ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ

ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ - 380373585 836336408179817 4613526113267736635 n - ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ
ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ - kitchen vibe - ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ

ສຳນັກຂ່າວ AFP ລາຍງານ ໃນວັນທີ 18 ກັນຍາ 2023, ກະຊວງກະສິກຳຂອງອາເມຣິກາ ໄດ້ເປີດເຜີຍບົດລາຍງານໂດຍລະບຸວ່າ: ຟີລິບປິນໄດ້ອະນຸມັດການນຳເຂົ້າ-ເຂົ້າ ຈຳນວນ 3,9 ລ້ານໂຕນ ໃນລະຫວ່າງເດືອນມັງກອນ 2022 – ທັນວາ 2023 ຖືວ່າເປັນປະເທດທີ່ນຳເຂົ້າ-ເຂົ້າຫລາຍທີ່ສຸດໃນໂລກໃນປີນີ້ ນຳໜ້າປະເທດຈີນ ຊຶ່ງຄອງສະຖິຕິຜູ້ນຳເຂົ້າ-ເຂົ້າລາຍໃຫຍ່ທີ່ສຸດຂອງໂລກຕັ້ງແຕ່ປີ 2019 ແລະ ອະນຸມັດການນຳເຂົ້າ-ເຂົ້າ ຈຳນວນ 3,5 ລ້ານໂຕນ ໃນໄລຍະເວລາດຽວກັນ.

ທັງນີ້, ຟີລິບປິນນຳເຂົ້າ-ເຂົ້າຈາກໄທ ແລະ ຫວຽດນາມຫລາຍທີ່ສຸດ ໂດຍທັງສອງປະເທດເປັນຜູ້ສົ່ງອອກເຂົ້າລາຍໃຫຍ່ອັນດັບ 2 ແລະ 3 ຂອງໂລກຕາມລຳດັບ ຮອງຈາກອິນເດຍ. ຂະນະດຽວກັນ, ໄທ ແລະ ຫວຽດນາມ ຕ່າງກໍຕັ້ງຄວາມຫວັງວ່າ ການທີ່ອິນເດຍຢຸດຕິການສົ່ງອອກເຂົ້າເກືອບທຸກຊະນິດຕັ້ງແຕ່ວັນທີ 20 ກໍລະກົດ ຜ່ານມາ ຈະເພີ່ມໂອກາດໃຫ້ກັບເຂົ້າຂອງປະເທດຕົນເອງອອກສູ່ຕະຫລາດໂລກໄດ້ຫລາຍຂຶ້ນ.

ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ - Visit Laos Visit SALANA BOUTIQUE HOTEL - ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ

ນອກຈາກນີ້, ທ່ານ ເຟີດິນານ ມາກອສ ຈູເນຍ ຊຶ່ງເປັນທັງປະທານາທິບໍດີ ແລະ ລັດຖະມົນຕີກະຊວງກະສິກຳຂອງຟີລິບປິນ ໄດ້ອອກຄຳສັ່ງໃຫ້ໜ່ວຍງານທີ່ກ່ຽວຂ້ອງທຸກແຫ່ງເພີ່ມລະດັບການກວດສອບເຂົ້າຕາມໂຮງສີ ເພື່ອກວດສອບຄຸນນະພາບ ປ້ອງກັນການກັກຕຸນສິນຄ້າ ແລະ ສະກັດກັ້ນການລັກສົ່ງອອກເຂົ້າ.

ອ້າງອີງຈາກ: https://twitter.com/cnnphilippines

https://www.dailynews.co.th/news/2728610/

#ຂ່າວຕ່າງປະເທດລາວພັດທະນາ #ຟີລິບປິນ #ນຳເຂົ້າ #ເຂົ້າສານຫລາຍທີ່ສຸດ

 

 

ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ - 4 - ຟີລິບປິນ ນຳເຂົ້າ ເຂົ້າຫລາຍທີ່ສຸດ ໃນນັ້ນຊື້ຈາກໄທ ແລະ ຫວຽດນາມເປັນຫລັກ
error: <b>Alert:</b> ເນື້ອຫາຂ່າວມີລິຂະສິດ !!