ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ

ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ -                                                      - ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ
ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ - Untitled design 1 - ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ

ກະຊວງສາທາລະນະສຸກ ແຈ້ງການເລກທີ 1045/ສທ ເລື່ອງ: ເອົາໃຈໃສ່ຕິດຕາມເຝົ້າລະວັງ ແລະ ປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການລະບາດຂອງ ພະຍາດໝາກສຸກລີງ Monkey Pox (Mpox) ໃນ ສປປ ລາວ.

ເນື່ອງຈາກວ່າ ປັດຈຸບັນມີການຢັ້ງຢືນກໍລະນີຕິດເຊື້ອພະຍາດຫມາກສຸກລuງ ກໍລະນີທຳອິດ ຢູ່ໃນ ສປປ ລາວ; ເຊິ່ງ ຜູ້ກ່ຽວມີປະຫວັດການຕິດເຊື້ອມາຈາກປະເທດໃກ້ຄຽງ, ສົມທົບກັບ ການເດີນທາງເຂົ້າ-ອອກ ຂອງປະຊາຊົນລາວ ແລະ ບັນດານັກທ່ອງທ່ຽວຈາກປະເທດໃກ້ຄຽງ, ບັນດາປະເທດທີ່ມີການລາຍງານຕົວເລກການຕິດເຊື້ອພະຍາດໝາກລີງ, ເຮັດໃຫ້ ສປປ ລາວ ມີຄວາມສ່ຽງທີ່ອາດຈະພົບກໍລະນີນໍາເຂົ້າ ແລະ ຕິດເຊື້ອໃນປະເທດເພີ່ມຂຶ້ນໃນຕໍ່ຫນ້າ.

ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ - Visit Laos Visit SALANA BOUTIQUE HOTEL - ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ

ກະຊວງສາທາລະະສຸກ ຈຶ່ງແຈ້ງມາຍັງ ທ່ານຫົວໜ້າ/ຮອງພະແນກສາທາລະນະສຸກແຂວງ ແລະ ນະຄອນຫຼວງວຽງຈັນ ເພີ່ມທະວີເອົາໃຈໃສ່ໃນການຕິດຕາມເຝົ້າລະວັງ, ການປະຕິບັດມາດຕະການປ້ອງກັນ ແລະ ຄວບຄຸມການ ລະບາດຂອງພະຍາດໝາກສຸກລີງ ໃນກຸ່ມຜູ້ໂດຍສານທີ່ເດີນທາງເຂົ້າ ສປປ ລາວ, ໂດຍສະເພາະ ແຂວງທີ່ມີຊາຍແດນຕິດກັບປະເທດທີ່ມີກໍລະນີການລາຍງານການຕິດເຊື້ອ ດັ່ງລຸ່ມນີ້ :

  1. ມອບໃຫ້ແຕ່ລະແຂວງ, ນະຄອນຫຼວງປະເມີນຄວາມສ່ຽງໃນເບື້ອງຕົ້ນຂອງແຂວງຕົນ ແລະ ກໍານົດທິດທາງການ ກະກຽມຄວາມພ້ອມໃນການປ້ອງກັນ ແລະ ໂຕ້ຕອບໃນການຮັບມືຖ້າມີກໍລະນີເກີດຂຶ້ນໃໝ່;
  2. ຊີ້ນໍາໃຫ້ໂຮງໝໍແຂວງ, ເມືອງ ແລະ ສະຖານທີ່ບໍລິການສາທາລະນະສຸກລວມທັງຫ້ອງກວດພະຍາດເອກະຊົນ ທຸກຂັ້ນ ເພີ່ມທະວີຄວາມເອົາໃຈ ເຝົ້າລະວັງໝວດອາການໄຂ້ ແລະ ອອກຕຸ່ມ, ຖ້າພົບກໍລະນີສົງໄສ ແມ່ນໃຫ້ລາຍງານ ແລະ ເກັບຕົວຢ່າງສົ່ງມາກວດຢັ້ງຢືນ ຢູ່ສູນວິເຄາະ ລະບາດວິທະຍາແຫ່ງຊາດ ຢ່າງຮີບດ່ວນທີ່ສຸດ;
  3. ກວດກາຄວາມພ້ອມດ້ານຕ້ອງວິເຄາະຂອງແຂວງ ແລະ ອຸປະກອນເກັບຕົວຢ່າງ ເພື່ອກວດວິເຄາະຢັ້ງຢືນ ແລະ ແຈ້ງ ຜົນການກວດການຕິດເຊື້ອພະຍາດໝາກສຸງລີງໃຫ້ໄດ້ໄວ ແລະ ຮັບປະກັນ ຄວາມຖືກຕ້ອງ;
  4. ກະກຽມຄວາມພ້ອມ ແລະ ສະໜອງອຸປະກອນການປິ່ນປົວ, ການປ້ອງກັນຕົນເອງ ແລະ ການເກັບຕົວຢ່າງ, ໂດຍ ສະເພາະ ແຂວງທີ່ມີດ່ານສາກົນ ແລະ ແຂວງທີ່ມີຄວາມສ່ຽງ;
  5. ເອົາໃຈໃສ່ໃນການໂຄສະນາສຸຂະສຶກສາແກ່ ພໍ່ແມ່ປະຊາຊົນ ໃຫ້ທົ່ວເຖິງ ເພື່ອໃຫ້ຮັບຮູ້ ແລະ ເຂົ້າໃຈ ເຖິງຜົນຮ້າຍ ແລະ ວີທີປ້ອງກັນໂຕເອງ ຈາກພະຍາດໝາກສຸກລີງ

ດັ່ງນັ້ນ, ຈຶ່ງໄດ້ແຈ້ງມາຍັງທ່ານເພື່ອຊາບ ແລະ ປະຕິບັດຕາມແຈ້ງການສະບັບນີ້ ຍ່າງເຂັ້ມງວດ

ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ - lattana banner - ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ
ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ -    AD conten website - ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ
ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ - lattana banner 1 - ພົບຜູ້ຕິດເຊື້ອພະຍາດໝາກສຸກລີງ Monkey Pox ກໍລະນີທຳອິດໃນ ສ ປປ ລາວ
No comments yet! You be the first to comment.

Leave a Reply

Your email address will not be published. Required fields are marked *

This site uses Akismet to reduce spam. Learn how your comment data is processed.

error: Alert: ເນື້ອຫາຂ່າວມີລິຂະສິດ !!