ສ.ເກົາຫລີ ຍິນດີ ໃຫ້ການຊ່ວຍເຫລືອຫລາຍດ້ານ ແລະ ພິຈາລະນາຂໍ້ສະເໜີ ສໍາລັບໂຄງການຫັນເປັນດີຈີຕອນຂອງ ສປປ ລາວ

ວັນທີ 7 ກັນຍາ 2023 ຜ່ານມານີ້ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ ແຫ່ງ ສປປ ລາວ ໄດ້ພົບປະກັບ ທ່ານ ຢຸນ ຊອກ ຢອນ (Yoon Suk Yeol) ປະທານາທິບໍດີ ແຫ່ງ ສາທາລະນະລັດ ເກົາຫລີ ໃນໂອກາດເຂົ້າຮ່ວມ ກອງປະຊຸມສຸດຍອດອາຊຽນ ຄັ້ງທີ 43, ເພື່ອທົບທວນຄືນການພົວພັນຮ່ວມມືໃນໄລຍະຜ່ານມາ ແລະ ປຶກສາຫາລືກ່ຽວກັບແຜນການຮ່ວມມືກັນໃນຕໍ່ໜ້າ ຊຶ່ງເປັນການພົບປະຄັ້ງທຳອິດ ພາຍຫຼັງທີ່ລັດຖະບານ ສ ເກົາຫລີ ໄດ້ສຳເລັດການແຕ່ງຕັ້ງຄະນະລັດຖະບານຊຸດໃໝ່ ໃນເດືອນພຶດສະພາ ຜ່ານມາ, ຝ່າຍລາວ ສະແດງຄວາມພ້ອມທີ່ຈະໄດ້ຮ່ວມເຮັດວຽກກັບ ລັດຖະບານ ສ.ເກົາຫລີ ຊຸດໃໝ່ ເພື່ອສືບຕໍ່ເສີມຂະຫຍາຍການພົວພັນຮ່ວມມື ລາວ – ສ ເກົາຫລີ ໃຫ້ມີ ບາດກ້າວອັນໃໝ່ໃນອະນາຄົດ.
ຕະຫຼອດໄລຍະ 28 ປີ ຜ່ານມາ ສປປ ລາວ ແລະ ສ.ເກົາຫລີ ມີການການພົວພັນມິດຕະພາບທີ່ດີ ແລະ ການຮ່ວມມືທີ່ເຕັມໄປດ້ວຍໝາກຜົນ, ສ ເກົາຫລີ ຍິນດີທີ່ຈະສືບຕໍ່ໃຫ້ການຊ່ວຍເຫຼືອທາງການເພື່ອການພັດທະນາ (ODA) ແລະ ການສະໜອງເງິນກູ້ຜ່ານກອງທຶນຮ່ວມມືພັດທະນາເສດຖະກິດ (EDCF) ຂອງ ສ ເກົາຫລີ ໃຫ້ແກ່ ສປປ ລາວ, ໂດຍສະເພາະ ການພັດທະນາໂຄງລ່າງພື້ນຖານ, ສາທາລະນະສຸກ, ວຽກງານສຶກສາ, ກະສິກຳ ແລະ ອື່ນໆ ເພື່ອແນໃສ່ປັບປຸງຊີວິດການເປັນຢູ່ຂອງປະຊາຊົນລາວ ໃຫ້ນັບມື້ນັບດີຂຶ້ນ ລວມທັງການພິຈາລະນາຂໍ້ສະເໜີຂອງຝ່າຍລາວ ສໍາລັບໂຄງການຫັນເປັນດີຈີຕອນ ຂອງ ລັດຖະບານ ສປປ ລາວ.
ພ້ອມກັນນີ້, ທັງສອງຝ່າຍ ເຫັນດີສືບຕໍ່ຊຸກຍູ້ສົ່ງເສີມການຮ່ວມມືດ້ານການຄ້າ ແລະ ການລົງທຶນ ລາວ – ສ ເກົາຫລີ ເປັນຕົ້ນ ການລົງທຶນໃນຂະແໜງກໍ່ສ້າງພື້ນຖານໂຄງລ່າງ, ການແລກປ່ຽນດ້ານແຮງງານ, ການທ່ອງທ່ຽວ, ການພັດທະນາຊັບພະຍາກອນມະນຸດ, ສາທາລະນະສຸກ, ການແລກປ່ຽນທາງດ້ານວັດທະນະທຳ ແລະ ອື່ນໆ, ທັງເຫັນດີທີ່ຈະສືບຕໍ່ ແລະ ເພີ່ມໂຕເລກນໍາເຂົ້າແຮງງານລາວ ເພື່ອໄປເຮັດວຽກຢູ່ ສ.ເກົາຫລີ ໃຫ້ນັບມື້ນັບຫຼາຍຂຶ້ນ.
ເຫັນດີໃຫ້ການຮ່ວມມື ແລະ ສະໜັບສະໜູນເຊິ່ງກັນ ແລະ ກັນ ໃນຂອບການຮ່ວມມືຫຼາຍຝ່າຍ ເປັນຕົ້ນ ການຮ່ວມມືໃນຂອບ ອາຊຽນ – ສ ເກົາຫລີ, ແມ່ນ້ຳຂອງ – ສ ເກົາຫລີ, ອົງການ ສປຊ ແລະ ອື່ນໆ. ຝ່າຍ ສ ເກົາຫລີ ໄດ້ສະແດງຄວາມຂອບໃຈ ແກ່ ສປປ ລາວ ທີ່ໄດ້ໃຫ້ການສະໜັບສະໜູນ ສ ເກົາຫລີ ໃນການເປັນເຈົ້າພາບຈັດງານວາງສະແດງໂລກ ບູຊານ 2030 ຫຼື 2030 Busan World Expo ແລະ ຝ່າຍລາວ ສະແດງຄວາມຂອບໃຈ ຕໍ່ຝ່າຍ ສ ເກົາຫລີ ທີ່ໄດ້ໃຫ້ການສະໜັບສະໜູນທາງດ້ານອຸປະກອນ ແລະ ຍານພາຫະນະຕ່າງໆ ໃຫ້ແກ່ພາກສ່ວນທີ່ກ່ຽວຂ້ອງຂອງລາວ ໃນໂອກາດການເປັນປະທານອາຊຽນ 2024 ຂອງ ສປປ ລາວ.