ທຳລາຍສິ່ງເສດເຫລືອຈາກຢາປາບສັດຕູພືດ ທີ່ສົ່ງຜົນກະທົບຕໍ່ສະພາບແວດລ້ອມ ແລະ ສຸຂະພາບຂອງປະຊາຊົນ

ການທຳລາຍ ດ້ວຍການຂຸດຂຸມຝັງ ສິ່ງເສດເຫລືອຈາກຢາປາບສັດຕູພືດ ທີ່ສົ່ງຜົນກະທົບທາງລົບຕໍ່ການດຳລົງຊີວິດ, ສຸຂະພາບຂອງປະຊາຊົນ ແລະ ກະທົບຕໍ່ສິ່ງແວດລ້ອມໃນໄລຍະຍາວ ພ້ອມທັງແນະນຳວິທີການ ແລະ ຂັ້ນຕອນໃນການທຳລາຍສິ່ງເສດເຫລືອຈາກຢາປາບສັດຕູພືດ ໃຫ້ພາກສ່ວນທີ່ກ່ຽວຂ້ອງຮັບຮູ້. ພິທີດັ່ງກ່າວຈັດຂຶ້ນໃນວັນທີ 27 ກັນຍາ 2023, ຢູ່ບ້ານຫາດແອນ ເມືອງຫລາ ແຂວງອຸດົມໄຊ, ມີທ່ານ ຄຳສັ່ງ ໜໍ່ມາລີ ຮອງຫົວໜ້າຫ້ອງວ່າການເມືອງຫລາ, ມີທ່ານ ແວັງຊ໋ອງ ຊຽວຊານໂຄງການພັດທະນາຊົນນະບົດ ແບບປະສົມປະສານ CCL ເປັນປະທານຮ່ວມ.
ການຈັດກິດຈະກຳທຳລາຍ, ຝັງສິ່ງເສດເຫລືອຈາກພາສະນະບັນຈຸຢາປາບສັດຕູພືດໃນຄັ້ງນີ້ ແມ່ນຄັ້ງທຳອິດທີ່ປະຕິບັດຢູ່ເມືອງຫລາ ທັງນີ້, ເພື່ອສ້າງຄວາມເຂົ້າໃຈໃຫ້ຊາວກະສິກອນຜູ້ຊົມໃຊ້ເຂົ້າໃຈຢ່າງຈະແຈ້ງເຖິງຜົນຮ້າຍຂອງຢາຂ້າຫຍ້າ ທີ່ເປັນໄພອັນຕະລາຍຮ້າຍແຮງຕໍ່ຄົນ ແລະ ສັດລ້ຽງ, ເຕັກນິກການນຳໃຊ້ຢາຂ້າຫຍ້າ ແລະ ວິທີທຳລາຍຢ່າງປອດໄພ, ວຽກງານນີ້ຈະໄດ້ສືບຕໍ່ປະຕິບັດຢູ່ບ້ານອື່ນໆຕື່ມອີກ ເພື່ອຫລຸດຜ່ອນການນຳໃຊ້ສານເຄມີ ໃນເຂດການຜະລິດກະກຳ ແລະ ວິທີການຈັດການ,ໄປຄຽງຄູ່ກັບການນຳໃຊ້ມາດຕະການຄຸ້ມຄອງຢ່າງເຂັ້ມງວດ ຕໍ່ການນຳໃຊ້ຢາປາບສັດຕູພືດໃນປັດຈຸບັນ.
ຂ່າວ: ວົງເດືອນ ຄຳສະຫວັນ