ນາຍົກລັດຖະມົນຕີ ເນັ້ນໃຫ້ແຂວງພາກເໜືອ ສືບຕໍ່ເອົາໃຈໃສ່ ສົ່ງເສີມການຜະລິດສິນຄ້າ ເພື່ອຫລຸດຜ່ອນການນຳເຂົ້າ


ໃນໂອກາດ ຈັດກອງປະຊຸມ ປຶກສາຫາລືກ່ຽວກັບການແກ້ໄຂບັນຫາເຄັ່ງຮ້ອນຂອງເສດຖະກິດ-ການເງິນ, ບັນຫາເງິນເຟີ້, ອັດຕາແລກປ່ຽນເງິນຕາ, ລາຄາສິນຄ້າ ແລະ ໜີ້ສິນຕ່າງປະເທດ ຢູ່ແຂວງອຸດົມໄຊ ໂດຍມີທ່ານເຈົ້າແຂວງອຸດົມໄຊເຂົ້າຮ່ວມ. ພ້ອມນີ້, ຍັງມີເຈົ້າແຂວງຜົ້ງສາລີ, ຫລວງນໍ້າທາ, ບໍ່ແກ້ວ, ຫລວງພະບາງ ແລະ ການນໍາແຂວງໄຊຍະບູລີ ເຂົ້າຮ່ວມຜ່ານລະບົບກອງປະຊຸມທາງໄກ ເພື່ອລາຍງານ ແລະ ສະເໜີສະພາບພົ້ນເດັ່ນ ການຈັດຕັ້ງປະຕິບັດວຽກງານພາຍໃນແຂວງຕົນ ໃນວັນທີ 22 ກັນຍາ 2023 ຜ່ານມາ, ໂດຍ ທ່ານ ສອນໄຊ ສີພັນດອນ ນາຍົກລັດຖະມົນຕີ, ຫົວໜ້າຄະນະສະເພາະກິດ 19/ກມສພ ໄດ້ເນັ້ນໃຫ້ບັນດາແຂວງ ເອົາໃຈໃສ່ຕື່ມບາງບັນຫາ ເປັນຕົ້ນ ສືບຕໍ່ເອົາໃຈໃສ່ສົ່ງເສີມການຜະລິດສິນຄ້າ ເພື່ອຊົມໃຊ້ພາຍໃນ ແລະ ສົ່ງອອກ ເພື່ອຫລຸດຜ່ອນການນຳເຂົ້າ.
ພ້ອມນີ້, ກໍໃຫ້ເອົາໃຈໃສ່ຄຸ້ມຄອງການຈັດເກັບລາຍຮັບໃຫ້ຄົບຖ້ວນ; ສົ່ງເສີມການລົງທຶນພາຍໃນ ແລະ ຕ່າງປະເທດ ໂດຍນຳໃຊ້ບົດຮຽນຈາກປະເທດອ້ອມຂ້າງ ເພື່ອດຶງດູດການລົງທຶນທີ່ມີຄຸນນະພາບ ແລະ ນໍາເຂົ້າເງິນຕາຕ່າງປະເທດໃຫ້ຫລາຍຂຶ້ນ; ເອົາໃຈໃສ່ຄຸ້ມຄອງການນໍາເຂົ້າທຶນຕົວຈິງ ຂອງການລົງທຶນໃຫ້ຜ່ານລະບົບທະນາຄານ, ສົມທົບບັນດາບໍລິສັດ ກໍຄື ຜູ້ປະກອບການ ເປີດບັນຊີເພື່ອດຳເນີນທຸລະກໍາທາງດ້ານການເງິນຜ່ານລະບົບທະນາຄານ ໃຫ້ຖືກຕ້ອງຕາມກົດໝາຍ ແລະ ລະບຽບການທີ່ກ່ຽວຂ້ອງຂອງ ສປປ ລາວ ຄຽງຄູ່ກັບການສົ່ງເສີມການນໍາໃຊ້ເງິນກີບໃຫ້ຫລາຍຂຶ້ນ;ເອົາໃຈໃສ່ການຜະລິດ ແລະ ການຊົມໃຊ້ຜະລິດຕະພັນພາຍໃນໃຫ້ນັບມື້ຫລາຍຂຶ້ນ ໂດຍຕິດພັນກັບການຫັນເປັນອຸດສາຫະກຳປຸງແຕ່ງເທື່ອລະກ້າວ; ຄຸ້ມຄອງ, ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນໃນຂະແໜງບໍ່ແຮ່ໃຫ້ຈັດຕັ້ງປະຕິບັດຖືກຕ້ອງສອດຄ່ອງກັບລະບຽບການ; ສົມທົບກັບພາກສ່ວນທີ່ກ່ຽວຂ້ອງ ປັບປຸງຍົກລະດັບເສັ້ນທາງຄົມມະນາຄົມ, ໂຄງລ່າງພື້ນຖານ ເພື່ອສ້າງເງື່ອນໄຂອຳນວຍຄວາມສະດວກ ໃຫ້ແກ່ການຂົນສົ່ງສິນຄ້າໃຫ້ວ່ອງໄວກວ່າເກົ່າ; ໃນປີ 2024 ຈະເປີດປີທ່ອງທ່ຽວລາວ ໃຫ້ສຸມໃສ່ຂຸດຄົ້ນທ່າແຮງດ້ານການທ່ອງທ່ຽວ ເພື່ອດຶງດູດເອົານັກທ່ອງທ່ຽວຈາກຕ່າງປະເທດໃຫ້ນັບມື້ເພີ່ມຂຶ້ນ; ເອົາໃຈໃສ່ຜັນຂະຫຍາຍ ແລະ ຈັດຕັ້ງປະຕິບັດບັນດາມາດຕະການ, ແຜນເຄື່ອນໄຫວວຽກຈຸດສຸມ ແລະ ບັນດາເນື້ອໃນນິຕິກໍາ ທີ່ລັດຖະບານໄດ້ກໍານົດ ເຂົ້າໃນການຈັດຕັ້ງປະຕິບັດຂົງເຂດຄວາມຮັບຜິດຊອບຂອງທ້ອງຖິ່ນຕົນ ໃຫ້ມີປະສິດທິຜົນ, ເປັນຮູບປະທໍາຕົວຈິງ, ມີການຫັນປ່ຽນຢ່າງຕັ້ງໜ້າ ແລະ ແຂງແຮງກວ່າເກົ່າ.
ໃນໂອກາດດຽວກັນ, ທ່ານນາຍົກລັດຖະມົນຕີ ພ້ອມຄະນະກໍໄດ້ສືບຕໍ່ຊຸກຍູ້ ແລະ ຕິດຕາມໂຄງການລົງທຶນຈຳນວນໜຶ່ງຢູ່ເທສະບານເມືອງໄຊ ເປັນຕົ້ນ ໂຮງງານປຸງແຕ່ງນ້ຳຢາງພາລາ ຂອງບໍລິສັດຈົງອູຢູ່ບ້ານກໍນ້ອຍ; ໂຄງການປູກມອນ-ລ້ຽງມ້ອນ ຂອງບໍລິສັດຊ່ວງໄຊພັນທະນາກະສິກຳຈຳກັດ; ໂຮງງານອຸດສາຫະກຳປຸ່ງແຕ່ງໄມ້ສຳເລັດຮູບຂອງບໍລິສັດຊ່ວງໄຊ; ໄປຢ້ຽມຢາມສູນຄ່ຽນຖ່າຍສິນຄ້າມະຫາໂຊກ ຂອງບໍລິສັດມະຫາໂຊກຢູ່ບ້ານນາສ້າວ ຕື່ມອີກ.