ເມືອງໄຊທານີ, ຈັນທະບູລີ ແລະ ໄຊເສດຖາ ນໍ້າປະປາຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້
September 27, 2023 - 3:18 PM


ວັນທີ 26 ກັນຍາ 2023, ລັດວິສາຫະກິດນໍ້າປະປາ ນະຄອນຫລວງວຽງຈັນ ໄດ້ອອກແຈ້ງການ ສະບັບເລກທີ1274/ນປນຄ ເຖິງລູກຄ້າຜູ້ຊົມໃຊ້ນໍ້າປະ ປາ ທີ່ອາໃສຢູ່ບາງບ້ານ ຂອງ ເມືອງ ໄຊທານີ, ເມືອງ ໄຊເສດຖາ ແລະ ເມືອງ ຈັນທະບູລີ ນະຄອນຫລວງວຽງຈັນ ວ່າ: ແຮງດັນນໍ້າປະປາຈະບໍ່ປົກກະຕິ ແລະ ບໍ່ພຽງພໍຕໍ່ການຊົມໃຊ້ ໃນໄລຍະທີ່ມີການ ກວດເຊັກສ້ອມແປງ ຕູ້ຄວບຄຸມໂປມສູບນໍ້າດີບ ເບີ 03 ຢູ່ ອິນເທັກທ່າງ່ອນ ຂອງໂຮງງານຜະລິດນໍ້າປະປາ ດົງໝາກຄາຍ 100,000 m3/ວັນ ໃນໄລຍະປະຕິບັດງານຈະສົ່ງຜົນໃຫ້ ນໍ້າປະປາໄຫລອອກຄ່ອຍ ຫາ ບໍ່ມີນໍ້າ ໃນຂອບເຂດບັນດາບ້ານ ດັ່ງນີ້:
- ເມືອງ ໄຊທານີ: ບ້ານ ໂພນຄໍາ, ທ່າສະຫວ່າງ, ທ່າງ່ອນ, ນາ, ໂນນບໍ່ແກ້ວ, ໂນນສະອາດ, ດ່ານຊ້າງ, ດົງໝາກຄາຍ, ດອນຕິ້ວ, ດົງສ້າງຫີນ, ໄຊສະຫວ່າງ, ດອນໜູນ, ໄຊ, ນາແຄ, ຫ້ວຍເຕີຍ, ໂນນແສງຈັນ, ວຽງແກ້ວ, ຫ້ວຍແດນ ເມືອງ, ຫນອງວຽງຄໍາ, ນາທົ່ມ, ໜອງພະຍາ, ຕານມີໄຊ, ດົງໂດກ, ສະພັງມຶກ, ຊ້າງຄູ, ພະຂາວ, ຄໍາຮຸ່ງ, ສິວິໄລ.
- ເມືອງ ຈັນທະບູລີ: ຫ້ວຍຫົງ, ໜອງທາເຫນືອ, ໜອງທາໃຕ້, ຈອມມະນີ, ໂພນສະຫວ່າງ.
- ເມືອງ ໄຊເສດຖາ: ໜອງໜ່ຽງ, ໂນນສະຫວັນ, ຮ່ອງສຸພາບ, ອາມອນ, ໂນນສະຫງ່າ, ແສງສະຫວ່າງ, ຊໍາເຄ້, ໂຊກນ້ອຍ, ໂຊກໃຫຍ່, ຄໍາສະຫວາດ, ຂາມງອຍ, ນາສ້າງໄພ, ສົມສະຫງ່າ, ນາຄວາຍກາງ, ນາຄວາຍໃຕ້, ໄຮ່ຄໍາ.
ການປະຕິບັດວຽກງານ ໃນວັນທີ 27 ກັນຍາ 2023, ເລີ່ມແຕ່ເວລາ 09:00-16:00 ໂມງ; ຂໍ້ມູນເພີ່ມຕື່ມ ໂທ: 020 59918830; 020 29986580 ຕະຫລອດ 24 ຊົ່ວໂມງ.
ດັ່ງນັ້ນຈຶ່ງແຈ້ງໃຫ້ກະກຽມໂຕ່ງນໍ້າໄວ້ກ່ອນລ່ວງໜ້າ ເພື່ອຊົມໃຊ້ຊົ່ວຄາວຈົນກ່ວາແຮງດັນນໍ້າຈະມາເປັນປົກກະຕິ.