ນາຍົກ ເນັ້ນໃຫ້ຄະນະຄຸ້ມຄອງດ່ານສາກົນບໍ່ເຕ່ນ ແລະ ເຂດພິເສດບໍ່ເຕ່ນແດນງາມ ສົ່ງເສີມການລົງທຶນ ເພື່ອນໍາເຂົ້າເງິນຕາໃຫ້ຫລາຍຂຶ້ນ


ໂອກາດທີ່ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ 19/ກມສພ ເຄື່ອນໄຫວຊີ້ນໍາວຽກງານ ຢູ່ດ່ານສາກົນບໍ່ເຕ່ນ ແລະ ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ວັນທີ 21 ກັນຍາ 2023, ທ່ານນາຍົກໂອ້ລົມ ແລະ ຍ້ອງຍໍຊົມເຊີຍຕໍ່ບັນດາຜົນສໍາເລັດທີ່ພາກສ່ວນກ່ຽວຂ້ອງ ແລະ ຜູ້ພັດທະນາເຂດເສດຖະກິດພິເສດບໍ່ເຕ່ນແດນງາມສາມາດຍາດມາໄດ້ໃນໄລຍະຜ່ານມາ ເຊິ່ງເປັນການປະກອບສ່ວນເຂົ້າໃນການພັດທະນາເສດຖະກິດ-ສັງຄົມ; ພ້ອມທັງ ຍົກໃຫ້ເຫັນຄວາມສໍາຄັນຂອງດ່ານດັ່ງກ່າວ ເຊິ່ງເປັນດ່ານຜັນຂະຫຍາຍປະຕິບັດຂໍ້ລິເລີ່ມ ໜຶ່ງແລວ ໜຶ່ງເສັ້ນທາງ ເຂົ້າກັບຍຸດທະສາດການຫັນປະເທດ ທີ່ບໍ່ມີຊາຍແດນຕິດຈອດກັບທະເລ ມາເປັນປະເທດເຊື່ອມໂຍງເຊື່ອມຈອດກັບພາກພື້ນ; ເປັນດ່ານບໍລິການ ທີ່ນໍາບັນດາສິນຄ້າສົ່ງອອກ-ນໍາເຂົ້າ ມີປະລິມານຈໍານວນຫລາຍໃນແຕ່ລະວັນ ໂດຍອີງໃສ່ທ່າແຮງດັ່ງກ່າວສາມາດສ້າງລາຍຮັບເຂົ້າງົບປະມານຂອງແຂວງເພີ່ມຂຶ້ນ.


ພ້ອມນີ້, ກໍໄດ້ເນັ້ນໃຫ້ພາກສ່ວນກ່ຽວຂ້ອງເອົາໃຈໃສ່ບາງບັນຫາຕື່ມອີກເປັນຕົ້ນສືບຕໍ່ຈັດຕັ້ງປະຕິບັດແນວທາງປ້ອງກັນຊາດ-ປ້ອງກັນຄວາມສະຫງົບ ດ້ວຍມາດຕະການຕ່າງໆ ຢ່າງຕັ້ງໜ້າ ແລະ ຕໍ່ເນື່ອງເພື່ອຮັບປະກັນສະຖຽນລະພາບທາງດ້ານການເມືອງ, ຄວາມສະຫງົບຕາມບໍລິເວນຊາຍແດນ; ເອົາໃຈໃສ່ພັດທະນາ, ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ ເພື່ອເປັນການອຳນວຍຄວາມສະດວກໃຫ້ແກ່ການຂົນສົ່ງສິນຄ້າເຂົ້າ-ອອກດ່ານໃຫ້ວ່ອງໄວຂຶ້ນກວ່າເກົ່າ; ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ສົ່ງເສີມການຜະລິດສິນຄ້າສົ່ງອອກ ເພື່ອທົດແທນການນຳເຂົ້າ; ໃນປີ 2024 ສປປ ລາວ ຈະໄດ້ເປັນປະທານ ອາຊຽນ ແລະ ເປັນປີທ່ອງທ່ຽວລາວ ສະເໜີໃຫ້ເຂດເສດຖະກິດພິເສດ ບໍ່ເຕ່ນແດນງາມ ເອົາໃຈໃສ່ໂຄສະນາປະຊາສໍາພັນ ບັນດາກິດຈະກໍາການທ່ອງທ່ຽວພາຍໃນເຂດໃຫ້ກວ້າງຂວາງ, ເອົາໃຈໃສ່ປັບປຸງໂຄງລ່າງພື້ນຖານ ສິ່ງອໍານວຍຄວາມສະດວກ, ສ້າງກິດຈະກໍາເຊື່ອມໂຍງການທ່ອງທ່ຽວໃຫ້ມີບັນຍາກາດໃໝ່ຄຽງຄູ່ກັບການສ້າງວຽກເຮັດງານທໍາຂອງປະຊາຊົນ ກໍຄື ການມີສ່ວນຮ່ວມຂອງທຸກພາກສ່ວນໃນສັງຄົມ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງຂອງການລົງທຶນ ໃຫ້ຜ່ານລະບົບທະນາຄານ ແລະ ສະເໜີໃຫ້ບັນດາບໍລິສັດ ກໍຄື ຜູ້ປະກອບການ ທີ່ລົງທຶນພັດທະນາຢູ່ເຂດເສດຖະກິດພິເສດບໍ່ເຕ່ນແດນງາມ ລວມທັງ ຜູ້ອອກແຮງງານຢູ່ພາຍໃນເຂດ ເປີດບັນຊີເພື່ອທຸລະກໍາທາງດ້ານການເງິນຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ແລະ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫລາຍຂຶ້ນ.