ກະກຽມເປັນປະທານກອງປະຊຸມຂະແໜງການເງິນ-ເງິນຕາ ອາຊຽນ ປີ 2024


ວັນທີ 15 ກັນຍາ 2023, ກະຊວງການເງິນ ຈັດກອງປະຊຸມຮ່ວມລະຫວ່າງກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ເພື່ອປຶກສາຫາລືກ່ຽວກັບການກະກຽມເປັນເຈົ້າພາບ ແລະ ປະທານ ຮອບວຽນຂະແໜງການເງິນ-ເງິນຕາ ອາຊຽນ ໃນປີ 2024, ພ້ອມທັງ ຮັບຟັງການລາຍງານຜົນຂອງກອງປະຊຸມ ລັດຖະມົນຕີການເງິນ ແລະ ຜູ້ວ່າການທະນາຄານກາງ ອາຊຽນ ຄັ້ງທີ 10 ຊຶ່ງເປັນວາລະສຸດທ້າຍຂອງການຈັດກອງປະຊຸມ ຂອງຂະແໜງການເງິນອາຊຽນ ພາຍໃຕ້ການເປັນປະທານຂອງ ອິນໂດເນເຊຍ ແລະ ໄດ້ຕໍ່ໃຫ້ສປປ ລາວ ເປັນປະທານໃນປີ 2024.
ທ່ານ ນາງ ວັດທະນາ ດາລາລອຍ ຮອງຜູ້ວ່າການທະນະຄານ ແຫ່ງ ສປປ ລາວ ປະທານກອງປະຊຸມ ໄດ້ສະຫລຸບ ແລະ ຊີ້ນໍາ ໃຫ້ຄະນະກະກຽມຂອງກະຊວງການເງິນ ແລະ ທະນາຄານແຫ່ງ ສປປ ລາວ ສືບຕໍ່ຄົ້ນຄວ້າ ແລະ ກະກຽມບັນຫາຕາມຜົນຂອງກອງປະຊຸມ ໂດຍມີການປະສານສົມທົບພາກສ່ວນທີ່ກ່ຽວຂ້ອງກອງປະຊຸມປິ່ນອ້ອມ ແລະ ລາຍງານໃຫ້ຄະນະນໍາໄດ້ຮັບຊາບເປັນແຕ່ລະໄລຍະກ່ຽວກັບຄວາມ ຄືບໜ້າຂອງການກະກຽມເປັນເຈົ້າພາບໃນປີ 2024.
ກອງປະຊຸມໃນຄັ້ງນີ້, ຜູ້ເຂົ້າຮ່ວມໄດ້ແລກປ່ຽນປຶກສາຫາລື ແລະ ຮັບຮອງບັນດາວຽກງານສຳຄັນ ທີ່ຕ້ອງໄດ້ເລັ່ງຈັດຕັ້ງປະຕິບັດ ເພື່ອການກະກຽມສຳລັບປີ 2024 ໂດຍສະເພາະການຮ່າງຂໍ້ຕົກລົງຄະນະຊີ້ນໍາ ແລະ ອະນຸກໍາມະການ ສຳລັບການເປັນປະທານ ແລະ ເຈົ້າພາບຮອບວຽນວຽກງານການເງິນ-ເງິນຕາ ອາຊຽນ, ແຜນວຽກບູລິມະສິດທາງດ້ານເສດຖະກິດ ຂອງຂະແໜງການເງິນ-ເງິນຕາ(PEDs) ຂອງຂະແໜງການເງິນພາຍໃຕ້ເສົາຄໍ້າເສດຖະກິດ ຕາມຄໍາຂວັນລວມຂອງ ສປປ ລາວ ຄື: “ອາຊຽນ: ເພີ່ມທະວີການເຊື່ອມຈອດ ແລະ ຄວາມເຂັ້ມແຂງ” ຫລື “ASEAN: Enhancing Connectivity and Resilience”. ລວມທັງບັນຫາອື່ນໆ ເຊັ່ນ ການກຳນົດສະຖານທີ່ຈັດກອງປະຊຸມ, ການສ້າງເວັບໄຊກອງປະຊຸມ, ການຂຶ້ນແຜນງົບປະມານ ແລະ ອື່ນໆ.
ກອງປະຊຸມຍັງຮັບຊາບ ແລະ ແລກປ່ຽນກ່ຽວກັບ ແຜນການຈັດກອງປະຊຸມຂອງຂະແໜງການເງິນ-ເງິນຕາ ປີ 2024 ຄາດວ່າຈະມີທັງໝົດ 45 ວາລະກອງຊຸມທີ່ຈະຈັດຢູ່ ສປປ ລາວ ແລະ ຕ່າງ ປະເທດຕາມຂອບການຮ່ວມມື ດ້ານການເງິນອາຊຽນ,ອາຊຽນ+3. ໃນນັ້ນ, ມີວາລະທີ່ຈະໄດ້ເປັນປະທານຮ່ວມກັບ ທະນາຄານແຫ່ງ ສປປ ລາວ ຈຳນວນ 17 ວາລະ ກອງປະຊຸມທີ່ປະກອບດ້ວຍລະດັບລັດຖະມົນຕີການເງິນ ແລະ ຜູ້ວ່າການ ທະນາຄານກາງອາຊຽນ/ອາຊຽນ+3 ຈຳນວນ 7 ວາລະກອງປະຊຸມ (ອາຊຽນ+3 ມີ 2 ວາລະກອງປະຊຸມ), ລະດັບຮອງລັດຖະມົນຕີການເງິນ ແລະ ຮອງຜູ້ວ່າການທະນາຄານກາງ ອາຊຽນ/ອາຊຽນ+3 ຈຳນວນ 6 ກອງປະຊຸມ (ອາຊຽນ+3 ມີ 3 ວາລະກອງປະຊຸມ) ແລະ ລະດັບວິຊາການ 5 ວາລະກອງປະຊຸມ (ອາຊຽນ+3 ມີ 4 ວາລະກອງປະຊຸມ).