ສິນຄ້າ 48 ລາຍການ ທີ່ ສປປ ລາວເຈລະຈາດ້ານສຸຂານາໄມພືດ-ສັດ ເປີດຕະຫລາດກັບປະເທດຄູ່ຄ້າກັບ 3 ປະເທດໃກ້ຄຽງ
September 18, 2023 - 12:21 PM


ທ່ານ ເພັດ ພົມພີພັກ ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ລາຍງານຕໍ່ກອງປະຊຸມຜູ້ປະກອບການທຸລະກິດໃນຂະແໜງກະສິກໍາ ແລະ ປ່າໄມ້ ຄັ້ງທີ I ປີ 2023 ວັນທີ 15 ກັນຍາ 2023 ນີ້ວ່າ: ມາຮອດປັດຈຸບັນ ສປປ ລາວ ໄດ້ສຸມໃສ່ເຈລະຈາດ້ານສຸຂານາໄມພືດ-ສັດ ເພື່ອເປີດຕະຫລາດກັບປະເທດຄູ່ຄ້າໄດ້ແລ້ວ 48 ລາຍການໃນ 3 ປະເທດໃກ້ຄຽງໃນນີ້ ລວມມີ:
- ສປ ຈີນ ມີພືດ 16 ຊະນິດ ເຊັ່ນ: ເຂົ້າສານ, ສາລີແຂງ, ມັນຕົ້ນ, ກ້ວຍ , ໝາກໂມ, ມັນດ້າງ, ຖົ່ວເບີ, ຖົ່ວຍາວ, ຖົ່ວເຫຼືອງຝັກສົດ, ໝາກນອດສົດ, ໝາກກ້ຽງເປືອກໜາ, ໝາກພຸກ ແລະ ໝາກນາວເຫຼືອງ, ຢາຫົວ, ເຄືອແດງດ່າງ, ໃບຢາສູບແຫ້ງ ແລະ ສັດໃຫຍ່ 1 ປະເພດ: ງົວ-ຄວາຍ.
- ສສ ຫວຽດນາມ: ມີພືດ 16 ຊະນິດ ຄື: ສາລີ, ມັນຕົ້ນ, ໝາກກ້ວຍ, ເຂົ້າສານ, ຫົວກະລົດ, ຫົວຜັກບົວໃຫຍ່, ຫຍ້າເນເປຍ, ໝາກມັງກອນ, ໝາກນອດ, ໝາກກ້ຽງຂຽວ, ໝາກມ່ວງ, ໝາກກ້ຽງນ້ອຍ, ໝາກພຸກ, ໝາກມີ້, ຜັກກາດຂາວ ແລະ ຜັກສະຫຼັດ.
- ປະເທດ ໄທ: ມີພືດ 15 ຊະນິດ ຄື: ສາລີ, ແກນສາລີ, ໝາກເລັ່ນ, ຢາສູບເສັ້ນແຫ້ງ, ໝາກກ້ຽງ, ໝາກກ້ວຍນ້ຳ, ມັນຝຣັ່ງ, ໝາກຫຸ່ງ, ໝາກນອດ, ມັນຕົ້ນ (ເສັ້ນ ແລະ ແປ້ງ), ໝາກຖົ່ວດິນ, ໝາກເຍົາ, ໝາກເຜັດ, ໃບຢາສູບແຫ້ງ, ພືດຜັກສົດຕາມສັນຍາ.
ລັດຖະມົນຕີ ກະຊວງກະສິກໍາ ແລະ ປ່າໄມ້ ຍັງໃຫ້ຮູ້ ກ່ຽວກັບການຊຸກຍູ້ສົ່ງເສີມການລົງທຶນຂອງພາກເອກະຊົນ ພາຍໃນ ແລະ ຕ່າງປະເທດ ໃນຂະແໜງກະສິກໍາ ແລະ ປ່າໄມ້ ທົ່ວປະເທດ ມາຮອດປັດຈຸບັນ ມີທັງໝົດ 2.065 ບໍລິສັດ, ໃນນັ້ນ, ການລົງທຶນພາຍໃນ 1.434 ບໍລິສັດ, ຕ່າງປະເທດ 593 ບໍລິສັດ ແລະ ຮ່ວມທຶນພາຍໃນ ແລະ ຕ່າງປະເທດ 38 ບໍລິສັດ, ມີມູນຄ່າການ ລົງທຶນທັງໝົດ 5,53 ຕື້ໂດລາສະຫະລັດ, ທຶນຈົດທະບຽນ 3,77 ຕື້ໂດລາສະຫະລັດ, ມີເນື້ອທີ່ດິນສຳປະທານ ປະມານ 407.075 ເຮັກຕາ ແລະ ສົ່ງເສີມປະມານ 91.646 ເຮັກຕາ.