ປະທານປະເທດ ແຫ່ງ ສປປ ລາວ ສຳເລັດການເຂົ້າຮ່ວມກອງປະຊຸມ ສຸດຍອດປະມຸກລັດ ແລະ ຫົວໜ້າ ລັດຖະບານຂອງບັນດາປະເທດກຸ່ມ 77 ແລະ ຈີນ
September 17, 2023 - 11:46 AM


ວັນທີ 15-16 ກັນຍາ 2023 ທີ່ນະຄອນຫລວງ ລາຮາວານ, ສາທາລະ ນະລັດ ກູບາ, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ໄດ້ນໍາພາຄະນະຜູ້ແທນ ເຂົ້າຮ່ວມກອງປະຊຸມສຸດຍອດບັນດາປະມຸກລັດ ແລະ ຫົວໜ້າລັດຖະບານຂອງບັນດາປະເທດ ກຸ່ມ 77 ແລະ ຈີນ, ເຊິ່ງຈັດຂຶ້ນທີ່ ຫໍປະຊຸມແຫ່ງຊາດຂອງ ສ. ກູບາ, ເປັນປະທານຂອງທ່ານ ມີເກັນ ດີເອັດສ-ກາແນນ ເບີມູເດັດສ (Miguel Diaz Canel BERMUDEZ), ປະທານປະເທດ ແຫ່ງ ສ. ກູບາ ໃນນາມປະທານຂອງກຸ່ມ 77 ແລະ ຈີນ ໃນປີ 2023 ພາຍໃຕ້ຫົວຂໍ້: ບັນດາສິ່ງທ້າທາຍໃນການພັດທະນາໃນປັດຈຸບັນ: ບົດບາດຂອງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ (Current Development Challenges: the Role of Science, Technology and Innovation), ພາຍຫລັງຈາກສຳເລັດການຢ້ຽມຢາມລັດຖະກິດ ສ.ກູບາ ຢ່າງເປັນທາງການກ່ອນໜ້ານີ້.
ໃນພາກພິທີເປີດກອງປະຊຸມ ແລະ ພາກອະພິປາຍທົ່ວໄປ ວັນທີ 15 ກັນຍາ, ປະທານກອງປະຊຸມ ແລະ ບັນດາປະມຸກລັດ, ຫົວໜ້າລັດຖະບານ ແລະ ຜູ້ຕາງໜ້າອົງການຈັດຕັ້ງສາກົນ ລວມທັງ ທ່ານເລຂາທິການໃຫຍ່ ສປຊ ອັນໂຕນີໂອ ກູເຕເຣັສ (Antonio Guterres) ໄດ້ກ່າວປາໄສ ໂດຍມີເນື້ອໃນສຳຄັນທີ່ຍົກໃຫ້ເຫັນບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແມ່ນເປັນຂໍກຸນແຈອັນສຳຄັນໜຶ່ງໃນການຄົ້ນຫາຕົ້ນຕໍຂອງບັນຫາ ແລະ ຄົ້ນຄວ້າຫາວິທີທາງແກ້ໄຂບັນດາສິ່ງທ້າທາຍທີ່ເກີດຂຶ້ນໃນປະຈຸບັນ ເຊິ່ງໄດ້ກົດໜ່ວງທ່ວງດຶງການພັດທະນາຂອງສາກົນ ກໍຄືການບັນລຸເປົ້າໝາຍການພັດທະນາແບບຍືນຍົງ ໃນປີ 2030 ພ້ອມທັງໄດ້ເນັ້ນເຖິງບົດບາດສໍາຄັນຂອງກຸ່ມ 77 ແລະ ຈີນ ໃນການສົ່ງເສີມການຮ່ວມມືສາກົນເພື່ອການພັດທະນາ ແລະ ການປົກປ້ອງຜົນປະໂຫຍດອັນຊອບທຳຂອງປະເທດກຳລັງພັດທະນາ ໃນເວທີພາກພື້ນ ແລະ ສາກົນ.
ໃນໂອກາດນີ້, ທ່ານ ທອງລຸນ ສີສຸລິດ ປະທານປະເທດ ແຫ່ງ ສປປ ລາວ ຂຶ້ນກ່າວປາໄສ ໂດຍໄດ້ສະແດງຄວາມຊົມເຊີຍ ຕໍ່ລັດຖະບານ ກໍຄືປະຊາຊົນ ສ. ກູບາ ໃນນາມປະທານກຸ່ມ 77 ແລະ ຈີນ ພ້ອມທັງໄດ້ຕີລາຄາການຈັດຕັ້ງປະຕິບັດ ວາລະ 2030 ເພື່ອການພັດທະນາ ໃນໄລຍະກາງສະໄໝ, ເຊິ່ງເຫັນວ່າ ປະເທດກຳລັງພັດທະນາໄດ້ຕົກຢູ່ໃນສະພາບເສດຖະກິດທີ່ຖົດຖອຍ, ມີຄວາມຄືບໜ້າຊ້າ ແລະ ມີທ່າອ່ຽງທີ່ຈະບໍ່ສາມາດບັນລຸເປົ້າໝາຍການພັດທະນາແບບຍືນຍົງ ແລະ ຮຽກຮ້ອງໃຫ້ຊອກຫາແນວທາງ ແລະ ວິທີການແບບໃໝ່ ເພື່ອຟື້ນຟູສະພາບເສດຖະກິດ-ສັງຄົມ ທີ່ໄດ້ຮັບຜົນກະທົບ ຈາກວິກິດການດ້ານຕ່າງໆ ແລະ ສືບຕໍ່ສ້າງຄວາມເຂັ້ມແຂງ ໂດຍການນຳໃຊ້ນະວັດຕະກຳ ແລະ ເຕັກໂນໂລຊີຂໍ້ມູນຂ່າວສານ ທີ່ທັນສະໄໝ ເພື່ອພັກດັນການຫັນປ່ຽນ ແນໃສ່ເຮັດໃຫ້ການຈັດຕັ້ງປະຕິບັດວາລະການພັດທະນາສາກົນ, ລວມທັງເປົ້າໝາຍການພັດທະນາແບບຍືນຍົງ ໃຫ້ມີຄວາມຄືບໜ້າ ແລະ ສຳເລັດຕາມ ຄາດໝາຍ. ພ້ອມດຽວກັນນີ້, ທ່ານ ປະທານປະເທດ ໄດ້ແຈ້ງໃຫ້ກອງປະຊຸມຊາບວ່າ ລັດຖະບານ ສປປ ລາວ ໄດ້ໃຫ້ຄວາມສຳຄັນຫລາຍຕໍ່ບົດບາດຂອງ ວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃນການແກ້ໄຂສິ່ງທ້າທາຍຕ່າງໆ ແລະ ສົ່ງເສີມການພັດທະນາປະເທດຕາມທິດການເຕີບໂຕສີຂຽວ ແລະ ເສດຖະກິດດິຈີຕອນ ໂດຍໄດ້ວາງວິໄສທັດ ແລະ ຍຸດທະສາດການພັດທະນາເສດຖະກິດດິຈີຕອນ ແລະ ໄດ້ຮ່ວມມືກັບບັນດາອົງການຈັດຕັ້ງສາກົນ ແລະ ປະເທດຕ່າງໆ ໃນພາກພື້ນ ເພື່ອແລກປ່ຽນບົດຮຽນ ແລະ ຖ່າຍທອດເຕັກໂນໂລຊີ ລວມທັງໃນຂອບການຮ່ວມມື ໃຕ້-ໃຕ້, ອາຊຽນ ແລະ ອື່ນໆ.


ພ້ອມນັ້ນ, ຍັງເນັ້ນເຖິງຄວາມຕ້ອງການ ການສະໜັບສະໜູນ ແລະ ການຮ່ວມມືໃນການພັດທະນາຂະແໜງວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ໃຫ້ຫຼາຍຂຶ້ນກວ່າເກົ່າ, ເປັນຕົ້ນແມ່ນການພັດທະນາພື້ນຖານໂຄງລ່າງ ແລະ ຊັບພະຍາກອນມະນຸດໃນ ຂະແໜງເຫລົ່ານີ້ ກໍຄືການຮັດແໜ້ນການຮ່ວມມືໃນຂອບໃຕ້-ໃຕ້ ແລະ ຂອບສາມຝ່າຍ ໃນການແລກປ່ຽນບົດຮຽນ, ຖ່າຍທອດເຕັກນິກ ແລະ ເຕັກໂນໂລຊີທີ່ແທດເໝາະກັບສະພາບເງື່ອນໄຂຂອງແຕ່ລະປະເທດ ແລະ ການສົ່ງເສີມການລົງທຶນໃສ່ການຄົ້ນຄວ້າ ແລະ ພັດທະນາວິທະຍາສາດ, ເຕັກໂນໂລຊີ ແລະ ນະວັດຕະກຳ ແນໃສ່ຊຸກຍູ້ການພັດທະນາແບບຍືນຍົງ ພາຍໃນແຕ່ລະປະເທດ ໃຫ້ດີຂຶ້ນໄປເລື້ອຍໆ ໂດຍສະເໜີໃຫ້ມີການສ້າງກົນໄກຮ່ວມມື ແລະ ມີຂໍ້ລິເລີ່ມ ທີ່ເປັນທ່າແຮງໃນການສົ່ງເສີມຄວາມເຂັ້ມແຂງ ແລະ ຊ່ວຍຊຸກຍູ້ເຊິ່ງກັນ ແລະ ກັນ ລະຫວ່າງບັນດາປະເທດກຳລັງພັດທະນາດ້ວຍກັນ ໃຫ້ມີການຄົ້ນຄວ້າ, ພັດທະນາ ແລະ ນໍາໃຊ້ວິທະຍາສາດ ແລະ ເຕັກໂນໂລຊີ ແລະ ນະວັດຕະກຳ ເພື່ອໃຫ້ກາຍເປັນກົງຈັກຂັບເຄື່ອນການພັດທະນາແບບຍືນຍົງຢ່າງເປັນຮູບປະທຳຫຼາຍກວ່າເກົ່າ. ນອກຈາກນັ້ນ, ກໍເຫັນວ່າ ທ່າອ່ຽງໃນການນໍາໃຊ້ມາດຕະການປົກປ້ອງ ແລະ ບີບບັງຄັບຝ່າຍດຽວ ນັບມື້ນັບເພີ່ມຂຶ້ນ, ເຊິ່ງເປັນປັດໄຈທີ່ທຳລາຍລະບົບການຄ້າຫຼາຍຝ່າຍ ໃນຂະນະທີ່ ບັນດາປະເທດກຳລັງພັດທະນາ ຍັງມີຄວາມຕ້ອງການຮັກສາສິດທິພິເສດ ແລະ ການປະຕິບັດແບບພິເສດທາງດ້ານການຄ້າ ເພື່ອຊຸກຍູ້ການພັດທະນາປະເທດຂອງຕົນ. ດ້ວຍເຫດນີ້, ສປປ ລາວ ຈຶ່ງສືບຕໍ່ຮຽກຮ້ອງໃຫ້ຢຸດຕິໂດຍທັນທີ ການຂວ້ຳບາດດ້ານເສດຖະກິດຕໍ່ສາທາລະນະລັດ ກູບາ ແລະ ເຫັນວ່າ ການຂວໍ້າບາດ ມີແຕ່ຈະນຳໄປສູ່ຄວາມເສຍຫາຍ ແລະ ຜົນກະທົບທາງລົບ ຕໍ່ປະຊາຊົນຜູ້ບໍລິສຸດ ແລະ ສ້າງຄວາມແຕກແຍກລະຫວ່າງຊາດໃຫ້ນັບມື້ນັບຫລາຍຂຶ້ນ.