ການຄ້າ ລາວ-ອັງກິດ ໃນ 7 ເດືອນປີ 2023 ມີມູນຄ່າ 90 ລ້ານກວ່າໂດລາສະຫະລັດ


ວັນທີ 27 ກັນຍາ 2022, ທ່ານ ມະໂນທອງ ວົງໄຊ ຮອງລັດຖະມົນຕີກະຊວງອຸດສາຫະກໍາ ແລະ ການຄ້າ ໄດ້ຕ້ອນຮັບການເຂົ້າຢ້ຽມຂໍ່ານັບ ທ່ານ ນາງ Heather Wheeler MP, ຜູ້ຕາງໜ້າທາງດ້ານການຄ້າ ຂອງທ່ານນາຍົກລັດຖະມົນຕີ ອັງກິດ ເພື່ອພົບປະປຶກສາຫາລືທົບທວນຄືນດ້ານການຄ້າ-ການລົງທຶນພື້ນຖານໂຄງລ່າງ ຢູ່ ສປປ ລາວ.
ໂອກາດ ນີ້ສອງຝ່າຍໄດ້ສົນທະນາກ່ຽວກັບວຽກງານການຮ່ວມມື ລະຫວ່າງ ສປປ ລາວ-ອັງກິດ ທີ່ມີການພົວພັນເສີ່ມສ້າງທີ່ດີໃນໄລຍະຜ່ານມາ ດ້ານເສດຖະກິດ, ດ້ານການຄ້າ, ການລົງທຶນ ລະຫວ່າງ ສປປ ລາວ ແລະ ອັງກິດໂດຍສັງເຂບ ຍົກໃຫ້ຮູ້ກ່ຽວກັບການພັດທະນາເສດຖະກິດຂອງ ສປປ ລາວ ໃນປັດຈຸບັນ ລວມທັງສະພາບຄວາມຫຍຸ້ງຍາກ ແລະ ສິ່ງທ້າທາຍ ດ້ານເສດຖະກິດ, ການເງິນ ທີ່ກໍາລັງປະເຊີນຢູ່, ເຊິ່ງມີຜົນມາຈາກການລະບາດຂອງພະຍາດໂຄວິດ19, ການຂາດແຄນພະລັງງານນໍ້າມັນ, ຄວາມບໍ່ມີສະຖຽນລະພາບຂອງໂລກ ລວມທັງຄວາມຂັດແຍ່ງດ້ານເສດຖະກິດ ແລະ ການເມືອງ ຂອງບາງປະເທດມະຫາອໍານາດ ບວກໃສ່ປັດໄຈພາຍໃນ ຂອງ ສປປ ລາວ ໄດ້ສົ່ງຜົນກະທົບ ແລະ ສ້າງຄວາມຫຍຸ້ງຍາກສະພາບການພັດທະນາຕໍ່ເສດຖະກິດ ແລະ ການເງິນ ຂອງ ສປປ ລາວ. ສອງຝ່າຍໄດ້ສະເໜີໃຫ້ມີການຮ່ວມມືກັນຫລາຍຂຶ້ນເພື່ອສົ່ງເສີມການການຄ້າ ແລະ ການລົງທຶນໃຫ້ຂະຫຍາຍໂຕຫລາຍຂຶ້ນ.
ສຳລັບດ້ານການຄ້າ ລາວ-ອັງກິດ, ໃນ 7 ເດືອນ ປີ 2023 ສາມາດປະຕິບັດໄດ້ 90.2 ລ້ານກວ່າໂດລາສະຫະລັດ, ເພີ່ມຂຶ້ນ 90,5% ຈາກໄລຍະດຽວກັນໃນປີຜ່ານມາ ໃນນັ້ນ, ມູນຄ່າການນໍາເຂົ້າຈາກອັງກິດ ປະຕິບັດໄດ້ 45.7 ລ້ານກວ່າໂດລາສະຫະລັດ ແລະ ມູນຄ່າການສົ່ງອອກໄປອັງກິດ ປະຕິບັດໄດ້ 44.5 ລ້ານກວ່າໂດລາສະຫະລັດ.
ໃນການປພົບປະກັນ ລະຫວ່າງ ລັດຖະມົນຕີ ກະຊວງອຸດສາຫະກຳແລະການຄ້າຂອລາວກັບ ລັດຖະມົນຕີທຸລະກິດ ແລະ ການຄ້າ ປະເທດອັງກິດ ຢູ່ກອງປະຊຸມ AEM ຄັ້ງທີ 55 ປີ 2023 ທີ່ ອິນໂດເນເຊຍນັ້ນ, ສອງຝ່າຍໄດ້ປຶກສາລືກ່ຽວກັບຄວາມເປັນໄປໄດ້ໃນການສະໜັບສະໜູນຊ່ວຍເຫລືອຂອງອັງກິດກ່ຽວກັບແຜນວຽກບູລິມະສິດພາຍໃຕ້ເສົາຄໍ້າເສດຖະກິດອາຊຽນ (PEDs) ໃນການເປັນປະທານອາຊຽນ ຂອງສປປ ລາວ ປີ 2024, ເຊິ່ງຝ່າຍອັງກິດສົນໃຈໃຫ້ການສະໜັບສະໜູນການພັດທະນາຂົງເຂດການເງິນ ແລະ ການລົງທຶນແບບຍືນຍົງ, ການສ້າງຍຸດທະສາດໃໝ່ສຳລັບການຫລຸດຊ່ອງຫວ່າງ ຄວາມແຕກໂຕນດ້ານການພັດທະນາ ແລະ ສົ່ງເສີມການເຕີບໂຕຂອງເສດຖະກິດໃຫ້ຢືນຍົງ ແລະ ກວມລວມ ໃນພາກພື້ນອາຊຽນ. ປຶກສາຫາລືຄວາມເປັນໄປໄດ້ສຳລັບໂຄງການຊ່ວຍເຫລືອລ້າຂອງອັງກິດທີ່ຕິດພັນກັບການຄ້າ ເຊິ່ງຝ່າຍອັງກິດໄດ້ສະ ເໜີໃຫ້ ລາວ ຜ່ານໂຄງການໃນແຜນການປະຕິບັດວຽກງານ IAI ໄລຍະທີ IV (2021-2025) ທີ່ມີ 7 ໂຄງການ IAI ໃໝ່. ນອກນັ້ນ, ອັງກິດ ກໍໄດ້ແຈ້ງເຈດຈຳນົງຈະສະໜັບສະໜຸນ ສປປ ລາວ ໃນການສ້າງຂີດຄວາມອາດສາມາດດ້ານວິຊາການ ໂດຍການຝຶກອົບຮົມພາສາອັງກິດໃຫ້ແກ່ພະນັງງານ ເພື່ອກຽມຄວາມພ້ອມໃຫ້ແກ່ການເປັນປະທານອາຊຽນ ຂອງ ສປປ ລາວ ປີ 2024 ອີກດ້ວຍ.