຶ້ນຢ່າງຕໍ່ເນື່ອງ ນັບແຕ່ເກີດການແພ່ລະບາດຂອງພະຍາດໂຄວິດ-19, ສົງຄາມລະຫວ່າງຣັດເຊຍກັບຢູເຄຣນ ແລະ ຄວາມຮຸນແຮງຂອງປາກົດການເອລນີໂຢຄັ້ງໃຫຍ່.